ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ໄອຍະການ ຂໍໃຫ້ ລົງໂທດ ອະດີດຜູ້ນໍາ ຂະເໝນແດງ ຕິດຄຸກ ຕະຫຼອດຊີວິດ


ຝູງຊົນພາກັນລຽນແຖວກັນເຂົ້າຫ້ອງສານ ເພື່ອລໍຖ້າຮັບຟັງການ ຕັດສິນໂທດ ອະດີດຜູ້ນໍາຂະເໝນແດງ.
ຝູງຊົນພາກັນລຽນແຖວກັນເຂົ້າຫ້ອງສານ ເພື່ອລໍຖ້າຮັບຟັງການ ຕັດສິນໂທດ ອະດີດຜູ້ນໍາຂະເໝນແດງ.
ບັນ​ດາ​ໄອ​ຍະ​ການ​ ທີ່​ສານ​ອາ​ຊະຍາ​ກໍາ​ສົງຄາມກໍາປູ​ເຈຍ ​ໄດ້
​ຮ້ອງ​ຂໍໃນ​ວັນ​ຈັນ​ວານ​ນີ້ໃຫ້​ຜູ້​ພິພາກສາຕັດສິນໂທດ​ຈຳ​ຄຸກຕະ
ຫລອດ​ຊີວິດອະດີດ​ຜູ້​ນໍາ​ຂະ​ເໝນ​ແດງ​ສອງ​ຄົນ. ຄໍາ​ຮ້ອງ​ຂໍ​ດັ່ງ
ກ່າວນີ້ ມີ​ຂຶ້ນ​ຢູ່​ໃນ​ວັນ​ສະຫລຸບ ການ​ດຳ​ເນີນຄະດີ​ທໍາ​ອິດ ​ຊຶ່ງ​
ຄາດ​ວ່າ​ຈະ​ມີຕໍ່ຈຳ​ເລີຍຢ່າງ​ໜ້ອຍສອງ​ຄົນ ​ທີ່ມີ​ການຖິ້ມ​ໂທດ​
ໃສ່​ວ່າ ອຳນາດ​ການ​ປົກຄອງ​ຂອງ​ເຂົາ​ເຈົ້າເຮັດໃຫ້ປະຊາຊົນ
2 ລ້ານ​ຄົນ​ເສຍ​ຊີວິດ.

ຫລັງ​ຈາກ​ການ​ດໍາ​ເນີນ​ຄະດີ ທີ່​ໄດ້ໃຊ້​ເວລາ​ເກືອບ​ສອງ​ປີໄອ​
ຍະ​ການ ​ໄດ້​ສະຫລຸບ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ພວກ​ຈຳ​ເລີຍ ຄື
ທ່ານນວນ ​ເຈຍ ​ແລະ ທ່ານຂຽວ ສໍາພັນ ແມ່ນ​ເປັນ​ຈຸດ​ໃຈ
ກາງ​ຂອງ​ອຳນາດ​ການ​ປົກຄອງທີ່​ຫັນປ່ຽນກໍາປູ​ເຈຍ​ໃຫ້​ກາຍ
​ເປັນ “ປະ​ເທດຂ້າ​ທາດທີ່​ບໍ່ໃຜ​ສາມາດ​ທຽບໄດ້ ​ໃນ​ປະຫວັດ
ສາດຍຸກໃໝ່.”

​ໄອ​ຍະ​ການ ຈີ ລຽງ ກ່າວ​ວ່າ ຈຳ​ເລີຍທັງ​ສອງໄດ້​ຕົວະ​ລ່າຍ​
ຕໍ່​ສານ ບໍ່​ໄດ້​ສະ​ແດງ​ອອກ​ ເຖິງຄວາມ​ຮູ້ສຶກສຳນຶກ​ຜິດ ຫລື​
ເສຍ​ໃຈ ​ແລະ​ປະຕິ​ເສດ​ບໍ່​ຍອມຮັບ​ເອົາ​ຄວາມຮັບຜິດຊອບກ່ຽວ​ກັບ​ໂທດ​ກຳ​ຕ່າງໆ ທີ່​ຫລັກ​ຖານ​ສະ​ແດງ​ໃຫ້​ເຫັນ​ວ່າ​ ເຂົາ​ເຈົ້າ​ມີ​ຄວາມ​ຜິດນັ້ນ. ດ້ວຍ​ເຫດຜົນ​ດັ່ງກ່າວ​ນີ້ ທ່ານ​ນາງ​ໄດ້​ກ່າວເພີ້​ມ​ເຕີມວ່າ ​ໄອ​ຍະ​ການຈຶ່ງ​ບໍ່​ມີ​ເຫດຜົນ​ໃດໆ​ທີ່​ຈະ​ຫຼຸດຜ່ອນ​ໂທດ​ໃຫ້.

ບໍ່​ມີ​ການ​ລົງ​ໂທດ​ປະຫາ​ນຊີວິດ ຢູ່​ໃນ​ສານ​ຂອງກໍາປູ​ເຈຍ.

ທ່ານ ນວນ ​ເຈຍ ຊຶ່ງຮູ້​ກັນໃນ​ນາມ ອ້າຍ​ນໍ້າ​ເບີ​ສອງ ​ແມ່ນ​ຮອງມື້​ລາງ​ຜູ້​ນໍາ​ຂະ​ເໝນ​ແດງ
ທ່ານ ພົນ ພົດ​ແລະ​ຖື​ກັນ​ຢ່າງກວ້າ​ງຂວາງວ່າ​ເປັນ ຫົວໜ້າ​ດ້ານ​ອຸດົມ​ການ​ຂອງ​ຂະ​ບວນ ການ​.

ທ່ານ ຂຽວ ສໍາພັນ ​ໄດ້​ເປັນຜູ້ນຳຂອງລັດຖະບານ ທີ່​ຮູ້​ກັນ​ໃນ​ນາມ ປະຊາທິປະ​ໄຕກໍາປູ​
ເຈຍຊຶ່ງໄດ້​ປົກຄອງ​ປະ​ເທດ​ດັ່ງກ່າວລະຫວ່າງ​ປີ 1975 ຫາ ປີ 1979.
XS
SM
MD
LG