ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄອຍະການ ສຫລ ກົດດັນ ໃຫ້ຟ້ອງຮ້ອງ ອະດີດຫົວໜ້າ ອົງການ CIA


ອະດີດຜູ້ອຳນວຍການ ອົງການສືບລັບ CIA ທ່ານ David Petraeus.
ອະດີດຜູ້ອຳນວຍການ ອົງການສືບລັບ CIA ທ່ານ David Petraeus.

ແຫ​ລ່ງຂ່າວສະຫະລັດແຈ້ງ​ວ່າ ບັນດາ​ນັກ​ສືບສວນ​ ຂອງລັດ
ຖະບານ​ກາງ ແລະໄອຍະການ ກຳລັງ​ແນະນຳໃຫ້​ຟ້ອງຮ້ອງ
ການກະທຳຄວາມຜິດ ທາງອາຍາຢ່າງຮ້າຍແຮງ ຕໍ່​ອະດີດ​ຜູ້
ອຳນວຍການອົງການ​ສືບ​ລັບ CIA ທ່ານ David Petraeus
​ໃນ​ຂໍ້​ຫາ ​ເປີດ​ເຜີຍ​ຄວາມ​ລັບ​ ໃຫ້ແກ່ອະດີດ​ຜູ້​ສາວຂອງທ່ານ.

ການສະເໜີີແນະ ​ຊຶ່ງໄດ້​ມີການລາຍ​ງານເປັນເທື່ອທຳອິດ​ໃນ
​ວັນ​ສຸກ​ວານ​ນີ້ ​ໂດຍ​ໝັງ​ສື​ພິມ The New York Time ມີຂື້ນ​
ສອງ​ປີ​ກວ່າໆ ຫລັງ​ຈາກ ທ່ານ Patraeus ນາຍພົນເບ້ຍ​ບຳ
ນານ​ສີ່​ດາວຂອງກອງທັບບົກລາ​ອອກ​ຈາກ​ຕຳ​ແໜ່​ງ ຫົວໜ້າ
ສືບ​ລັບ ​ໃນ​ຂະນະ​ທີ່​ຂ່າວ​ລືວ່າ ທ່ານມີຄວາມສຳພັນນອກສົມລົດ.

ລັດຖະມົນຕີ​ກະຊວງ​ຍຸຕິ​ທໍາສະຫະລັດ ທ່ານ Eric Holder ຈະ​ຕັດສິນ​ໃຈໃນທີ່ສຸດວ່າ ຈະ
​ຟ້ອງຮ້ອງທ່ານນາຍພົນຫລືບໍ່.

ການ​ສືບສວນທີ່ເພັ່ງເລັງໃສ່​ວ່າ ທ່ານ Patraeus ​ໄດ້​ອະນຸຍາດໃຫ້ນັກ​ຂຽນ​ຊີວະ​ປະຫວັດ​
ແລະ​ເປັນ​ຜູ້ສາວຂອງທ່ານ ເຂົ້າໄປເບິ່ງຂໍ້ມູນຄວາມລັບຫລືບໍ່ ທີ່ຮວມທັງ​ການ​ເຂົ້າ​ໄປ​ອ່ານ
email ຂອງອົງການ CIA ຂອງ​ທ່ານ ​ໃນ​ລະ​ຫ​ວ່າງ​ສອງ​ປີ​ທີ່​ທ່ານ​ກຳ​ໜ້າ​ທີ່​ທ່ານເປັນ​ຫົວ
ໜ້າອົງການ​ສືບ​ລັບດັ່ງກ່າວນັ້ນຢູ່.

ບັນດາ​ເຈົ້າ​ໜ້າ​ທີ່ສັນຕິບານກາງ FBI ພວມສືບສວນກ່ຽວກັບຄວາມເປັນໄປໄດ້ ໃນການ​ຮົ່ວ
​ໄຫລຂອງເອກ​ກະສາ​ນລັບ ທີ່ພົບເຫັນ​ຢູ່​ໃນ​ຄອມ​ພິວ​ເຕີ້ ຂອງນາງ Broadwell ຫລັງ​ຈາກ
​ທ່ານ Patraeus ​ໄດ້​ລາ​ອອກ​ຈາ​ຕຳ​ແໜ່​ງ​ໃນ​ເດືອນ​ພະຈິກ ປີ 2012.

US GENERAL CRIMINAL CHARGES VO
please wait

No media source currently available

0:00 0:00:37 0:00

XS
SM
MD
LG