ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ປະທ້ວງ ເບລາຣຸສ ເຕົ້າໂຮມກັນ ອີກຄັ້ງນຶ່ງ ລຸນຫຼັງການເລືອກຕັ້ງ ທີ່ມີບັນຫາຂັດແຍ້ງ ໃນເດືອນທີ່ຜ່ານມາ


ຜູ້ສະໜັບສະໜູນຝ່າຍຄ້ານ ເຂົ້າຮ່ວມໃນການໂຮມຊຸມນຸມ ຕໍ່ຕ້ານຄວາມໂຫດຮ້າຍປ່າເຖື່ນຂອງຕຳຫຼວດ ລຸນຫຼັງການປະທ້ວງເພື່ອປະຕິເສດຜົນການເລືອກຕັ້ງປະທານາທິບໍດີ. ນະຄອນຫຼວງ ມິງສ໌, ເບລາຣຸສ. 13 ກັນຍາ, 2020. (Tut.By via Reuters)
ຜູ້ສະໜັບສະໜູນຝ່າຍຄ້ານ ເຂົ້າຮ່ວມໃນການໂຮມຊຸມນຸມ ຕໍ່ຕ້ານຄວາມໂຫດຮ້າຍປ່າເຖື່ນຂອງຕຳຫຼວດ ລຸນຫຼັງການປະທ້ວງເພື່ອປະຕິເສດຜົນການເລືອກຕັ້ງປະທານາທິບໍດີ. ນະຄອນຫຼວງ ມິງສ໌, ເບລາຣຸສ. 13 ກັນຍາ, 2020. (Tut.By via Reuters)

ປະຊາຊົນ ເບລາຣຸສ ຢ່າງໜ້ອຍ 100,000 ຄົນໄດ້ອອກໄປເຕົ້າໂຮມກັນໃນຖະໜົນຂອງນະຄອນ ຫຼວງ ມິງສ໌ ໃນວັນອາທິດວານນີ້ສຳລັບການປະທ້ວງທີ່ໃຫຍ່ທີ່ສຸດຕໍ່ປະທານາທິບໍດີ ອາເລັກແຊນເດີ ລູຄາເຊັນໂກ ຫຼັງຈາກທ່ານໄດ້ອ້າງເອົາໄຊຊະນະໃນການເລືອກຕັ້ງທີ່ເປັນບັນຫາຂັດແຍ້ງໃນເດືອນທີ່ຜ່ານມາ ທີ່ຄູ່ແຂ່ງຂອງທ່ານເວົ້າວ່າມີການສໍ້ໂກງ.

ຕຳຫຼວດເວົ້າວ່າເຂົາເຈົ້າໄດ້ຄວບຄຸມຕົວຜູ້ປະທ້ວງຫຼາຍກວ່າ 400 ຄົນ ໃນນະຄອນຫຼວງ ມິງສ໌, ດ້ວຍການຈັບກຸມສືບຕໍ່ໄປຈົນຮອດຕອນແລງ.

ດ້ວຍຄວາມໂກດແຄ້ນຂອງສາທາລະນະທີ່ເພີ່ມຂຶ້ນຕໍ່ທ່ານ ລູຄາເຊັນໂກ, ຜູ້ທີ່ໄດ້ປົກຄອງອະດີດປະເທດ ໂຊຫວຽດ ເປັນເວລາ 26 ປີນັ້ນ, ຣັດເຊຍ ເວົ້າວ່າເຂົາເຈົ້າຈະສະໜັບສະໜູນທ່ານ ດ້ວຍການສົ່ງກອງທະຫານເສີມໄປ ເບລາຣຸສ ສຳລັບ ການຊ້ອມລົບຮ່ວມຊື່ວ່າ “Slavic Brotherhood.”

ພວກປະທ້ວງອ້າງວ່າ ທ່ານນາງ ສວຽດລານາ ຊິຄານູສກາຢາ ໄດ້ຊະນະການເລືອກຕັ້ງປະທານາ ທິບໍດີໃນວັນທີ 9 ສິງຫາທີ່ຜ່ານມາ. ບັນດາຜູ້ນຳຝ່າຍຄ້ານ ຄົນສຳຄັນນັບຕັ້ງແຕ່ນັ້ນມາໄດ້ຖືກຈັບເຂົ້າຄຸກຫຼືບໍ່ກໍໄດ້ຫຼົບໜີອອກຈາກປະເທດ, ດ້ວຍທ່ານນາງ ສວຽດລານາ ຕອນນີ້ໄດ້ຫຼົບໜີໄປຢູ່ປະ ເທດ ລິທົວເນຍ.

ທ່ານ ລູຄາເຊັນໂກ ໄດ້ປະເສດການກ່າວອ້າງວ່າການເລືອກຕັ້ງຖືກສໍ້ກົງ ແລະ ໄດ້ໂຕ້ແຍ້ງວ່າມະ ຫາອຳນາດໂລກ ເປັນຜູ້ຢູ່ເບື້ອງຫຼັງການປະທ້ວງຕ່າງໆ. ຜູ້ປະທ້ວງຈຳນວນຫຼວງຫຼາຍໄດ້ເດີນຂະ ບວນຜ່ານນະຄອນຫຼວງ ມິງສ໌ ໄປຫາເຂດທີ່ຕັ້ງຂອງລັດຖະບານໃນວັນອາທິດວານນີ້, ໂດຍຮ້ອງຄຳວ່າ “ເບລາຣຸສ ຈົ່ງຈະເລີນ” ກັບຄຳວ່າ “ເຈົ້າແມ່ນນັກສໍ້ໂກງ,” ເຊິ່ງແມ່ນການເວົ້າສຽດສີໃສ່ທ່ານ ລູຄາເຊັນໂກ.

ກ່ອນຢຸດການເດີນຂະບວນນັ້ນ, ເຂົ້າເຈົ້າຮ້ອງຄຳວ່າ “ຜະເດັດການ ຟາຊິດ” ໃນຂະນະທີ່ຕຳຫຼວດປາບປາມຈະລາຈົນຫຼາຍຮ້ອຍຄົນພ້ອມກັບອຸປະກອນປ້ອງກັນໄດ້ປິດຖະໜົນແຫ່ງນຶ່ງ.

ອົງການຂ່າວ Interfax Russian ໄດ້ລາຍງານວ່າມີການຍິງປືນຂຶ້ນເທິງຟ້າ ເພື່ອຂູ່ໃຫ້ພວກປະ ທ້ວງຢູ່ຫ່າງຈາກເຂດນຶ່ງໃນນະຄອນຫຼວງ ມິງສ໌ ບ່ອນທີ່ບັນດາຜູ້ນຳ ເບລາຣຸສ ອາໄສຢູ່.

ຄວາມວຸ້ນວາຍໄດ້ເລີ່ມຂຶ້ນໃນຂະນະທີ່ທ່ານ ລູຄາເຊັນໂກ ໄດ້ກະກຽມທີ່ຈະເດີນທາງໄປ ຣັດເຊຍ ໃນວັນຈັນມື້ນີ້ ສຳລັບການເຈລະຈາກັບປະທານາທິບໍດີ ວລາດິເມຍ ປູຕິນ.

ມົນກູ ໄດ້ສະແດງການສະໜັບສະໜູນສຳລັບ ເບລາຣຸສ, ເຊິ່ງມີຄວາມເປັນໄປໄດ້ວ່າ ຈະປັບໂຄງຮ່າງໜີ້ສິນຂອງເຂົາເຈົ້າໃໝ່ ແລະ ໄດ້ສະເໜີ ການສົ່ງຕຳຫຼວດປາບປາມຈະລາຈົນ ຣັດເຊຍ ໄປຖ້າຕ້ອງການ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG