ພວກສະໜັບສະໜຸນຝ່າຍຄ້ານ ຈຳນວນຫຼາຍໝື່ນຄົນ ໄດ້ປະທະ
ກັນກັບຕຳຫລວດ ຢູ່ທີ່ນະຄອນຫລວງ Kathmandu ຂອງປະເທດ
ເນປານ ເມື່ອວັນເສົາວານນີ້ ໃນການປະທ້ວງແຜນການ ຂອງລັດ
ຖະບານ ທີ່ຈະໃຫ້ສະພາລົງຄະແນນສຽງ ກ່ຽວກັບລັດຖະທຳ
ມະນູນສະບັບໃໝ່.
ກຸ່ມພັນທະມິດ ທີ່ປະກອບດ້ວຍ 30 ພັກຝ່າຍຄ້ານຮຽກຮ້ອງໃຫ້ມີ
ການລົງປະຊາມະຕິແຫ່ງຊາດ ເພື່ອຮັບຜ່ານຮ່າງລັດຖະທຳມະນູນ
ສະບັບໃໝ່ນັ້ນ.
ໃນວັນເສົາວານນີ້ ກຸ່ມຝ່າຍຄ້ານດັ່ງກ່າວ ທີ່ໄດ້ຂົ່ມຂູ່ຈະທຳການ
ປະທ້ວງຕາມທ້ອງຖະໜົນ ໄດ້ລະດົມເອົາຜູ້ຄົນ ປະມານ 30,000 ຄົນ ອອກມາປະທ້ວງ
ໃນນະຄອນຫລວງ Kathmandu. ການໂຮມຊຸມນຸມກັນໄດ້ເລີ້ມຂຶ້ນ ຢູ່ໃນຫລາຍໆເຂດ
ຂອງເມືອງຫລວງ ແລະ ໄດ້ເດີນຂະບວນເຂົ້າໄປເຕົ້າໂຮມກັນຢູ່ທີ່ ສະໜາມກິລາ cricket
Tudikhel.
ພວກປະທ້ວງກຸ່ມນຶ່ງ ໄດ້ປະທະກັບຕຳຫລວດປາບຈາລາຈົນ ເວລາພວກເຂົາເຈົ້າພະຍາຍາມ ບຸກເຂົ້າໄປໃນບໍລິເວນ ທີ່ທາງການຫ້າມບໍ່ໃຫ້ທຳການປະທ້ວງ.
ຕຳຫລວດ ໄດ້ຍິງແກັສນ້ຳຕາ ໃສ່ພວກປະທ້ວງ ຊຶ່ງມີຫຼາຍຄົນໄດ້ຖືກ ທຸບຕີ ດ້ວຍໄມ້ຄ້ອນ ຂອງຕຳຫລວດ.