ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄອຍະການ ຮຽກໂຕ ຜູ້ນຳເກົາຫຼີໃຕ້ ທີ່ຖືກປົດ ຈາກຕຳແໜ່ງ ມາສອບຖາມ


ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ຂອງເກົາຫຼີໃຕ້ ທ່ານນາງ Park Geun-hye ຂອງພັກ Saenuri ເຂົ້າຮ່ວມ ການໂຮມຊຸມນຸມປຸກລະດົມ ການເລືອກຕັ້ງ ໃນນະຄອນ Suwon, ຢູ່ທາງກ້ຳໃຕ້ ຫ່າງຈາກນະຄອນຫຼວງໂຊລ ປະມານ 46 ກິໂລແມັດ, ວັນທີ 17 ທັນວາ 2012.
ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ຂອງເກົາຫຼີໃຕ້ ທ່ານນາງ Park Geun-hye ຂອງພັກ Saenuri ເຂົ້າຮ່ວມ ການໂຮມຊຸມນຸມປຸກລະດົມ ການເລືອກຕັ້ງ ໃນນະຄອນ Suwon, ຢູ່ທາງກ້ຳໃຕ້ ຫ່າງຈາກນະຄອນຫຼວງໂຊລ ປະມານ 46 ກິໂລແມັດ, ວັນທີ 17 ທັນວາ 2012.

ໃນວັນພຸດມື້ນີ້ ບັນດາໄອຍະການ ເກົາຫຼີ​ໃຕ້ ໄດ້ຮຽກໂຕປະທານາທິບໍດີ Park
Geun-hye ຜູ້ໄດ້ຖືກປົດອອກຈາກຕຳແໜ່ງ ໃຫ້ມາປາກົດໂຕຢູ່ສານ ເພື່ອສອບຖາມ
ໃນສັບປະດາໜ້າ ກ່ຽວກັບ ການສໍ້ລາດບັງຫຼວງທີ່ເປັນເລື່ອງນອງນັນ ທີ່ໄດ້ກົດດັນ
ໃຫ້ທ່ານນາງ ຕ້ອງອອກຈາກຕຳແໜ່ງ.

ການສອບຖາມ ແມ່ນກຳນົດ ຈະມີຂຶ້ນໃນຕອນເຊົ້າວັນອັງຄານໜ້າ.

ສານລັດຖະທຳມະນູນ ຂອງເກົາຫຼີ​ໃຕ້ ໄດ້ປົດ ທ່ານນາງ Park ອອກຈາກຕຳແໜ່ງ
ເມື່ອສັບປະດາແລ້ວນີ້ ຫຼັງຈາກທີ່ນາງໄດ້ຖືກຟ້ອງຮ້ອງ ໂດຍບັນດາສະມາຊິກສະພາ
ກ່ຽວກັບຂໍ້ກ່າວຫາທັງຫຼາຍ ທີ່ນາງສົມຮູ້ຮ່ວມຄິດ ກັບເພື່ອນສະນິດເກົ່າແກ່ ນາງ Choi
Soon-sil ເພື່ອບັງຄັບ​ໃຫ້ພວກບໍລິສັດ ບໍໍລິຈາກເງິນ 70 ລ້ານໂດລາ ໃຫ້ແກ່ກອງທຶນ
ຕ່າງໆ ທີ່ເຊື່ອຖືບໍ່ໄດ້ ໃນການແລກປ່ຽນກັບ ສິ່ງອຳນວຍຄວາມສະດວກ.

ທ່ານນາງ Park ໄດ້ປະຕິເສດ ຕໍ່ການກະທຳທີ່ຜິດໃດໆ ແລະ ຜູ້ຕາງໜ້າທ່ານນຶ່ງ
ກ່າວວ່າ ທ່ານນາງ ຈະໃຫ້ການຮ່ວມມື ໃນການສືບສວນສອບສວນ.

ບຸກຄົນ​ທີ່​ສຳຄັນອີກຈຳນວນນຶ່ງ ໄດ້ຖືກຟ້ອງວ່າ ມີສ່ວນກ່ຽວຂ້ອງ ກັບຄະດີນີ້ ​ແມ່ນ​
ຮວມທັງ ທ່ານ Lee Jae-yond ຜູ້ເປັນທາຍາດຂອງບໍລິສັດອີເລັກໂທຣນິກ ຍັກໃຫຍ່
Samsung.

​ໃນ​ຂະນະທີ່ທ່ານນາງ Park ໄດ້ອອກຈາກຕຳແໜ່ງແລ້ວ ເກົາຫຼີ​ໃຕ້ຈະລົງຄະແນນສຽງ
ເພື່ອເລືອກເອົາປະທານາທິບໍດີ ຄົນໃໝ່. ລັດຖະບານ ໄດ້ປະກາດໃນວັນພຸດມີ້ນີ້ ວ່າ
ການເລືອກຕັ້ງຈະຈັດຂຶ້ນ ໃນວັນທີ 9 ພຶດສະພາ ຈະມາເຖິງນີ້.

SOKOR Politics
please wait
Embed

No media source currently available

0:00 0:01:08 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG