ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

12 ຄົນ ເສຍຊີວິດ ໃນການປະທ້ວງ ຢູ່ ປະເທດ ອີຣັກ


ພວກປະທ້ວງ ຍົກທຸງຊາດອີຣັກຂຶ້ນ ຢູ່ທາງເຂົາ ຕຶກກົງສຸນ ອີຣ່ານ ທີ່ນະຄອນບາສຣາ ກ່ອນບຸກເຂົ້າໄປ ແລະເອົາໄຟຈູດ. (ວັນທີ 7 ກັນຍາ 2018)
ພວກປະທ້ວງ ຍົກທຸງຊາດອີຣັກຂຶ້ນ ຢູ່ທາງເຂົາ ຕຶກກົງສຸນ ອີຣ່ານ ທີ່ນະຄອນບາສຣາ ກ່ອນບຸກເຂົ້າໄປ ແລະເອົາໄຟຈູດ. (ວັນທີ 7 ກັນຍາ 2018)

ສະພາແຫ່ງຊາດອີຣັກ ເປີດປະຊຸມສຸກເສີນ ໃນວັນເສົາມື້ນີ້ ເພື່ອປຶກສາຫາລືກ່ຽວກັບ
ຄວາມວຸ້ນວາຍ ຢູ່ທີ່ເມືອງບາສຣາ ທີ່ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ​ 12 ຄົນ ໃນລະ
ຫວ່າງການປະທ້ວງເປັນເວລາຫຼາຍມື້ ຕໍ່ຕ້ານການບໍລິການປະຊາຊົນ ທີ່ບໍ່ດີຂອງລັດ
ຖະບານ ຄົນຫວ່າງງານ ແລະການສໍ້ລາດບັງຫຼວງ.

ອົງການຂ່າວຝຣັ່ງ ລາຍງານວ່າ ການປະທ້ວງໃນອາທິດນີ້ ໄດ້ເກີດຂຶ້ນ ຍ້ອນປະຊາ
ຊົນ ປະມານ 30,000 ຄົນ ທີ່ດື່ມນ້ຳບໍ່ສະອາດ ໃນເມືອງບາສຣາ ໄດ້ຖືກສົ່ງເຂົ້າຮັບ
ການປິ່ນປົວທີ່ໂຮງພະຍາບານ.

ກະຊວງພາຍໃນຂອງອີຣັກ ໄດ້ສັ່ງຫ້າມ ບໍ່ໃຫ້ປະຊາຊົນ ອອກນອກເຮືອນ ຢູ່ທີ່ເມືອງ
ບາສຣາ.

ເຈົ້າໜ້າທີ່ຄົນນຶ່ງຢູ່ສະໜາມບິນເມືອງບາສຣາກ່າວວ່າ ມີການຍິງຈະຫຼວດກັດຢູຊ້າ 3
ລູກ ໄປໃສ່ບໍລິເວນສະໜາມບິນໃນຕອນເຊົ້າວັນເສົາມື້ນີ້ ແຕ່ມີລາຍງານວ່າ ບໍ່ມີຜູ້ໃດ
ໄດ້ຮັບບາດເຈັບ. ຍັງບໍ່ມີກຸ່ມໃດ ອ້າງເອົາຄວາມຮັບຜິດຊອບ ໃນການໂຈມຕີດັ່ງກ່າວ
ຊຶ່ງບໍ່ໄດ້ມີຜົນກະທົບໃດໆຕໍ່ການຂຶ້ນລົງຂອງເຮືອບິນເລີຍ.

ໃນວັນສຸກວານນີ້ ພວກປະທ້ວງຫຼາຍຮ້ອຍຄົນໃນເມືອງບາສຣາ ໄດ້ບຸກເຂົ້າໄປໃນກົງ
ສຸນອີຣ່ານ ຢູ່ເມືອງດັ່ງກ່າວ ແລ້ວກໍຈູດໄຟເຜົາ ພ້ອມກັບຮ້ອງຂຶ້ນວ່າ “ອີຣ່ານຈົ່ງອອກ
ໄປ ອີຣ່ານຈົ່ງອອກໄປ ອີຣັກທີ່ເປັນອິດສະຫຼະ ອີຣັກທີ່ເປັນອິດສະຫຼະ.”

ໂຄສົກ ກະຊວງການຕ່າງປະເທດອີຣັກ ທ່ານອາເມັດ ມາຈຸບ ກ່າວວ່າ “ການແນເປົ້າ
ໝາຍ ໃສ່ສະຖານທູດຕ່າງປະເທດ ແມ່ນເປັນທີ່ຮັບເອົາບໍ່ໄດ້ເດັດຂາດ ແລະເປັນໄພ
ອັນຕະລາຍຕໍ່ຜົນປະໂຫຍດຂອງອີຣັກ.”

ພວກປະທ້ວງ ພາກັນບຸກເຂົ້າໄປ ແລ້ວກໍຈູດ ກົງສຸນອີຣ່ານ ທີ່ເມືອງບາສຣາ (ວັນທີ 7 ກັນຍາ 2018)
ພວກປະທ້ວງ ພາກັນບຸກເຂົ້າໄປ ແລ້ວກໍຈູດ ກົງສຸນອີຣ່ານ ທີ່ເມືອງບາສຣາ (ວັນທີ 7 ກັນຍາ 2018)

ໂຄສົກ ກະຊວງການຕ່າງປະເທດ ສະຫະລັດ ທ່ານນາງເຮເທີ ນາວເອີຣ໌ທ ກ່າວຢູ່ໃນ
ຖະແຫຼງການສະບັບນຶ່ງວ່າ “ພາຍໃຕ້ລັດຖະທຳມະນູນຂອງອີຣັກແລ້ວ ສິດທິໃນການ
ປະທ້ວງແບບສັນຕິ ແລະໜ້າທີ່ ໃນການປົກປ້ອງຊັບສິນ ຂອງລັດຖະບານ ແລະເອກ
ກະຊົນແມ່ນຄຽງຄູ່ກັນໄປ ພວກເຮົາຈຶ່ງຂໍຮຽກຮ້ອງໃຫ້ທຸກພັກຝ່າຍຮວມທັງກຳລັງຮັກ
ສາຄວາມສະຫງົບແລະພວກປະທ້ວງ ຈົ່ງສະໜັບສະໜຸນ ສິດທິໃນການປະທ້ວງຢ່າງ
ສັນຕິ ໃນຂະນະດຽວກັນ ກໍປົກປ້ອງ ພວກນັກການທູດ ແລະສະຖານທີ່ທາງການທູດ
ຕ່າງໆ.”

ຫລາຍແຫຼ່ງຂ່າວແຈ້ງວ່າ ປະຊາຊົນໃນເມືອງບາສຣາ ຊຶ່ງສ່ວນໃຫຍ່ນັບຖືສາສະໜາ
ອິສລາມນິກາຍຊີໄອທ໌ ໄດ້ກ່າວຫາ ພັກການເມືອງຕ່າງໆ ທີ່ໄດ້ຮັບການໜຸນຫຼັງຈາກ
ອີຣ່ານວ່າ ແຊກແຊງເຂົ້າໃນການເມືອງຂອງປະເທດອີຣັກ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG