ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໖ ມີນາ ໒໐໒໕

ຜູ້ປະທ້ວງຖືທຸງຊາດ ປາແລັສໄຕນ໌ ໃນລະຫວ່າງການປະທ້ວງຢູ່ນະຄອນຫຼວງ ວໍຊິງຕັນ


ຜູ້ປະທ້ວງສະໜັບສະໜູນ ປາແລັສໄຕນ໌ ປະທ້ວງຢູ່ໃກ້ກັບຫໍລັດຖະສະພາ ສະຫະລັດ ກ່ອນນາຍົກລັດຖະມົນຕີ ອິສຣສແອລ ທ່ານ ເບັນຈາມິນ ເນຕັນຢາຮູ ກ່າວຄຳປາໄສໃນກອງປະຊຸມສະພາ, 24 ກໍລະກົດ, 2024.
ຜູ້ປະທ້ວງສະໜັບສະໜູນ ປາແລັສໄຕນ໌ ປະທ້ວງຢູ່ໃກ້ກັບຫໍລັດຖະສະພາ ສະຫະລັດ ກ່ອນນາຍົກລັດຖະມົນຕີ ອິສຣສແອລ ທ່ານ ເບັນຈາມິນ ເນຕັນຢາຮູ ກ່າວຄຳປາໄສໃນກອງປະຊຸມສະພາ, 24 ກໍລະກົດ, 2024.

ຜູ້ປະທ້ວງຈຳນວນຫຼາຍທີ່ຮຽກຮ້ອງໃຫ້ ສະຫະລັດ ຢຸດການຊ່ວຍເຫຼືອທາງ ທະຫານໃຫ້ ອິສຣາແອລ ໄດ້ຫ້ອຍທຸງຊາດ ປາແລັສໄຕນ໌ ແລະ ຈູດທຸງຊາດ ສະຫະລັດ ຢູ່ນອກສະຖານີລົດໄຟ Union Station ຂອງນະຄອນຫຼວງ ວໍຊິງຕັນ ໃນການປະທ້ວງຕໍ່ການຢ້ຽມຢາມໂດຍນາຍົກລັດຖະມົນຕີ ອິສຣາແອລ ທ່ານ ເບັນຈາມິນ ເນຕັນຢາຮູ ໃນວັນພຸດວານນີ້.

ຫ່າງອອກໄປບໍ່ເຖິງ 1 ໄມ, ຕຳຫຼວດໄດ້ໃຊ້ສະເປພິກໄທສີດໃສ່ຜູ້ປະທ້ວງ ສະໜັບສະໜູນ ປາແລັສໄຕນ໌ ຫຼາຍພັນຄົນ ຜູ້ທີ່ໄດ້ເຕົ້າໂຮມກັນຢູ່ຕຶກ ຫໍລັດຖະສະພາ ສະຫະລັດ ໃນເວລາທີ່ທ່ານ ເນຕັນຢາຮູ ກ່າວຄຳປາໄສຕໍ່ລັດ ຖະສະພາ.

ໃນການພະຍາຍາມຫາການສະໜັບສະໜູນຈາກບັນດາສະມາຊິກສະພາ ສະຫະລັດ ສຳລັບສົງຄາມຂອງ ອິສຣາແອລ ໃນເຂດ ກາຊາ ນັ້ນ, ທ່ານ ເນຕັນຢາຮູ ໄດ້ອະທິບາຍແຜນການທີ່ຄຸມເຄີຍ ເພື່ອ “ກຳຈັດພວກຫົວຮຸນແຮງ” ໃນເຂດກາຊາ ຫຼັງຈາກສົງຄາມ ແລະ ໄດ້ກ່າວເຖິງຄວາມເປັນໄປໄດ້ໃນການ ເປັນພັນທະມິດລະຫວ່າງ ອິສຣາແອລ ແລະ ບັນດາພັນທະມິດ ອາຣັບ ຂອງ ອາເມຣິກາ ໃນອະນາຄົດ. ທ່ານມີກຳນົດທີ່ຈະພົບປະກັບປະທານາທິບໍດີ ໂຈ ໄບເດັນ ແລະ ຮອງປະທານາທິບໍດີ ຄາມາລາ ແຮຣິສ ໃນວັນພະຫັດມື້ນີ້ ແລະ ອະດີດປະທານາທິບໍດີ ດໍໂນລ ທຣຳ ໃນວັນສຸກ.

ບໍ່ດົນກ່ອນເລີ່ມຕົ້ນຄຳປາໄສ, ຕຳຫຼວດຫໍລັດຖະສະພາ ສະຫະລັດ ໄດ້ກ່າວວ່າຜູ້ປະທ້ວງທີ່ທຳການເດີນຂະບວນຢູ່ໄດ້ພະຍາຍາມທີ່ຈະຂ້າມສິ່ງກີດຂວາງ ແລະ ບໍ່ໄດ້ຖອຍກັບຄືນເວລາຖືກບອກໃຫ້ເຮັດ.

ຕຳຫຼວດໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ “ຝູງຄົນດັ່ງກ່າວບໍ່ໄດ້ເຊື່ອຟັງຄໍາ ສັ່ງຂອງພວກເຮົາເພື່ອຖອຍອອກຈາກເສັ້ນຕຳຫຼວດຂອງພວກເຮົາ. ພວກເຮົາ ຈະໃຊ້ສະເປໝາກເຜັດຕໍ່ທຸກຄົນຜູ້ທີ່ພະຍາຍາມລະເມີດກົດໝາຍ ແລະ ຂ້າມເສັ້ນທີ່ວ່ານັ້ນ.”

ນາງ ຊາຣາ ໂບລສ໌, ຊ່າງເທັກນິກຮ້ານຂາຍຢາຈາກລັດເລາແວ ຜູ້ທີ່ໄດ້ເຂົ້າ ຮ່ວມໃນການປະທ້ວງ ແລະ ໄດ້ຊ່ວຍເຫຼືອຜູ້ປະທ້ວງທີ່ໄດ້ຮັບບາດເຈັບກ່າວວ່າ “ພວກເຮົາບໍ່ໄດ້ເປັນໄພຂົ່ມຂູ່ຕໍ່ຕໍາຫຼວດ.” ນຶ່ງໃນກຸ່ມຜູ້ປະທ້ວງກ່າວວ່າ ຕໍາຫຼວດໄດ້ໂຈມຕີຜູ້ປະທ້ວງໃນຂະນະທີ່ເຂົາເຈົ້າເດີນຂະບວນຢູ່.

ອ່ານຂ່າວນີ້ເປັນພາສາອັງກິດ

Protesters demanding the U.S. stop military aid to Israel hoisted Palestinian flags and burnt American ones outside Washington's Union Station in demonstrations against a visit on Wednesday by Israeli Prime Minister Benjamin Netanyahu.

Less than a mile away, police used pepper spray on some of the thousands of pro-Palestinian protesters who gathered outside the U.S. Capitol while Netanyahu spoke to Congress.

Seeking the support of U.S. lawmakers for Israel's war in Gaza, Netanyahu sketched a vague outline of a plan for a "deradicalized" post-war Gaza and touted a potential future alliance between Israel and America's Arab allies.

He was due to meet President Joe Biden and Vice President Kamala Harris on Thursday and former President Donald Trump on Friday.

Shortly before he began speaking, U.S. Capitol Police said marching protesters tried crossing a blockade and did not step back when asked.

"The crowd failed to obey our order to move back from our police line. We are deploying pepper spray towards anyone trying to break the law and cross that line," police said in a statement.

"We were no threat (to police)," said Sarah Bowles, a pharmacy technician from Delaware who attended the protest and assisted protesters who were injured. One of the protesting groups said police attacked demonstrators as they marched.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG