ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການສືບຕໍ່ ປະທ້ວງ ຕໍ່ຕ້ານ ລັດຖະບານ ໃນໄທ


ພວກປະທ້ວງເສື້ອແດງ ຟັງການກ່າວໂຈມຕີ ທີ່ບໍລິເວນທາງແຍກຣາດຊະປະສົງ ໃນການໂຮມຊຸມນຸມ ໃນເຂດໃຈກາງບາງກອກ, 20 ເມສາ 2010
ພວກປະທ້ວງເສື້ອແດງ ຟັງການກ່າວໂຈມຕີ ທີ່ບໍລິເວນທາງແຍກຣາດຊະປະສົງ ໃນການໂຮມຊຸມນຸມ ໃນເຂດໃຈກາງບາງກອກ, 20 ເມສາ 2010

ກອງທັບໄທເຕືອນວ່າ ຕົນອາດຈະໃຊ້ ລະເບີດນຳຕາ ແລະອາວຸດ ທີ່ເປັນອັນຕະລາຍຮ້າຍແຮງ ເພື່ອຮັບມື ກັບພວກປະທ້ວງ ຕໍ່ຕ້ານລັດຖະບານ ທີ່ໄດ້ເຂົ້າຢຶດເອົາເ ຂດໃຈກາງຂອງບາງກອກ ແຕ່ວັນທີ 3 ເມສາ ເປັນຕົ້ນມານັ້ນ. ພັນເອກສັນເສີນ ແກ້ວກຳເນີດ ໂຄສົກຂອງກອງທັບໄທ ກ່າວຕໍ່ພວກນັກຂ່າວ ໃນວັນອັງຄານມື້ນີ້ວ່າ ຖ້າພວກປະທ້ວງ ຫາກພະຍາຍາມ ຈະບຸກຜ່ານກອງທະຫານ ທີ່ສະກັດກັ້ນ ພວກເຂົາເຈົ້າ​ໄວ້ ຈາກເຂດສູນກາງ ການເງິນຂອງບາງກອກນັ້ນ ພວກ​ເຂົາ​ກໍຈະປະ​ເຊີນ​ກັບລະເບີດນຳຕາ ແລະທ່ານກ່າວຕື່ມວ່າ ຖ້າພວກປະທ້ວງ ຫາກສາມາດບຸກຜ່ານ​ໄປໄດ້ ກໍຈະມີການໃຊ້ອາວຸດ ຮັບມືກັບພວກ ເຂົາແບບ “ເດັດຂາດ”. ສ່ວນນາຍນາຕວຸດ ສາຍເກື້ອ ຜູ້ນຳຄົນນຶ່ງ ຂອງພວກປະທ້ວງ ກ່າວຕໍ່ກອງປະຊຸມ ຖະແຫລງຂ່າວ ໃນວັນອັງຄານມື້ນີ້ວ່າ ແຜນການເດີນຂະບວນ ໄປຍັງຄຸ້ມສີລົມ ຊຶ່ງເປັນຍ່ານການເງິນ ຂອງບາງກອກນັ້ນ ໄດ້ຖືກຍົກເລີກ ຍ້ອນການມີໜ້າ ຂອງພວກທະຫານ ຢູ່ທີ່ນັ້ນ. ລັດຖະບານໄທ ໄດ້ປະກາດຫ້າມເດັດຂາດ ບໍ່ໃຫ້ພວກປະທ້ວງ ເສື້ອແດງ ທີ່ໄດ້ເຂົ້າຢຶດເອົາ ຍ່ານການຄ້າ ຊຶ່ງຕັ້ງຢູ່ໃກ້ຄຽງ ໃນຄວາມພະຍາຍາມ ເພື່ອຂັບໄລ່ ນາຍົກລັດຖະມົນຕີ ອະພິຊິດ ເວດຊາຊີວະ ອອກຈາກອຳນາດ ແລະບັງຄັບໃຫ້ ມີການເລືອກຕັ້ງໃໝ່ນັ້ນ ​ເຂົ້າ​ໄປ​ໃນ​ເຂດ ຖະໜົນສີລົມ

XS
SM
MD
LG