ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮົງ​ກົງ ປະ​ທ້ວງ ​ຢູ່​ຖະ​ໜົນ ກ່ຽວ​ກັບ ຂໍ້​ສະ​ເໜີກົດ​ໝາຍ ສົ່ງ​ຄົນ​ໄປ​ລົງ​ໂທດ ຢູ່ ຈີນ ​


ຊາວ​ເມືອງ​ຮົງ​ກົງ ພ​າ​ກັນ​ເດີນ​ປະ​ທ​້ວງ​ຕ້າ​ນ​ຂໍ້​ສະ​ເໜີ​ກົດ​ໝາຍ ທີ່​ຈະ​ອະ​ນຸຍ​າດ​ໃຫ້​ສົ່ງ​ຄົນ​ກັບ​ຄືນ​ໄປ​ ​ຈີນ.
ຊາວ​ເມືອງ​ຮົງ​ກົງ ພ​າ​ກັນ​ເດີນ​ປະ​ທ​້ວງ​ຕ້າ​ນ​ຂໍ້​ສະ​ເໜີ​ກົດ​ໝາຍ ທີ່​ຈະ​ອະ​ນຸຍ​າດ​ໃຫ້​ສົ່ງ​ຄົນ​ກັບ​ຄືນ​ໄປ​ ​ຈີນ.

ຊາວ​ຮົງ​ກົງ ຫຼາຍ​ຮ້ອຍ​ພັນ​ຄົນ ຈາກ​ທຸກໆ​ອາ​ຍຸ​ເຍົາ​ໄວ ແລະ​ທຸກ​ຊົນ​ຊັ້ນ​ວັນ​ນະ ໄດ້​ພາ​
ກັນ​ເດີນ​ຂະ​ບວນ​ໃນ​ວັນ​ອາ​ທິດ​ວານ​ນີ້ ຕ້ານ​ຮ່າງ​ກົດ​ໝາຍ​ທີ່​ຈະອະ​ນຸ​ຍາດ​ສົ່ງ​ຄົນຂ້າມ​
ແດນ​ໄປ ຈີນ ​ແຜ່ນ​ດິນ​ໃຫຍ່ ​ເພື່ອ​ປະ​ເຊີນ​ກັບ​ການຕັ້ງ​ຂໍ້​ກ່າວ​ຫາ ຊຶ່ງ​ເປັນ​ການ​ປະ​ທ້​ວງ​
ທີ່​ໃຫ​ຍ່​ສຸດຢູ່​ໃນ​ເມືອງ ​ທີ່​ບໍ່ໄດ້​ເຫັນ​ມາ​ເປັນ​ເວ​ລາ​ຫຼາຍ​ປີ.

ພວກ​ປະ​ທ້ວງ​ພາ​ກັນ​ຖື​ປ້າຍ​ປະ​ນາມກົດ​ໝາຍທີ່​ຖືກ​ສະ​ເໜີ​ນັ້ນ ທີ່​ຈະ​ດັດ​ແປງກົດ​ໝາຍ
ນັກ​ໂທດ​ຫຼົບ​ໜີ​ຂອງ ຮົງ​ກົງ.

​ສ່ວນ​ຄົນ​ອື່ນໆໄດ້​ພາ​ກັນ​ຖື​ປ້າຍ​ຮ້ອງ​ໃຫ້​ຜູ້​ບໍ​ລິ​ຫານໃຫຍ່ ທ່ານ​ນາງ ​ແຄ​ຣຣີ ແລມ ລາ​
ອອກ​ຈາກ​ຕຳ​ແໜ່ງ ຜູ້​ທີ່​ສະ​ໜັບ​ສະ​ໜູນຮ່າງ​ກົດ​ໝາຍ ແມ່ນ​ກະ​ທັ້ງ​ທີ່​ວ່າ​ມັນ​ໄດ້​ຖືກວິ​ຈານ
​ໂດຍ​ກຸ່ມ​ຕ່າງໆ​ຢ່າງກວ້າງ​ຂວາງ ຈາກ​ສັງ​ຄົມ​ກົດ​ໝາຍ ຮົງ​ກົງ ຫາ ສະ​ພາ​ການ​ຄ້າ ອາ​ເມ
​ຣິ​ກັນ. ບັນ​ດານັກ​ວິ​ຈານ​ກ່າວ​ວ່າ ລະ​ບົບ​ກົດ​ໝາຍ​ຂອງ ​ຈີນ​ຈະ​ບໍ່ຄ້ຳປະ​ກັນສິດ​ທິ​ແບບ
ດຽວ​ກັນ​ສຳ​ລັບຜູ້​ກະ​ທຳ​ຜິດ ຄື​ກັບ​ທີ່​ພວກເຂົາໄດ້​ຮັບ​ຢູ່​ເກາະ ​ຮົງ​ກົງ ທີ່​ປົກ​ຄອງ​ຕົນ​ເອງ​
ເຄິ່ງ​ນຶ່ງ​ນັ້ນ.

ຈາກ​ຕອນ​ທ່ຽງ​ວັນຈົນ​ຮອດ​ຄ່ຳ​ມືດ, ປະ​ຊາ​ຊົນຫຼາຍ​ຮ້ອຍ​ພັນ​ຄົນ ໄດ້ຫຼັ່ງ​ໄຫຼ​ຈາກ​ຖະ​ໜົນ
​ທີ່​ສຳ​ຄັນ​ຂອງ​ຮົງ​ກົງ ເຂົ້າ​ໄປ​ເຕົ້າ​ໂຮມ​ກັນ​ຢູ່ນອກ​ສະ​ພານິ​ຕິ​ບັນ​ຍັດ, ເປັນ​ສະ​ຖານ​ນິ​ຕິ​ບັນ
​ຍັດ ເຄິ່ງ​ປະ​ຊາ​ທິ​ປະ​ໄຕ​ຂອງ​ເມືອງ​ດັ່ງ​ກ່າວ ທີ່​ກຳ​ລັງ​ໂຕ້​ຖຽງ ກ່ຽວ​ກັບ ຮ່າງ​ກົດ​ໝາຍ​ດັ່ງ​
ກ່າວ​ໃນ​ປັດ​ຈຸ​ບັນ​ນີ້.

ພວກ​ປະ​ທ້ວງ​ຫຼາຍ​ຄົນ​ພາ​ກັນ​ຮຽກ​ຮ້ອງ​ໃຫ້ ຫົວ​ໜ້າ​ບໍ​ລິ​ຫານ ທ່ານ​ນາງ​ແຄ​ຣ​ຣີ ແລມ ລາ​ອອກ​ຈາກ​ຕຳ​ແໜ່ງ​ໃນ​ວັນ​ອາ​ທິດ​ວານ​ນີ້.
ພວກ​ປະ​ທ້ວງ​ຫຼາຍ​ຄົນ​ພາ​ກັນ​ຮຽກ​ຮ້ອງ​ໃຫ້ ຫົວ​ໜ້າ​ບໍ​ລິ​ຫານ ທ່ານ​ນາງ​ແຄ​ຣ​ຣີ ແລມ ລາ​ອອກ​ຈາກ​ຕຳ​ແໜ່ງ​ໃນ​ວັນ​ອາ​ທິດ​ວານ​ນີ້.

ກຸ່ມແນວ​ໜ້າ ​ສິດ​ທິພົນ​ລະ​ເມືອງ​ ທີ່​ເປັນ​ຜູ້​ຈັດ​ຕັ້ງ​ການ​ປະ​ທ້ວງ ໄດ້​ຄາດ​ຄະ​ເນ​ຝູງ​ຊົນ
​ຈ​ະມີ​ຈຳ​ນວນ​ຫຼາຍກວ່າ​ນຶ່ງ​ລ້​ານ​ຄົນ ໃນ​ຂະ​ນະ​ທີ່​ຕຳ​ຫຼວດ ​ຮົງ​ກົ​ງ ​ກ່າວ​ວ່າ ມີ​ຜູ້​ເຂົ້າ​
ຮ່ວມ​ສູງ​ສຸດ 240,000 ຄົນ​ຢູ່​ຕາມ​ຖະ​ໜົນ.

ບໍ່​ຄືຜູ້​ເຂົ້າ​ຮ່ວມ​ການ​ປະ​ທ້ວງ​ທຳ​ມະ​ດາ​ຂອງ ​ຮົງ​ກົງ ໃນ​ວັນ​ທີ 1 ​ກໍ​ລະ​ກົດ ແລະ​ວັນ​ທີ 1
ຕຸ​ລາ, ທີ່​ເປັນ​ວັນ​ຄົບ​ຮອບ​ກາ​ນ​ທ້ອນ​ໂຮມກັບຈີນ ແລະ​ ວັນ​ຊາດຂອງ ​ຈີນ ນັ້ນ, ພວກ​
ປະ​ທ້​ວງ​ຫຼາຍ​ຄົນ​ໃນ​ວັນ​ອາ​ທິດ​ວານນີ້​ເວົ້າ​ວ່າ ເຂົາ​ເຈົ້າ​ບໍ່​ຄ່ອຍ​ເຂົ້າ​ຮ່ວມ​ການ​ປະ​ທ້ວງ
ປານ​ໃດ.

ທ່ານ ​ເອດ​ວິນ ໂລ ກ່າວ​ວ່າ “ພວກ​ເຮົາ​ບໍ່​ມັກ​ກົດ​ໝາຍ​ທີ່ ລັດ​ຖະ​ບານ ​ຈີນ ສາ​ມາດດຳ​
ເນີນ​ຄະ​ດີ​ຕໍ່ພວກ​ເຮົາ.”

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG