ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫວຽດນາມ ຕັດສິນ​ຈຳ​ຄຸກ ທ່ານ Le Quoc Quan ສອງປີ ເຄິ່ງ (ວີດີໂອ)


ພວກ​ສະໜັບສະໜຸນ ​ທ່ານ Quan
ພວກ​ສະໜັບສະໜຸນ ​ທ່ານ Quan
ນັກ​ເຄື່ອນ​ໄຫວ​ທີ່​ສຳຄັນ​ຄົນ​ນຶ່ງຂອງ​ຫວຽດນາມ ຖືກ​ຕັດສິນ​ໂທດ
​ຈຳ​ຄຸກ 2 ປີເຄິ່ງໃນ​ຂໍ້​ຫາ​ຫລົບ​ຫລີກ​ການ​ເສຍ​ພາສີທີ່​ພວກ​ຕຳ​ໜິ
ຕິຕຽນ​ເວົ້າວ່າ ມີ​ຈຸດປະສົງ​ທາງ​ການ​ເມືອງ.

ນອກ​ນັ້ນ ທ່ານ Le Quoc Quan ຍັງ​ຖືກ​ປັບ​ໃໝ​ປະມານ 60
ພັນ​ໂດ​ລາໃນ​ການ​ດຳ​ເນີນ​ຄະດີ​ເປັນ​ເວລາ​ເຄິ່ງມື້ພາຍ​ໃຕ້​ການ
​ຮັກສາ​ຄວາມ​ປອດ​ໄພ​ຢ່າງ​ເຄັ່ງ ຄັດ​ ​ໃນ​ວັນ​ພຸດ​ມື້ນີ້ ທີ່​ສານ​ປະ
ຊາຊົນ ​ໃນ​ນະຄອນຫຼວງຮາ​ໂນ່ຍ.

ກ່ອນ​ການ​ຕັດສິນ​ນັ້ນ ຕຳຫຼວດ​ໄດ້​ວາງ​ກຳລັງຢ່າງ​ເຂັ້ມງວດ
ອ້ອມ​ສານເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ພວກ​ສະໜັບສະໜຸນ​ທ່ານ Quan ​
ເຂົ້າ​ໄປ​ໃນ​ບໍລິ​ເວນ​ດັ່ງກ່າວ. ມີ​ລາຍງານ​ວ່າ​ໄດ້​ເກີດ​ການ​ປະ​ທະ​ກັນແບບ​ບໍ່ຮ້າຍ​ແຮງ​ຂຶ້ນ.

ທ່ານ Quan ອາຍຸ 42 ປີ ​ແມ່ນ​ນຶ່ງ​ໃນ​ບັນດາ​ພວກ​ຕິຕຽນ​ລັດຖະບານ​ທີ່​ມີ​ຊື່​ສຽງ ທີ່​ສຸດ.
ກ່ອນ​ຖືກ​ຈັບ​ໃນ​ເດືອນ​ທັນວາ ທະນາຍຄວາມ​ທີ່​ນັບຖື​ສາສະໜາ​ກາ​ໂຕ​ລິກ ທ່ານ​ນີ້ ​ໄດ້​ຂຽນ
​ຂ່າວ​ລົງ​ອິນ​ເຕີ​ແນັດ ກ່ຽວ​ກັບ​ເລື່ອງ​ສິດທິ​ມະນຸດ ປະຊາທິປະ​ໄຕ ອິດສະຫຼະພາ​ບ​ໃນ​ການ
​ນັບຖື​ສາສະໜາແລະ​ເລື່ອງ​ທີ່​ມີ​ຄວາມ​ຫຼໍ່​ແຫຼມສຳຄັນ​ອື່ນໆ.

ທ່ານ Duy Hoang ​ແມ່ນ​ໂຄສົກ​ຂອງ​ກຸ່ມ Viet Tan ຊຶ່ງ​ເປັນ​ກຸ່ມນິຍົມ​ປະຊາທິປະ​ໄຕທີ່​ມີ
​ສຳນັກງານຕັ້ງ​ຢູ່​ກຸງ​ວໍ​ຊິງຕັນກ່າວ​ຕໍ່​ວີ​ໂອ​ເອວ່າ ມັນ​ເປັນ​ການ​ດຳ​ເນີນຄະດີ ທີ່​ມີ​ຈຸດປະສົງ
​ທາງ​ດ້ານ​ການ​ເມືອງ​ ນັບ​ແຕ່​ຕອນ​ເລີ້ມຕົ້ນ.

ນີ້ບໍ່​ແມ່ນ​ເທື່ອ​ທຳ​ອິດ ທີ່​ທ່ານ Quan ປະ​ເຊີນ​ກັບ​ຂໍ້​ຫາ​ອາຍາ. ທ່ານ​ເຄີ​ຍຖືກ​ຈັບ ​ແລະ​ຖືກ
​ຟ້ອງ​ມາ​ແລ້ວ​ໃນ​ຂໍ້​ຫາ​ໂຄ່ນ​ລົ້ມລັດຖະບານ ​ໃນ​ປີ 2007 ບໍ່​ດົນ​ຫຼັງຈາກ​ ​ໄດ້​ຮັບ​ທຶນຈາກ
​ລັດຖະບານ​ສະຫະລັດ​ມາ​ອົບຮົມ​ເລື່ອງ​ສິດທິ​ພົນລະ​ເມືອງ. ທ່ານໄດ້​ຖືກ​ປ່ອຍ​ໃນ​ເວລາ
​ຕໍ່​ມາ ຍ້ອນ​ການ​ຮຽກຮ້ອງ​ຂອງ​ນາໆ​ຊາດ.

ລຸນ​ຫລັງ​ການ​ຕັດສິນ​ໃນ​ວັນ​ພຸດ​ມື້ນີ້ ສະຖານທູດ​ສະຫະລັດ​ທີ່​ນະຄອນຫຼວງຮາ​ໂນ່ຍ ​
ໄດ້​ອອກ​ຖະ​ແຫຼງຂ່າວ​ສະບັບ​ນຶ່ງ​ເວົ້າວ່າ ຕົນ​ມີ​ຄວາມ​ເປັນ​ຫ່ວງ​ກັງວົນ​ທີ່​ສຸດ ກ່ຽວກັບ​ການ
​ລົງ​ໂທດດັ່ງກ່າວ. ຖະ​ແຫຼງຂ່າວ​ເວົ້າວ່າ ການ​ໃຊ້​ກົດໝາຍ​ເກັບ​ພາສີ​ຂອງ​ເຈົ້າໜ້າ​ທີ່​ຫວຽດ
ນາມ ​ເພື່ອ​ລົງ​ໂທດພວກ​ຕຳ​ໜິຕິຕຽນ​ລັດຖະບານ ທີ່​ໄດ້​ສະແດງ​ອອກ​ຊຶ່ງ​ທັດສະນະ​
ຄວາມ​ເຫັນ​ທາງດ້ານ​ການ​ເມືອງຢ່າງ​ສັນຕິ​ຂອງ​ພວກ​ເຂົາ ​ເຈົ້ານັ້ນ ​ແມ່ນ​ເປັນ​ເລື່ອງ​ທີ່
ລົບ​ກວນ​ໃຈ​.

VIETNAM RIGHTS VO.mov
please wait
Embed

No media source currently available

0:00 0:00:46 0:00
XS
SM
MD
LG