ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ພວກປະທ້ວງໄດ້ຝ່າຝືນລະບຽບ ຫ້າມອອກເຮືອນ ຂອງລັດມິນເນໂຊຕາ ຫລັງຈາກ ຕໍາຫລວດໄດ້ຍິງປືນໃສ່ຄົນ


ຜູ້ປະທ້ວງຄົນນຶ່ງຍົກມືຂຶ້ນຕໍ່ໜ້າຂອງພວກຕໍາຫລວດທີ່ພະຍາຍາມເຮັດໃຫ້ພວກປະທ້ວງສະຫລສຍຕົວ ໃນຂະນະທີ່ພວກປະທ້ວງຝ່າຝືນລະບຽບການອອກເຮືອນເພື່ອໄປປະທ້ວງຕໍ່ການຍິງ ທ້າວ Daunte Wright, ໃນເຂດ Brooklyn Center, ລັດເມນີໂຊຕາ (ວັນທີ 12 ເມສາ, 2021),
ຜູ້ປະທ້ວງຄົນນຶ່ງຍົກມືຂຶ້ນຕໍ່ໜ້າຂອງພວກຕໍາຫລວດທີ່ພະຍາຍາມເຮັດໃຫ້ພວກປະທ້ວງສະຫລສຍຕົວ ໃນຂະນະທີ່ພວກປະທ້ວງຝ່າຝືນລະບຽບການອອກເຮືອນເພື່ອໄປປະທ້ວງຕໍ່ການຍິງ ທ້າວ Daunte Wright, ໃນເຂດ Brooklyn Center, ລັດເມນີໂຊຕາ (ວັນທີ 12 ເມສາ, 2021),

ປະຊາຊົນຫຼາຍຮ້ອຍຄົນໄດ້ເຕົ້າໂຮມກັນໃນຕອນແລງວັນຈັນວານນີ້ ຢູ່ນອກສະຖານີຕຳຫຼວດແຫ່ງນຶ່ງ ໃນລັດເມນີໂຊຕາຂອງສະຫະລັດເພື່ອປະທ້ວງການຍິງສັງຫານຜູ້ຊາຍຄົນນຶ່ງໂດຍເຈົ້າໜ້າທີ່ຕຳຫຼວດ.

ຕຳຫຼວດໃນເຂດບຣຸກຄລິນ ເຊັນເຕີ (Brooklyn Center) ຂອງນະຄອນມິນເນອາໂປລິສ ໄດ້ຍິງອາຍແກັສ ແລະແກວ່ງລະເບີດກະປອງສຽງດັງກ້ອງກັງວານໄປທົ່ວເພື່ອພະຍາຍາມເຮັດໃຫ້ຝູງຊົນສະຫລາຍຕົວພາຍຫລັງທີ່ໄດ້ເລີ່ມຕົ້ນການເກືອດຫ້າມຄົນອອກເຮືອນໃນຕອນກາງຄືນຄັ້ງໃໝ່.

ມີການປະທະກັນລະຫວ່າງຜູ້ປະທ້ວງກັບຕຳຫຼວດໃນຂະນະທີ່ເຈົ້າໜ້າທີ່ໄດ້ຍ້າຍຜູ້ປະທ້ວງໃຫ້ໜີອອກໄປໄກຈາກສະຖານີຕຳຫຼວດ.

ເຈົ້າໜ້າທີ່ກ່າວວ່າ ບາງຄົນໃນຈຳນວນຝູງຊົນໄດ້ແກວ່ງສິ່ງຂອງຕ່າງໃສ່ເຈົ້າໜ້າ ທີ່, ແລະມີປະມານ 40 ຄົນຖືກຈັບ.

ການປະທ້ວງສ່ວນໃຫຍ່ແມ່ນເກີດຂຶ້ນໃນຕອນເຊົ້າມືດ ຂອງວັນອັງຄານມື້ນີ້.

ທ້າວ ດອນເທ ໄວຣທ໌ (Daunte Wright), ຊາຍອາເມຣິກັນເຊື້ອສາຍອາຟຣິກາ, ອາຍຸ 20 ປີ ຖືກຂ້າຕາຍໃນຂະນະທີ່ຕຳຫຼວດສັ່ງໃຫ້ຢຸດລົດ ໃນຕອນບ່າຍວັນອາທິດຜ່ານມາ.

ຫົວໜ້າຕຳຫຼວດເຂດບຣຸກຄລິນ ເຊັນເຕີ, ທ່ານທິມ ແກນນອນ (Tim Gannon) ກ່າວໃນວັນຈັນວານນີ້ວ່າ ທ່ານເຊື່ອວ່າ ເຈົ້າໜ້າທີ່ຄົນນັ້ນໄດ້ຍິງທ້າວ ໄວຣທ໌ ໂດຍບັງເອີນໃນເວລາທີ່ນາງຄິດວ່າຈະໃຊ້ປືນຊັອດໄຟຟ້າ ຫລື Taser ຂອງນາງ.

ປືນຊັອດໄຟຟ້າແມ່ນອາວຸດເອເລັກໂຕຣນິກທີ່ເຮັດໃຫ້ຄົນຊັອກແຕ່ບໍ່ເປັນອັນຕະລາຍເຖິງຊີວິດ ໂດຍການໃຊ້ໄຟຟ້າຊັອດເຮັດໃຫ້ບຸກຄົນນຶ່ງບໍ່ສາມາດເໜັງຕີງໄດ້, ແລ້ວເຮັດໃຫ້ພວກເຂົາເຈົ້າເຂົ້າໄປໃກ້ແລະຮັບມືກັບສະຖານະການໄດ້ໃນແບບທີ່ບໍ່ມີການຂັດຂືນ ແລະມີຄວາມປອດໄພ.

ສຳນັກງານດ້ານການຈັບກຸມໃນຄະດີອາຍາຂອງລັດດັ່ງກ່າວກຳລັງສືບສວນເບິ່ງການຍິງດັ່ງກ່າວນັ້ນຢູ່.

ເຈົ້າໜ້າທີ່ ທີ່ປະຕິບັດງານມາໄດ້ 26 ປີ ແລ້ວໄດ້ຖືກໃຫ້ພັກການໃນທາງບໍລິຫານຢູ່.

ເຈົ້າເມືອງໂມຄ໌ ອີລີອອດ (Mike Elliott) ຂອງບຣຸກຄລິນເຊັນເຕີ ກ່າວວ່າເຈົ້າ ໜ້າທີ່ຄົນນັ້ນຄວນຖືກໄລ່ອອກການ.

ທ່ານກ່າວວ່າ "ພວກເຮົາບໍ່ສາມາດທີ່ຈະເຮັດຄວາມຜິດທີ່ນຳໄປສູ່ການສູນເສຍຊີວິດຂອງຄົນອື່ນໆ." "ພວກເຮົາຈະເຮັດທຸກສິ່ງທຸກຢ່າງທີ່ພວກເຮົາສາມາດເຮັດໄດ້ເພື່ອຮັບປະກັນວ່າມັນມີຄວາມຍຸດຕິທຳ, ແລະຊຸມຊົນຂອງພວກເຮົາມີຄວາມຢູ່ດີຮ່ວມກັນທັງໝົດ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG