ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄອຍະການ ຢາກໃຫ້ເພີ້ມ ເລື້ອງບັງຄັບ ໃຫ້ແຕ່ງງານ ແລະ ຂົ່ມຂືນ ໃສ່ຄະດີ ຂະເໝນແດງ


ທ່ານ Nicholas Koumjian ໄອຍະການສາກົນ ຂອງສານດຳເນີນຄະດີ ອະດີດຜູ້ນຳຂະເໝນແດງ
ທ່ານ Nicholas Koumjian ໄອຍະການສາກົນ ຂອງສານດຳເນີນຄະດີ ອະດີດຜູ້ນຳຂະເໝນແດງ
ໄອ​ຍະ​ການ​ສາກົນທີ່ສານດຳເນີນຄະດີພວກຂະເໝນແດງ
ທີ່ໄດ້ຮັບການໜຸນຫຼັງ ໂດຍສະຫະ​ປະຊາ​ຊາດ ​ໄດ້​ຮ້ອງ​ຂໍ​
ໃຫ້ທຳການ​ສື​ບສວນກ່ຽວກັບຄະດີທີ່ພວມດຳ ເນີນຢູ່ໃນ
ເວລານີ້ ຮວມ​ທັງ​ຄວາມ​ຜິດ​ໃນການໃຊ້ຄວາມຮຸນແຮງທາງ
ເພດ ​ແລະ​ການບັງ​ຄັບ​ໃຫ້​ແຕ່ງງານ.

ການ​ດຳ​ເນີນ​ຄະດີ​ເລກ​ທີ 004 ຈະບັງຄັບໃຫ້ມີການຟ້ອງ
ອະດີດຜູ້ບັນຊາການຂະ ເໝນແດງສາມ​ຄົນ ​ແລະ​ພວກຕິ
ຕຽນກ່າວ​ວ່າ ອາດ​ຈະໄດ້​ບໍ່​ເຫັນ​ການ​ດຳ​ເນີນ​ຄະ ດີ​ຢ່າງ​
ເ​ຕັມທີ່ເລີຍ.

​ແຕ່​ທ່ານ Nicholas Koumjian ​ໄອ​ຍະ​ການ​ສາກົນ ຂອງ​ສານດັ່ງກ່າວ ​ໄດ້​ກ່າວ​ໃນ​
ວັນ​ພະຫັດ​ວານ​ນີ້​ວ່າ ຫ້ອງການ​ຂອງ​ທ່ານ ​ໄດ້​ທົບ​ທວນຫ​ລັກ​ຖານຂອງ​ການ​ບັງ​ຄັບ
​ໃຫ້​ແຕ່ງງານ ​ຊຶ່ງມີຫຼາຍເຖິງ 80 ຄູ່ ພ້ອມ​ດ້ວຍ​ການ​ຂົ່ມຂືນ​ສຳ​ເລົາ​ທີ່​ເກີ​ດຂື້ນ​ກ່ອນ​
ການ​ປະຫານ​ຊີວິດ. ທ່າ​ນ​ໄດ້​ສົ່ງ​ການພົບ​ເຫັນ​ຂອງ​ທ່ານ ​ໄປ​ຫາ​ສານ​ເພື່ອ​ທຳ​ການ
​ສອບ​ສວນ.
ທ່ານ Koumjian ​ໄດ້​ກ່າວວ່າ “ການສົ່ງການພົບເຫັນນີ້ແມ່ນ​ອິງຕາມຫລັກ​ຖານ​ໃໝ່
​ທີ່ມີອຳນວຍໃຫ້ໃນປັດຈຸບັນນັບ​ຕັ້ງ​ແຕ່​ໄດ້​ຍື່ນຄະດີ​ເລກທີ 004 ​ໄປແລ້ວນັ້ນ” ທ່ານ
ກ່າວ​ເພີ້​ມ​ເຕີມ​ວ່າ ​ໄອ​ຍະ​ການ​ສາກົນ ​ໄດ້​ວິ​ໄຈ​ຂໍ້ມູນເຫຼົ່ານີ້ໄດ້​ຫລາຍ​ເດືອນມາແລ້ວ
ແລະ​ພົບ​ເຫັນ​ວ່າ ການ​ກ່າວ​ຫາ​ແມ່ນປະກອບເປັນ “ການກໍ່ໂທດກຳຕ້ານ​ຕ້ານມະນຸດ
ຊາດ ຮວມ​ທັງ​ການກຳຈັດກວດ​ລ້າງ ສັງຫານ ​ຈັບເປັນ​ຂ້າ​ທາດ ຖືກ​ກັກ​ຂັງ ທໍລະມານ
ຂົ່ມຂືນ ປະຫານຊີວິດ ​ແລະ​ການ​ກະທຳ​ທີ່​ບໍ່​ມີ​ມະນຸດສະທຳ ອື່ນໆ.

ທ່ານ Duang Savorn ຜູ້​ປະສານ​ງານ​ໂຄ​ງການ ​ກ່ຽວກັບໂຄ​ງການ​ປ້ອງ​ກັນຊາ​ວກຳ
ປູ​ເຈຍ ​ໄດ້ສະແດງຄວາມ​ຍິນ​ດີ​ກັບ​ການ​ຂໍ​ຮ້ອງດັ່ງກ່າວ.

ບັນດາ​ຜູ້ນຳ​ຂະ​ເໝນແດງ ທີ່​ເຖົ້າ​ແກ່ແລ້ວ ຄື ທ່ານ Noun Chea ​ແລະ ທ່ານ Khieu
Samphan ຍັງ​ພາກັນ​ລໍຖ້າ​ການ​ຕັດສິນຢູ່ ​ໃນ​ການ​ດຳ​ເນີນ​ຄະດີຂັ້ນຕົ້ນ ພ້ອມ​ທັງ​ການ
​ເລີ້ມ​ຕົ້ນ​ ໃນການດຳເນີນຄະດີຂັ້ນທີ​ສອງ ​ຊຶ່ງເປັນຂັ້ນ​ສຸດ​ທ້າຍນຳ ດ້ວຍ. ​ເຂົາ​ເຈົ້າ​ຖືກ
​ກ່າວ​ຫາວ່າ ໄດ້ກໍ່ໂທດກຳຕ່າງໆ ຮວມທັງ​ການ​ຂ້າ​ລ້າງເຊື້ອ ຊາດເຜົ່າພັນ.
XS
SM
MD
LG