ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກປະທ້ວງ ຟີລິບປິນ ຮຽກຮ້ອງ ບໍ່ໃຫ້ປະທານາທິບໍດີຂອງຕົນ ນຳເອົາສົບຂອງ ທ່ານ Marcos ມາຝັງໃນສຸສານ ວິລະຊົນ


ພວກປະທ້ວງຖືປ້າຍ ໃນຂະນະທີ່ພວກເຂົາເຈົ້າເຕົ້າໂຮມກັນ
ປະທ້ວງທີ່ສວນສາທະລະນະ Rizal Park ໃນນະຄອນຫຼວງ ມະນິລາ ເພື່ອຄັດຄ້ານການຝັງສົບຂອງອະດີດຜູ້ນຳຜະເດັດ
ການ ທ່ານ Ferdinand Marcos ທີ່ສຸສານວິລະຊົນ. 14 ສິງຫາ, 2016.
ພວກປະທ້ວງຖືປ້າຍ ໃນຂະນະທີ່ພວກເຂົາເຈົ້າເຕົ້າໂຮມກັນ ປະທ້ວງທີ່ສວນສາທະລະນະ Rizal Park ໃນນະຄອນຫຼວງ ມະນິລາ ເພື່ອຄັດຄ້ານການຝັງສົບຂອງອະດີດຜູ້ນຳຜະເດັດ ການ ທ່ານ Ferdinand Marcos ທີ່ສຸສານວິລະຊົນ. 14 ສິງຫາ, 2016.

ພວກປະທ້ວງຫຼາຍໆຮ້ອຍຄົນ ໄດ້ພາກັນແຂ່ງຝົນທີ່ຕົກແຮງຢູ່ໃນນະຄອນຫຼວງຂອງ ຟີລິບ ປິນ ໃນວັນອາທິດມື້ນີ້ ປະນາມແຜນການຂອງປະທານາທິບໍດີ ໂຣດຣິໂກ ດູເຕັກເຕ ທີ່ຈະ ໃຫ້ກຽດແກ່ມື້ລາງອະດີດຜະເດັດການ ແຟກດິນັງ ມາກົສ ທີ່ຈະທຳພິທີແຫ່ງຊາດຝັງສົບ ຂອງຜູ້ກ່ຽວຢູ່ທີ່ສຸສານວິຣະຊົນ.

ນອກນີ້ ການປະທ້ວງຍັງມີຂຶ້ນຢູ່ແຫ່ງອື່ນໆຂອງປະເທດນຳ ແຕ່ ທ່ານ ດູເຕັກເຕ ກໍຍັງຍຶດ ໝັ້ນໃນການຕັດສີນໃຈຂອງຕົນຢ່າງແໜ້ນໜຽວ ວ່າຈະຍ້າຍສົບຂອງທ່ານ ມາກົສ ຈາກ ເມືອງຂອງເພິ່ນ ໄປສູ່ສຸສານວິຣະຊົນແຫ່ງຊາດ ທີ່ນະຄອນຫຼວງ ມະນີລາ ໃນເດືອນໜ້າ.

ທ່ານນາງ ຣີຊາ ຮອນຕີເວຣົສ ທີ່ຮ່ວມຢູ່ໃນການປະທ້ວງເວົ້າວ່າ “ມາກົສ ໄດ້ຖືກບັນທຶກ ລົງໃນປະວັດສາດວ່າ ເປັນສັດຕູຂອງພວກວິຣະຊົນຂອງພວກເຮົາ ແລະ ດູເຕັກເຕ ບໍ່ ຄວນປະພຶດອັນທີ່ທ່ານນາງເອີ້ນວ່າ ຄວາມຜິດອັນຮ້າຍກາດນີ້."

ນອກຈາກນີ້ແລ້ວ ໃນບັນດາພວກປະທ້ວງທັງຫຼາຍ ກໍຍັງມີພວກທີ່ໄດ້ຮັບເຄາະ ແລະ ພວກ ທີ່ຖືກຂັງຄຸກໃນສະໄໝ ມາກົສ ຄອງອຳນາດນຳ.

ມາກົສ ທີ່ໄດ້ຖືກເລືອກເປັນປະທານາທິບໍດີໃນປີ 1965​ ໄດ້ປະກາດໃຊ້ກົດໄອຍະການ ເສິກໃນປີ 1972 ແລະຕໍ່ມາກໍໄດ້ຖືກກ່າວຫາວ່າ ລະເມີດສິດທິມະນຸດຢ່າງໃຫຽ່ແລະກອບ ໂກຍເອົາຊັບສົມບັດຂອງປະເທດຊາດເພື່ອຜົນປະໂຫຽດສ່ວນຕົວ. ເພິ່ນໄດ້ຖືກໂຄ່ນລົ້ມ ໂດຍການລຸກຮືຂຶ້ນຂອງ “ກຳລັງປະຊາຊົນ” ໃນປີ 1986 ແລ້ວກໍໄປໃຊ້ຊີວິດແບບຖືກເນ ລະເທດຢູ່ຣັດຮາວາຍກັບຄອບຄົວຂອງຜູ້ກ່ຽວຈົນເສຍຊີວິດໃນປີ1989. ສົບຂອງທ່ານໄດ້ ຖືກນຳກັບຄືນໄປບ້ານເກີດ ແລະຖືກນຳສະແດງໄວ້ຢູ່ໃນໂລງສົບແກ້ວ.

ທ່ານ ດູເຕັກເຕ ທີ່ເວົ້າວ່າ ຄັ້ງນຶ່ງເຄີຍໄດ້ປ່ອນບັດເອົາທ່ານ ມາກົສ ແລະ ມື້ລາງພໍ່ຂອງ ເພິ່ນກໍເຄີຍໄດ້ຮັບໃຊ້ຢູ່ໃນຄະນະລັດຖະບານຈອມຜະເດັດການດັ່ງກ່າວ ໂຕ້ຖຽງວ່າ ມາກົສ ສົມຄວນຈະຖືກນຳໄປຝັງທີ່ສຸສານວິຣະຊົນ ເພາະເຄີຍເປັນອະດີດທະຫານ ແລະ ປະທານາທິບໍດີ.


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ອະດິດສະຕີໝາຍເລກໜຶ່ງ ທ່ານນາງ Imelda Marcos ຈູບໂລກສົບແກ້ວຂອງສາມີ, ທ່ານ ເຟີດີນັງ ມາກົສ ຜູ້ນຳຜະເດັດການທີ່ໄດ້ເສຍຊີວິດແລ້ວ, ເຊິ່ງຍັງບໍ່ໄດ້ຖືກຝັງນັບຕັ້ງແຕ່ທ່ານໄດ້ເສຍຊີວິດໃນປີ 1989.
ອະດິດສະຕີໝາຍເລກໜຶ່ງ ທ່ານນາງ Imelda Marcos ຈູບໂລກສົບແກ້ວຂອງສາມີ, ທ່ານ ເຟີດີນັງ ມາກົສ ຜູ້ນຳຜະເດັດການທີ່ໄດ້ເສຍຊີວິດແລ້ວ, ເຊິ່ງຍັງບໍ່ໄດ້ຖືກຝັງນັບຕັ້ງແຕ່ທ່ານໄດ້ເສຍຊີວິດໃນປີ 1989.

XS
SM
MD
LG