ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ບັນ​ດາ​ໄອ​ຍະ​ການ ​ເຜີຍແບ ​ການຈ່າຍເງິນ ຄ່າປິດປາກ ແລະການ​ຕິດ​ຕໍ່ ​ກັບຣັດ​ເຊຍ ຂອງ ທ່ານ​ທ​ຣຳ


​ຮູບ​ພາບ​ປີ 2018 ທີ່ມີ ທ່ານ​ມາ​ນາ​ຟອ​ຣ​ຕ໌ ອອກ​ມາຈາກ​ສານ ​ລັດ​ຖະ​ບານ​ກາງ ໃນ​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ແລະ​ທ່ານ​ໄມ​ເກີ​ລ ໂຄ​ເຮັນ ອອກ​ມາຈາກ​ສານ​ລັດ​ຖະ​ບາ​ນ​ກາງ​ ທີ່ນະ​ຄອນ​ນິວຢອກ.
​ຮູບ​ພາບ​ປີ 2018 ທີ່ມີ ທ່ານ​ມາ​ນາ​ຟອ​ຣ​ຕ໌ ອອກ​ມາຈາກ​ສານ ​ລັດ​ຖະ​ບານ​ກາງ ໃນ​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ແລະ​ທ່ານ​ໄມ​ເກີ​ລ ໂຄ​ເຮັນ ອອກ​ມາຈາກ​ສານ​ລັດ​ຖະ​ບາ​ນ​ກາງ​ ທີ່ນະ​ຄອນ​ນິວຢອກ.

ໃນວັນສຸກວານນີ້ ສຳນວນຄຳຟ້ອງຂອງສານ ຈາກບັນດາໄອຍະການ ໃນນະຄອນນິວ
ຢອກ ແລະໄອຍະການພິເສດ ທ່ານ ໂຣເບີດ ມັລເລີ ໄດ້ວາງລາຍລະອຽດຂອງເຫດ
ຜົນທີ່ວ່າ ທ່ານ ໄມເກີລ ໂຄເຮັນ ອະດີດທະນາຍຄວາມສ່ວນຕົວຂອງປະທານາທິບໍດີ
ສະຫະລັດ ທ່ານດໍໂນລ ທຣຳ ແລະ ທ່ານ ພອລ ມານາຟອດຕ໌ ອະດີດຜູ້ຈັດການຝ່າຍ
ການໂຄສະນາຫາສຽງຂອງທ່ານທຣຳ ສົມຄວນຈະໄດ້ຮັບໂທດຈຳຄຸກ.

ສຳນວນຄຳຟ້ອງດັ່ງກ່າວ ກ່າວວ່າ ທ່ານໂຄເຮັນ ໄດ້ຈ່າຍເງິນຄ່າປິດປາກໃຫ້ແກ່ແມ່ນ
ຍິງສອງຄົນ ຄື ນາງ ສໂຕຣມີ ແດນນິລ ຜູ້ທີ່ເປັນນັກສະແດງໜັງໂປ້ ແລະນາງ ແຄເຣນ
ແມັກດູໂກລ ອະດີດນາງແບບ ຂອງວາລະສານ Playboy ຢ່າງຜິດກົດໝາຍ ເພື່ອໃຫ້
ພວກເຂົາເຈົ້າໝິດງຽບ ກ່ຽວກັບ ການມີເພດສຳພັນກັນ ກັບທ່ານ ທຣຳ.

ບັນດາໄອຍະການລັດຖະບານກາງ ໄດ້ກ່າວວ່າ ທ່ານໂຄເຮັນ ໄດ້ຈ່າຍເງິນ ພາຍໃຕ້
“ການປະສານງານ ແລະ ການຊີ້ນຳຂອງ” ທ່ານ ທຣຳ.

ສຳນວນຄຳຟ້ອງ ຍັງໄດ້ເປີດເຜີຍເຖິງຄວາມພະຍາຍາມ ໂດຍຄົນຣັດເຊຍຜູ້ນຶ່ງ ທີ່ຈະ
ໃຊ້ອິດທິພົນ ເຂົ້າໃນການໂຄສະນາຫາສຽງນຳດ້ວຍ.

ໃນຄຳຟ້ອງສະບັບນຶ່ງ ທ່ານມັລເລີ ໃຫ້ລາຍລະອຽດ ກ່ຽວກັບວ່າ ທ່ານໂຄເຮັນ ໄດ້ໂອ້
ລົມຈັ່ງໃດ ກັບຄົນຣັດເຊຍດັ່ງກ່າວ ຜູ້ທີ່ “ໄດ້ອ້າງວ່າ ‘ເປັນບຸກຄົນທີ່ເຊື່ອຖືໄດ້’ ໃນ
ສະຫະພາບຣັດເຊຍ ຜູ້ທີ່ອາດສະເໜີຄະນະໂຄສະນາຫາສຽງ ‘ການຮ່ວມມືດ້ານ
ການເມືອງ’ ແລະ ‘ການຮ່ວມມືໃນຂັ້ນລັດຖະບານ’.”

ທ່ານ ທຣຳ ໄດ້ປະຕິເສດ ການສົມຮູ້ຮ່ວມຄິດໃດໆ ກັບ ຣັດເຊຍ ແລະ ຣັດເຊຍ ກໍໄດ້
ປະຕິເສດຕໍ່ການແຊກແຊງເຂົ້າໃນການໂຄສະນາຫາສຽງເປັນປະທານາທິບໍດີສະ
ຫະລັດ ແຕ່ຢ່າງໃດ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG