ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພໍ່​ແມ່​ຜູ້​ປົກ​ຄອງ ຊື້ຈ້າງດ້ວຍ​ເງິນ ຫຼາຍ​ພັນ​ໂດ​ລາ ເພື່ອ​ໃຫ້​ລູກ​ຂອງ​ເຂົາ​ເຈົ້າ​ ໄດ້​ເຂົ້າ​ຮຽນ​ ໃນ​ມະ​ຫາວິ​ທະ​ຍາ​ໄລ


ທ່ານ ວິ​ລ​ລຽມ "ຣິກ" ຊິງ​ເງີ​, ໜ້າ, ຜູ້​ກໍ່​ຕັ້ງ​ເຄືອ​ຂ່າຍ Edge College & Career Network, ເດີນ​ທາງ​ອອກ​ຈາກ​ສານ​ລັດ​ຖະ​ບານ​ກາງ​ໃນ​ນະ​ຄອນ ບອ​ສ​ຕັນ. 12 ມີ​ນາ, 2019.
ທ່ານ ວິ​ລ​ລຽມ "ຣິກ" ຊິງ​ເງີ​, ໜ້າ, ຜູ້​ກໍ່​ຕັ້ງ​ເຄືອ​ຂ່າຍ Edge College & Career Network, ເດີນ​ທາງ​ອອກ​ຈາກ​ສານ​ລັດ​ຖະ​ບານ​ກາງ​ໃນ​ນະ​ຄອນ ບອ​ສ​ຕັນ. 12 ມີ​ນາ, 2019.

ພໍ່​ແມ່​ຜູ້​ປົກ​ຄອງ​ທີ່​ຮັ່ງ​ມີ ແລະ ມີ​ຊື່​ສຽງ ຜູ້​ທີ່​ຖືກ​ກ່າວ​ຫາ ກ່ຽວ​ກັບ ຈ້າງ​ໃຫ້​ລູກ​ຂອງ​ເຂົາ
ເຈົ້າ ເຂົ້າຮຽນໃນມະຫາວິທະຍາໄລທີ່ດີທີ່ສຸດບາງແຫ່ງໃນ ສະຫະລັດ ນັ້ນ, ແມ່ນສ່ວນ
ນຶ່ງຂອງການສໍ້ໂກງຫຼາຍລະດັບ ແລະ ມີມາຫຼາຍປີ ທີ່ໄດ້ເອົາລັດເອົາປຽບ ໃນຄວາມ
ປາຖະໜາທີ່ໄດ້ກ່າວທົ່ວໂລກວ່າ ເປັນການສຶກສາຢູ່ສະຖາບັນທີ່ດີທີ່ສຸດຂອງ ອາເມຣິ
ກາ.

ທ່ານວິ​ລ​ລຽມ ຣິກ ຊິງ​ເກີ (William Rick Singer) ຈາກ​ເມືອງ ນິວ​ຜອດ ບີ​ຈ (New
Port Beach), ລັດ ຄາລິຟໍເນຍ, ຜູ້ທີ່ໄດ້ສາລະພາບຜິດຕໍ່ແຜນການສໍ້ໂກງ ແລະ ມີ
ຊື່ເປັນພິຍານໃຫ້ການຮ່ວມມືນັ້ນ, ໄດ້ຮັບເງິນຫຼາຍກວ່າ 25 ລ້ານໂດລາ ຈາກການ
ເຊື່ອມຕໍ່ ພວກພໍ່ແມ່ ແລະ ລູກຂອງເຂົາເຈົ້າ ກັບຜູ້ຄວບຄຸມການສອບເສັງ ແລະ ຜູ້ຊີ້
ນຳວິທະຍາໄລຕ່າງໆ ຜູ້ທີ່ໄດ້ຮັບສ່ວນປັນຂອງເງິນສຳລັບການຮັບຮອງເອົາຜູ້ສະໝັກ
ປອມ, ອີງຕາມການກ່າວຂອງກະຊວງຍຸຕິທຳ ສະຫະລັດ.

ທ່ານ ໂຈ​ເຊັ​ຟ ໂບ​ນາ​ໂວ​ລອນ​ຕາ ຈາກຫ້ອງ​ການ​ພາກ​ສະ​ໜາມ​ນະ​ຄອນ ບອ​ສ​ຕັນ
ຂອງອົງການ FBI ໄດ້ອະທິບາຍວ່າ “ເຂົາເຈົ້າໄດ້ໂອ້ອວດຄວາມຮັ່ງມີຂອງເຂົາເຈົ້າ,
ໃຊ້ເງິນຫຼາຍເທົ່າທີ່ຈຳເປັນ, ສະນັ້ນເຂົາເຈົ້າຈຶ່ງສາມາດສໍ້ໂກງລະບຽບການ ເພື່ອຈັດ
ໃຫ້ລູກຂອງເຂົາເຈົ້າມີຄວາມສຳເລັດ ດ້ວຍການສຶກສາທີ່ດີທີ່ສຸດ ທີ່ເງິນສາມາດຊື້ໄດ້.
ຢ່າງແທ້ຈິງ.”

ພິ​ເສດ​ແມ່ນ​ພໍ່​ແມ່​ຜູ້​ປົກ​ຄອງ​ທີ່​ມີ​ເງິນ ແລະ ມີ​ເສັ້ນ​ສາຍ, ທີ່​ຢູ່​ໃນ​ລາຍ​ຊື່​ຜູ້​ຖືກ​ຟ້ອງ​ຮ້ອງ​
ໃນ “ການປະຕິບັດການ Varsity Blues” ສຳລັບການສົມຮູ້ຮ່ວມຄິດເພື່ອ ທຳການສໍ້
ໂກງທາງຈົດໝາຍ ແລະ ອິນເຕີແນັດລວມມີ ເຈົ້າຂອງສວນໝາກເຣແຊັງ ເຫຼົ້າໄວນ໌
ລັດ ຄາລິຟໍເນຍ ແລະ ອະດີດເຈົ້າຂອງບໍລິສັດສື່ມວນຊົນ ຄາລິຟໍເນຍ ທີ່ຖືກຂາຍ 325
ລ້ານໂດລາເມື່ອປີກາຍນີ້. ມັນມີຜູ້ບໍລິຫານ, ນັກປະກອບກິດຈະການ, ນັກລົງທຶນ ແລະ
ຜູ້ບໍລິຫານໃຫຍ່ຫຼາຍຄົນທີ່ຢູ່ລວມຢູ່ໃນ 50 ຄົນທີ່ຖືກກ່າວຫານັ້ນ. ພໍ່ແມ່ທີ່ຖືກກ່າວຫາ
ໃນຂ່າວນອງນັນນັ້ນ ມີທີ່ຢູ່ໃນຖະໜົນ Fifth Avenue ຂອງນະຄອນ ນິວຢອກ ແລະ
ສູນ ຣັອກເກີ ແຟລເລີ, ເມືອງ ເບເວີລີ ຮິລສ໌ ລັດຄາລິຟໍເນຍ, ເມືອງ ກຣີນວິຈ ລັດຄອນ
ແນກຕິຄັດ, ແລະ ເມືອງ ຮາຍແອນນິສ ຜອດ, ລັດແມສຊາຈູເຊັດສ໌, ບ່ອນທີ່ຄອບຄົວ
ນັກການເມືອງ ເຄັນເນດີ ເປັນເຈົ້າຂອງເຂດບ້ານລະດູຮ້ອນແຄມທະເລນັ້ນ.

ຂະ​ບວນພວກ​ຄົນ​ລວຍ​ ອາ​ເມ​ຣິ​ກັນ ນັ້ນ​ມັກ​ຈະ​ຊອກ​ຫາ​ສະ​ຖາ​ບັນ​ການ​ສຶກ​ສາ​ລະ​ດັບ​
ສູງທີ່ມີຊື່ສຽງ ໃຫ້ລູກຂອງເຂົາເຈົ້າເຊັ່ນ ມະຫາວິທະຍາໄລ ເຢລ, ສແຕນຝອດ ແລະ
ຈອຣຈທາວນ໌, ແລະ ບ່ອນອື່ນໆກໍມີ ກຸ່ມ Ivy League, ຫຼືມະຫາວິທະຍາໄລທີ່ເກົ່າທັງ
ຫຼາຍ ເຊິ່ງເປັນທີ່ຮູ້ຈັກໃນຄວາມດີເລີດຂອງເຂົາເຈົ້າ ແລະ ມີການເຊື່ອມໂຍງກັບຄວາມ
ລ້ຳລວຍ. ໂຮງຮຽນອື່ນໆທີ່ຖືກຈັບໄດ້ໃນການສໍ້ໂກງນັ້ນກໍແມ່ນໂຮງຮຽນຕ່າງໆ ໃນລະ
ບົບມະຫາວິທະຍາໄລ ຄາລິຟໍເນຍ, ມະຫາວິທະຍາໄລ ລັດເທັກຊັສ ແລະ ມະຫາວິທະ
ຍາໄລ ເວກ ຟໍເຣັສ.

ຄອບ​ຄົວ​ທີ່​ຮັ່ງ​ມີ​ ໄດ້​ບໍ​ລິ​ຈາກ​ເງິນ​ຈຳ​ນວນຫຼາຍ​ໃຫ້ວິ​ທະ​ຍາ​ໄລ ແລະ ມະ​ຫາ​ວິ​ທະ​ຍາ​ໄລ
ຕ່າງໆ ເປັນຫຼາຍພັນປີມາແລ້ວ ເພື່ອໃຫ້ລູກຫຼານຂອງເຂົາເຈົ້າ ໄດ້ເຂົ້າໂຮງຮຽນທີ່ມີຊື່
ສຽງ ແລະ ໃຫ້ຊື່ຕະກຸນຂອງເຂົາເຈົ້າ ຖືກສັກໃສ່ຫີນຢູ່ຕຶກຂອງມະຫາວິທະຍາໄລຕ່າງໆ
ຫຼື ເຊື່ອມໂຍງກັບຕຳແໜ່ງທີ່ມີຊື່ສຽງ, ເອີ້ນວ່າ “ປະທານ.” ແລະ ການສອບເສັງໃນຕ່າງ
ປະເທດ ສຳລັບນັກສຶກສາຕ່າງປະເທດແມ່ນໄດ້ຖືກຍົກເລີກມາຫຼາຍຄັ້ງ, ເຊັ່ນເມື່ອບໍ່
ດົນມານີ້ແມ່ນເດືອນທີ່ຜ່ານມາ. ຍ້ອນວ່າຄຳຕອບການສອບເສັງ ແມ່ນໄດ້ຖືກແຈກ
ຢາຍໃຫ້ຜູ້ສອບເສັງຢ່າງກວ້າງຂວາງ ກ່ອນການສອບເສັງ.

ແຕ່​ບັນ​ດາ​ໄອ​ຍະ​ການ​ກ່າວ​ວ່າ ການ​ສໍ້​ໂກງ​ເຫຼົ່າ​ນີ້ ໄດ້​ເຮັດ​ໃຫ້​ການ​ຊື້​ຈ້າງ​ກາຍ​ເປັນ​ການ​
ປ່ຽນແປງລະດັບໃໝ່.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

US Prosecutors Unearth $25 Million College Admissions Scheme
please wait

No media source currently available

0:00 0:02:45 0:00

XS
SM
MD
LG