ປະຊາຊົນຫຼາຍສິບພັນຄົນໄດ້ເດີນຂະບວນໃນຖະໜົນຫຼາຍແຫ່ງຂອງ ຮົງກົງ ໃນວັນອາ
ທິດວານນີ້ ເພື່ອຕໍ່ຕ້ານກົດໝາຍທີ່ຈະອະນຸຍາດໃຫ້ປະຊາຊົນ ຖືກສົ່ງໄປ ດຳເນີນຄະດີ
ໃນ ຈີນ ແຜ່ນດິນໃຫຍ່ ບ່ອນທີ່ສານຕ່າງໆຖືກຄວບຄຸມໂດຍພັກ ຄອມມູນິສນັ້ນ.
ໃນຂະນະທີ່ພວກເດີນຂະບວນໄດ້ແຍກກັນໃນຕອນແລງຂອງວັນອາທິດວານນີ້, ພວກ
ປະທ້ວງຫຼາຍຄົນແມ່ນໄດ້ປະທະກັບຕຳຫຼວດ. ຜູ້ປະທ້ວງຢ່າງໜ້ອຍສອງຄົນຖືກຕຳ
ຫຼວດຈັບຕົວໄປ, ອີງຕາມລາຍງານຂອງໜັງສືພິມ South China Morning Post.
ຮູບພາບຫຼາຍໃບທີ່ຖືກເຜີຍແຜ່ໃນສື່ສັງຄົມໄດ້ສະແດງໃຫ້ເຫັນວ່າ ຕຳຫຼວດໃນຊຸດປາບ
ປາມຈະລາຈົນ ໄດ້ປະເຊີນໜ້າກັບພວກປະທ້ວງ.
ການປະທ້ວງໃນຕອນເຊົ້າຢູ່ສະຖານີລົດໄຟ ຄາວລູນ ສ່ວນໃຫຍ່ແມ່ນມີຄວາມສະຫງົບ.
ບັນດາຜູ້ຈັດການປະທ້ວງກ່າວວ່າ ມີປະຊາຊົນ 230,000 ຄົນໄດ້ເຂົ້າຮ່ວມ, ໃນຂະນະ
ທີ່ຕຳຫຼວດໄດ້ຄາດວ່າຝູງຄົນນັ້ນມີປະມານ 56,000 ຄົນ.
ພວກປະທ້ວງໃນວັນອາທິດວານນີ້ ໄດ້ແນເປົ້າໃສ່ສະຖານີລົດໄຟດ່ວນ West Kowloon
ທີ່ເຊື່ອມຕໍ່ເກາະຮົງກົງ ກັບ ຈີນແຜ່ນດິນໃຫຍ່. ພວກປະທ້ວງໄດ້ເວົ້າວ່າ ເຂົາເຈົ້າຢາກ
ເວົ້າໂດຍກົງກັບພວກຢ້ຽມຢາມຈາກ ຈີນແຜ່ນດິນໃຫຍ່ ເພື່ອແຈ້ງໃຫ້ ເຂົາເຈົ້າຮູ້ ກ່ຽວກັບ
ກົດໝາຍທີ່ມີບັນຫານັ້ນ.
ການຖ່າຍທອດຂ່າວ ກ່ຽວກັບ ການປະທ້ວງດົນເຖິງເດືອນໃນເກາະ ຮົງກົງ ຢູ່ ຈີນແຜ່ນ
ດິນໃຫຍ່ ແມ່ນບໍ່ໄດ້ມີຫຼາຍ. ການປະທ້ວງໃນວັນອາທິດວານນີ້ ແມ່ນການປະທ້ວງທີ່ສຳ
ຄັນ ນັບຕັ້ງແຕ່ອາທິດທີ່ຜ່ານມາ ເມື່ອພວກປະທ້ວງໄດ້ບຸກເຂົ້າ ໄປໃນຕຶກສະພານິຕິບັນ
ຍັດຂອງ ຮົງກົງ, ສ້າງຄວາມເສຍຫາຍ ແລະ ເປ່ເພ ໃຫ້ແກ່ສະພາດັ່ງກ່າວ.
ຫ້ອງການ ກ່ຽວກັບ ບັນຫາ ຮົງກົງ ແລະ ມາເກົ້າ ຂອງລັດຖະບານ ຈີນ ໄດ້ອະທິບາຍ
ການກະທຳຂອງພວກປະທ້ວງໃນອາທິດທີ່ຜ່ານມາວ່າ ເປັນການໂຈມຕີ ໂດຍກົງຕໍ່ກົດ
ເກນ “ນຶ່ງປະເທດ, ສອງລະບົບ” ທີ່ອະນຸຍາດໃຫ້ມີເສລີພາບໃນ ເກາະຮົງກົງ ວ່າເປັນ
ເຂດແດນທີ່ພິເສດ ຢູ່ໃນປະເທດພັກຄອມມູນິສນັ້ນ.