ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອອສເຕຣເລຍ ກົດດັນໃຫ້ ຣັດເຊຍ ລົງໂທດ ຜູ້ຍິງເຮືອບິນ ມາເລເຊຍຕົກ


ທ່ານ Wilbert Paulissen ຈາກກຸ່ມນັກສືບສວນສອບສວນ ຮ່ວມກ່າວເຖິງຜົນເບື້ອງຕົ້ນ ກ່ຽວກັບການສືບສວນສອບສວນ ໃນການຍິງເຮືອບິນ ມາເລເຊຍ MH17 ໃນລະຫວ່າງກອງປະຊຸມ ຖະແຫຼງຂ່າວທີ່ເມືອງ Nieuwegein, ປະເທດ ໂຮນລັງ, 28 ກັນຍາ, 2016.
ທ່ານ Wilbert Paulissen ຈາກກຸ່ມນັກສືບສວນສອບສວນ ຮ່ວມກ່າວເຖິງຜົນເບື້ອງຕົ້ນ ກ່ຽວກັບການສືບສວນສອບສວນ ໃນການຍິງເຮືອບິນ ມາເລເຊຍ MH17 ໃນລະຫວ່າງກອງປະຊຸມ ຖະແຫຼງຂ່າວທີ່ເມືອງ Nieuwegein, ປະເທດ ໂຮນລັງ, 28 ກັນຍາ, 2016.

ນາຍົກລັດຖະມົນຕີ ອອສເຕຣເລຍ ທ່ານ Malcolm Turnbull ໄດ້ກ່າວໃນວັນພະຫັດມື້ນີ້ ວ່າທ່ານຈະກົດດັນ ຣັດເຊຍ ໃຫ້ສະໜັບສະໜູນຄວາມພະຍາຍາມໂດຍ ສະພາຄວາມໝັ້ນ ຄົງ ອົງການສະຫະປະຊາຊາດ ເພື່ອດຳເນີນຄະດີ ຕໍ່ຜູ້ທີ່ມີຄວາມຮັບຜິດຊອບ​ໃນການຍິງ ເຮືອບິນ​ໂດຍສານສາຍການບິນ ມາເລເຊຍ ທີ່ໄດ້ຕົກ​ໃນພາກຕາເວັນອອກຂອງ ຢູເຄຣນ ​ເມື່ອເດືອນກໍລະກົດປີ 2014.

ບັນດານັກສືບສວນສອບສວນ ສາກົນ ໄດ້ເປີດເຜີຍການຄົ້ນພົບໃນວັນພຸດວານນີ້ກ່າວວ່າ ເຮືອບິນລຳດັ່ງກ່າວ ໄດ້ຖືກຍິງຕົກໂດຍລູກ​ສອນ​ໄຟ ທີ່ຖືກຍິງຈາກພື້ນດິນຫາ​ອາກາດທີ່ ໄດ້ຖືກຂົນເຂົ້າ​ໄປ​ໃນ ຢູເຄຣນ ຈາກ ຣັດເຊຍ.


ທ່ານ Turnbull ໄດ້ກ່າວວ່າ ນອກເໜືອຈາກສະພາຄວາມໝັ້ນຄົງ​ແລ້ວ ບ່ອນທີ່ ຣັດເຊຍ ໄດ້ໃຊ້ສິດ​ຢັບຢັ້ງຂອງ​ຕົນ ເພື່ອກີດກັ້ນ ການດຳເນີນການດັ່ງກ່າວ, ປະເທດ ໂຮນລັງ ສາ ມາດຈັດການດຳເນີນຄະດີຂອງພວກເຂົາເຈົ້າເອງກ່ຽວກັບ​ເລື່ອງນີ້.

ທ່ານໄດ້ກ່າວວ່າ “ຜູ້ເຄາະຮ້າຍທີ່ຖືກຂ້າຕາຍໝົດທຸກຄົນໂດຍລູກ​ສອນ​ໄຟທີ່ຖືກນຳເຂົ້າ ມາຈາກ ຣັດເຊຍ, ຍິງໂດຍການຮັບຮູ້ຂອງ ຣັດເຊຍ, ທຸກໆຄົນໃນນັ້ນໄດ້ຮຽກຮ້ອງ​ເອົາ ຄວາມ ເປັນທຳ ແລະ ພວກເຮົາຈະພະ ຍາຍາມໂດຍປາສະຈາກຄວາມອິດເມື່ອຍ ເພື່ອ ຮັບປະກັນວ່າ ຄວາມເປັນທຳນັ້ນຈະຖືກດຳເນີນໃຫ້ສຳເລັດ.”

ການຄົ້ນພົບທີ່ໄດ້ຖືກເປີດເຜີຍໃນວັນພຸດວານນີ້ຢືນຢັນ ການສືບສວນສອບສວນກ່ອນ ໜ້ານີ້ໂດຍຄະນະຄວາມປອດໄພ ໂຮນລັງ ທີ່ໄດ້ສະຫຼຸບວ່າ ສາຍການບິນ ມາເລເຊຍ ຖ້ຽວ ບິນ MH17 ໄດ້ຖືກຍິງຕົກໂດຍລູກ​ສອນ​ໄຟ Buk ທີ່ຜະລິດຂຶ້ນໃນ ຣັດເຊຍ, ເຊິ່ງເປັນການ ກ່າວອ້າງທີ່ ຣັດເຊຍ ໄດ້ປະຕິເສດ.

Probe Concludes Missile that Downed Jetliner Over Ukraine Came From Russia
please wait

No media source currently available

0:00 0:02:51 0:00

ທ່ານ Wilbert Paulissen ຈາກຕຳຫຼວດແຫ່ງຊາດ ໂຮນລັງ ໄດ້ກ່າວວ່າ “ຕົນສາມາດ ສະຫຼຸບໄດ້ວ່າ ຖ້ຽວບິນ MH17 ໄດ້ຖືກຍິງຕົກໂດຍລູກສອນໄຟ 9M38 ທີ່ຖືກຍິງຈາກ ລະບົບຍິງລູກສອນໄຟ Buk ນຳເຂົ້າຈາກເຂດແດນຂອງ ສະຫະພັນ ຣັດເຊຍ.”

ທ່ານ Paulissen ໄດ້ກ່າວວ່າ ຫຼັກຖານສະແດງໃຫ້ເຫັນວ່າ ພວກກະບົດທີ່ສະໜັບສະໜູນ ຣັດເຊຍ ໄດ້ຂໍໃຫ້ສົ່ງລູກ​ສອນ​ໄຟທີ່ຍິງຂຶ້ນຈາກພື້ນດິນດັ່ງກ່າວ ໄປບ້ານ Pervomaysk ແລະ ໄດ້ລາຍງານການເດີນທາງ​ໄປຮອດຂອງມັນໃນພາກຕາເວັນອອກຂອງ ຢູເຄຣນ.

ແຕ່ ຣັດເຊຍ ໄດ້ປະຕິເສດຕໍ່ການສືບສວນສອບສວນທີ່ນຳພາໂດຍ ໂຮນລັງ ວ່າຄິດຂຶ້ນມາ ເອງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Victims' Relatives Expected Evidence of Russia's Involvement in Malaysian Plane Crash
please wait

No media source currently available

0:00 0:02:10 0:00

Relatives of MH17 Victims Respond to New Findings
please wait

No media source currently available

0:00 0:00:39 0:00

XS
SM
MD
LG