ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ພວກປະທ້ວງຢູ່ໄທ ຮຽກຮ້ອງ ຕໍ່ສະຫະປະຊາຊາດ


ພວກປະທ້ວງ ຕໍ່ຕ້ານລັດຖະບານ ໃນໄທ ໄດ້ໂຮມຊຸມກັນ ຢູ່ຕໍ່ໜ້າສຳນັກງານ ປະຈຳພູມີພາກ ຂອງອົງການ ສະຫະປະຊາຊາດ ທີ່ບາງກອກ ໃນວັນພະຫັດມື້ນີ້ ເພື່ອຮ້ອງຂໍ ຄວາມຊ່ອຍເຫລືອ ຂະນະທີ່ ຄວາມເຄັ່ງຕຶງເ ພີ້ມທະວີຂຶ້ນ ທີ່ນະຄອນຫລວງ ຂອງໄທ. ພວກປະທ້ວງເສື້ອແດງ ຈຳນວນຫລາຍພັນຄົນ ໄດ້ເດີນຂະບວນ ໄປຍັງສຳນັກງານ ຂອງອົງການ ສະຫະປະຊາຊາດ ໃນວັນພະຫັດມື້ນີ້ ແລະໄດ້ຍື່ນ ຄຳຮ້ອງຂໍ ຢ່າງເປັນທາງການ ເພື່ອໃຫ້ມີການສົ່ງ ກຳລັງຮັກສາສັນຕິພາບ ໄປຍັງບາງກອກ. ການຮ້ອງຂໍທີ່ວ່ານີ້ ໄດ້ມີຂຶ້ນ ຫລັງຈາກທາງກອງທັບໄທ ໄດ້ເຕືອນ ໃຫ້ພວກປະທ້ວງ ອອກໄປຈາກ ສູນກາງການຄ້າໃຫຍ່ ໃນເຂດໃຈກາງ ຂອງບາງກອກ. ມີການສົ່ງກຳລັງທະຫານ ຫລາຍພັນຄົນ ໄປຍັງບໍລິເວນອ້ອມແອ້ມ ບ່ອນຕັ້ງຄ້າຍພັກ ຂອງພວກປະທ້ວງ ທີ່ໄດ້ໂຮມຊຸມນຸມກັນ ມາໄດ້ຫລາຍມື້ ແລ້ວນັ້ນ. ທ່ານສັນເສີນ ແກ້ວກຳເນີດ ໂຄສົກຂອງກອງທັບໄທ ກ່າວຕໍ່ພວກນັກຂ່າວວ່າ ເວລາສຳລັບ ພວກປະທ້ວງ ພວມຈະໝົດລົງແລ້ວ. ພວກປະທ້ວງເສື້ອແດງ ໄດ້ພາກັນປັກຂວກ ທີ່ເຮັດຈາກ ໄມ້ໄຜ່ປາຍແຫລມ ແລະໃຊ້ກອງຫີນ ເປັນເຄື່ອງປ້ອງກັນ ຢູ່ອ້ອມຮອບ ບ່ອນຕັ້ງຄ້າຍ ຂອງພວກເຂົາເຈົ້າ.

XS
SM
MD
LG