ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາຜູ້ປະທ້ວງ ຮຽກຮ້ອງໃຫ້ ສປປ ລາວ ປ່ອຍໂຕນັກກົດໝາຍເພື່ອສິດທິມະນຸດຊາວຈີນ ບໍ່ແມ່ນສົ່ງກັບໄປ ຈີນ


ໃນພາບທີ່ໄດ້ຈາກວີດີໂອ ໂດຍແຫຼ່ງຂ່າວທີ່ບໍ່ປະສົງອອກນາມ, ນຶ່ງໃນສອງນັກເຄື່ອນໄຫວ, ຊ້າຍ, ເດີນທາງກັບນັກກົດໝາຍເພື່ອສິດທິມະນຸດຊາວຈີນ ທ່ານລູ ຊີເວ, ຂວາ, ໂຕ້ຖຽງກັບຕໍາຫຼວດ ທີ່ກໍາລັງຈັບ ທ່ານລູ, ວັນທີ 28 ກໍລະກົດ 2023. (Anonymous Source via AP)
ໃນພາບທີ່ໄດ້ຈາກວີດີໂອ ໂດຍແຫຼ່ງຂ່າວທີ່ບໍ່ປະສົງອອກນາມ, ນຶ່ງໃນສອງນັກເຄື່ອນໄຫວ, ຊ້າຍ, ເດີນທາງກັບນັກກົດໝາຍເພື່ອສິດທິມະນຸດຊາວຈີນ ທ່ານລູ ຊີເວ, ຂວາ, ໂຕ້ຖຽງກັບຕໍາຫຼວດ ທີ່ກໍາລັງຈັບ ທ່ານລູ, ວັນທີ 28 ກໍລະກົດ 2023. (Anonymous Source via AP)

ບັນດາກຸ່ມສິດທິມະນຸດ ແລະນັກເຄື່ອນໄຫວ ໄດ້ພາກັນປະທ້ວງຢູ່ດ້ານນອກສະຖານທູດລາວ ປະຈຳນະຄອນຫຼວງລອນດອນ ໃນວັນຈັນວານນີ້ ເພື່ອຮຽກຮ້ອງໃຫ້ປ່ອຍໂຕທະນາຍຄວາມສິດທິມະນຸດທີ່ມີຊື່ສຽງ ຜູ້ທີ່ໄດ້ຖືກຈັບກຸມຢູ່ໃນລາວ ເມື່ອເດືອນແລ້ວນີ້ ຫຼັງຈາກທີ່ທ່ານຫລົບໜີອອກຈາກຈີນ ແລະດຽວນີ້ຜູ້ກ່ຽວກຳລັງປະເຊີນກັບຄວາມສ່ຽງທີ່ຈະຖືກສົ່ງກັບຄືນໄປຈີນ.

ທ່ານລູ ຊີເວ ໄດ້ຖືກຈັບກຸມຢູ່ໃນລາວ ເມື່ອວັນທີ 28 ກໍລະກົດ ຂະນະທີ່ທ່ານ ໄດ້ພະຍາຍາມເດີນທາງໄປສະຫະລັດ ເພື່ອກັບຄືນໄປຫາພັນລະຍາແລະລູກສາວຂອງທ່ານ ອີງຕາມກຸ່ມສິດທິມະນຸດ ຊຶ່ງກຳລັງຊ່ອຍເຫຼືອທ່ານລູ ໃນປັດຈຸບັນນີ້.

ທ່ານລູ ໂດຍສ່ວນຫຼາຍໄດ້ຮັບເອົາຄະດີດ້ານການເມືອງທີ່ຫຼໍ່ແຫຼມ ລວມທັງຄະດີນຶ່ງທີ່ພົວພັນກັບ ພົນລະເມືອງຮົ່ງກົງ 12 ຄົນ ຜູ້ທີ່ໄດ້ຖືກຈັບກຸມໂດຍໜ່ວຍຍາມຝັ່ງຂອງຈີນ ໃນປີ 2020 ຂະນະທີ່ພວກເຂົາໄດ້ພະຍາຍາມຫລົບໜີໃນເຮື່ອລຳນຶ່ງໄປໄຕ້ຫວັນ. ທ່ານລູ ໄດ້ຖືກປົດອອກຈາກການເປັນທະນາຍຄວາມ ໃນນຶ່ງປີຕໍ່ມາ ເນື່ອງຈາກການກ່າວຄຳປາໄສທາງອອນໄລນ໌ ທີ່ຖືກກ່າວຫາວ່າ “ເປັນໄພອັນຕະລາຍຕໍ່ຄວາມໝັ້ນຄົງແຫ່ງຊາດ.”

ທ່ານລູໄດ້ຖືກໃຫ້ຢູ່ພາຍໃຕ້ອັນທີ່ເອີ້ນວ່າ “ຫ້າມອອກ” ໂດຍທາງການຈີນ ນັບຕັ້ງແຕ່ເດືອນພຶດສະພາ 2021 ໂດຍຫ້າມທ່ານບໍ່ໃຫ້ອອກນອກປະເທດ. ເຖິງຢ່າງໃດກໍຕາມ ໃນລະຫວ່າງຢູ່ພາຍໃຕ້ການຫ້າມດັ່ງກ່າວ ກຸ່ມສິດທິມະນຸດ ໄດ້ກ່າວວ່າ ທ່ານລູ ຍັງມີໜັງສືເດີນທາງ ແລະວີຊາ ທີ່ຖືກຕ້ອງ ສຳລັບລາວ ແລະສະຫະລັດ.

ຈົດໝາຍເປີດຊອງ ທີ່ໄດ້ຖືກລົງນາມໂດຍກຸ່ມສິດທິມະນຸດ ຫຼາຍກວ່າ 85 ກຸ່ມ ລວມທັງ Amnesty International ທີ່ຮຽກຮ້ອງໃຫ້ປ່ອຍໂຕ ທ່ານລູ ໄດ້ຖືກມອບໃຫ້ແກ່ເຈົ້າໜ້າທີ່ລາວ ຢູ່ສະຖານທູດ ຂະນະທີ່ພວກປະທ້ວງພາກັນຍົກປ້າຍຕ່າງໆ ລວມທັງປ້າຍທີ່ຂຽນວ່າ “ຈີນບໍ່ສາມາດເຊື່ອຖືໄດ້” ອີງຕາມໂພສຕ່າງໆທີ່ໄດ້ຖືກນຳລົງໃນສື່ສັງຄົມ.

ຈົດໝາຍນັ້ນ ອ່ານວ່າ “ພວກເຮົາມີຄວາມເປັນຫ່ວງຢ່າງຍິ່ງທີ່ທ່ານລູ ກຳລັງຢູ່ໃນຄວາມສ່ຽງສູງທີ່ຈະຖືກບັງຄັບໃຫ້ສົ່ງຕົວກັບຄືນໄປຈີນ ບ່ອນທີ່ທ່ານປະເຊີນກັບຄວາມເປັນໄປໄດ້ສູງຂອງການຖືກທໍລະມານ ແລະການປະຕິບັດຕໍ່ທີ່ບໍ່ດີອື່ນໆ.”

ທ່ານນາງ ຊາງ ຈຸນສຽວ ພັນລະຍາຂອງທ່ານລູ ໃນວີດີໂອຢູທູບ ໃນເບື້ອງຕົ້ນ ໄດ້ຮຽກຮ້ອງໃຫ້ທ່ານລູ ເຂົ້າຫາທະນາຍຄວາມ ແລະບັນດານັກການທູດຕ່າງປະເທດ.

ທ່ານລູ ໄດ້ຖືກຈັບກຸມ ກ່ຽວກັບຂໍ້ສົງໄສຂອງການນຳໃຊ້ “ເອກະສານເດີນທາງປອມ” ອີງຕາມໜັງສືທີ່ໄດ້ຂຽນໂດຍສະຖານທູດລາວ.

“ຖ້າຖືກພົບເຫັນວ່າຜິດ ທ່ານຊີເວ ຈະຖືກເນລະເທດ “ສະຖານທູດໄດ້ຂຽນ ໃນໜັງສືລົງວັນທີ 4 ສິງຫາ ແລະໄດ້ເຫັນໂດຍອົງການຂ່າວຣອຍເຕີສ໌ ທີ່ໄດ້ຖືກສົ່ງໄປຫາທ່ານຊັກກຣາ ອິປ ຫົວໜ້າຂອງ “29 ຫຼັກການ” ຊຶ່ງເປັນກຸ່ມສະໜັບສະໜຸນບັນດາທະນາຄວາມທີ່ປະເຊີນກັບການກົດຂີ່.

ສະຖານທູດລາວ ບໍ່ໄດ້ໃຫ້ຄຳຕອບໃດໆໃນທັນທີ ຕໍ່ການຂໍໃຫ້ມີຄວາມເຫັນຂອງອົງການຂ່າວຣອຍເຕີສ໌.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG