ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາໄອຍະການ ຫາທາງໃຫ້ເລີ້ມການດຳເນີນຄະດີ ສົມຮູ້ຮ່ວມຄິດ ຂອງທ່ານທຣຳ ໃນເດືອນມັງກອນ


ອະດີດປະທານາທິບໍດີ ດໍໂນລ ທຣໍ ຢືນຢູ່ຂ້າງທະນາຍຄວາມຂອງທ່ານ ທ່ານຈອນ ລໍໂຣ ໃນຂະນະທີ່ ສາບານໂຕຕໍ່ໜ້າຜູ້ພິພາກສາສານ ທ່ານນາງ Moxila A. Upadhyaya ລະຫວ່າງການຮັບຟັງ ວັນທີ 3 ສິງຫາ 2023 ໃນຫ້ອງສານ ທີ່ນະຄອນຫລວງວໍຊິງຕັນ
ອະດີດປະທານາທິບໍດີ ດໍໂນລ ທຣໍ ຢືນຢູ່ຂ້າງທະນາຍຄວາມຂອງທ່ານ ທ່ານຈອນ ລໍໂຣ ໃນຂະນະທີ່ ສາບານໂຕຕໍ່ໜ້າຜູ້ພິພາກສາສານ ທ່ານນາງ Moxila A. Upadhyaya ລະຫວ່າງການຮັບຟັງ ວັນທີ 3 ສິງຫາ 2023 ໃນຫ້ອງສານ ທີ່ນະຄອນຫລວງວໍຊິງຕັນ

​ບັນດາໄອຍະການຂອງກະຊວງຍຸຕິທຳສະຫະລັດ ໃນວັນພະຫັດວານນີ້ ໄດ້ຂໍຮ້ອງຕໍ່ສານລັດຖະບານກາງ ໃຫ້ເອົາວັນທີ 2 ມັງກອນ 2024 ເປັນມື້ສຳລັບການເລີ້ມຕົ້ນດຳເນິີນຄະດີອາຍາ ຕໍ່ອະດີດປະທານາທິບໍດີ ດໍໂນລ ທຣໍາ ທີ່ທ່ານຖືກກ່າວຫາວ່າ ສົມຮູ້ຮ່ວມຄິດວາງແຜນຈະຕ່າວປີ້ນການເລືອກຕັ້ງໃນປີ 2020 ທີ່ທ່ານໄດ້ຜ່າຍແພ້ໃຫ້ແກ່ ທ່ານໂຈ ໄບເດັນ ສັງກັດພັກເດໂມແຄຣັດ ຢ່າງຜິດກົດໝາຍ.

ຢູ່ໃນການຍືນຄຳຮ້ອງດັ່ງກ່າວຕໍ່ຜູ້ພິພາກສາສານຊັ້ນຕົ້ນສະຫະລັດ ທ່ານນາງ ທັນຍາ ຈຸຕຄານ (Tanya Chutkan) ໃນນະຄອນຫລວງ ວໍຊິງຕັນ ຊຶ່ງ ຫ້ອງການຂອງໄອຍະການພິເສດ ທ່ານແຈັກ ສະມິດ ຜູ້ນຳໄອຍະການຂອງຄະດີນີ້ ໄດ້ກ່າວວ່າ ຕົນຄາດວ່າ ຈະນຳສະເໜີຫລັກຖານຕໍ່ ທ່ານທຣໍາ ທີ່ຈະໃຊ້ເວລາ ບໍ່ເກີນສີ່ ຫາຫົກອາທິດພ້ອມດ້ວຍການເລືອກເອົາຄະນະຕຸລາການ ຈະເກີດຂຶ້ນກ່ອນໜ້ານັ້ນ ໃນເດືອນທັນວານີ້.

ຂອບເຂດຂອງເວລາດັ່ງກ່າວ ອາດບັງຄັບໃຫ້ທ່ານທຣໍາ ຈະຕ້ອງໃຊ້ເວລາໃນວັນທຳມະດາຂອງທ່ານ ຢູ່ໃນສານ ໃນຕົ້ນປີ 2024 ຊຶ່ງໃນເວລານີ້ ເປັນຊ່ວງເວລາທີ່ໄດ້ຖືກກຳນົດໃນການສະເໜີຊື່ຜູ້ສະໝັກລົງແຂ່ງຂັນເລືອກຕັ້ງເປັນປະທານາທິບໍດີ ຂອງພັກຣີພັບບລິກກັນ ເທື່ອທຳອິດ ເຊັ່ນວ່າກອງປະຊຸມຂອງພັກ ໃນວັນທີ 15 ມັງກອນ ຢູ່ໃນລັດໄອໂອວາ ທີ່ຕັ້ງຢູ່ພາກຕາເວັນຕົກຕອນກາງ.

ການຢັ່ງຫາງສຽງແຫ່ງຊາດ ສະແດງໃຫ້ເຫັນວ່າ ທ່ານທຣໍາ ແມ່ນຢູ່ໄກ ແລະຫ່າງອອກໄປຫຼາຍ ເຮັດໃຫ້ທ່ານເປັນຜູ້ແຂ່ງເປັນປະທານາທິບໍດີ ທີ່ນຳໜ້າໝູ່ຂອງພັກ ກ່ອນໜ້າການເລືອກຕັ້ງ ໃນເດືອນພະຈິກ 2024 ບ່ອນທີ່ທ່ານ ອາດຈະໄດ້ປະເຊີນກັບ ທ່ານໂຈ ໄບເດັນ ອີິກຄັ້ງນຶ່ງ.

ບັນດາທະນາຍຄວາມຂອງທ່ານທຣໍາ ເກືອບເປັນທີ່ແນ່ນອນວ່າ ຈະຫາທາງທີ່ຈະຍ້າຍມື້ການເລີ້ມຕົ້ນດຳເນີນຄະດີ ອອກໄປໃຫ້ກາຍເດືອນມັງກອນ ເຖິງແມ່ນວ່າພວກເຂົາເຈົ້າ ບໍ່ມີຄວາມຈຳເປັນທີ່ຈະຕ້ອງບອກ ທ່ານນາງ ຈຸດຄານ ວັນທີທີ່ພວກເຂົາເຈົ້າຕ້ອງການ ຈົນກວ່າອາທິດໜ້ານີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG