ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

​ໄອ​ຍະ​ການ​ປະ​ຕິ​ເສດຕໍ່​ຄຳ​ຮ້ອງ​ຂໍ​ ຂອງ​ພວກ​ພັກ​ຣີ​ພັບ​ບ​ລິ​ກັນ ທີ່ ໃຫ້​ທ່ານມອບ​ເອ​ກະ​ສານ ​ກ່ຽວ​ກັບ​ການ​ສືບ​ສວນ ​ທ່ານ​ທ​ຣຳ​ໃຫ້


ຫົວ​ໜ້າ​ຫ້ອງ​ການ​ຍຸ​ຕິ​ທຳ ເຂດ​ແມນ​ແຮັດ​ຕັນ, ທ່ານ Bragg ໃນ​ນະ​ຄອນ​ນິວຢອກ, ວ​ັນ​ທີ 7 ກຸມ​ພາ, 2023. ທ່ານ Bragg ປະ​ຕິ​ເສ​ດຕໍ່​ຄຳ​ຮຽກ​ຮ້ອງ​ຂອງສະ​ມາ​ຊິກ​ສະ​ພາ​ຈາກ​ພັກ​ຣີ​ພັບ​ບ​ລິ​ກັນ ໃຫ້​ຍື່ນ​ເອ​ກະ​ສານ​ການ​ສືບ​ສວນ​ທ່ານ​ທ​ຣຳ​ໃຫ້.
ຫົວ​ໜ້າ​ຫ້ອງ​ການ​ຍຸ​ຕິ​ທຳ ເຂດ​ແມນ​ແຮັດ​ຕັນ, ທ່ານ Bragg ໃນ​ນະ​ຄອນ​ນິວຢອກ, ວ​ັນ​ທີ 7 ກຸມ​ພາ, 2023. ທ່ານ Bragg ປະ​ຕິ​ເສ​ດຕໍ່​ຄຳ​ຮຽກ​ຮ້ອງ​ຂອງສະ​ມາ​ຊິກ​ສະ​ພາ​ຈາກ​ພັກ​ຣີ​ພັບ​ບ​ລິ​ກັນ ໃຫ້​ຍື່ນ​ເອ​ກະ​ສານ​ການ​ສືບ​ສວນ​ທ່ານ​ທ​ຣຳ​ໃຫ້.

ໄອຍະການຂອງນະຄອນນິວຢອກ ໃນວັນພະຫັດວານນີ້ ໄດ້ປະຕິເສດຕໍ່ຄຳຮຽກຮ້ອງ ຂອງບັນດາສະມາຊິກລັດຖະ ສະພາຈາກພັກຣີພັບບລີກັນ ທີ່ໃຫ້ທ່ານມອບເອກະສານ ທີ່ກ່ຽວຂ້ອງກັບ ການສືບສວນກ່ຽວກັບການຊຳລະເງິນ 130,000 ໂດລາ ຂອງອະດີດ ປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣຳ ໃຫ້ດາ​ວໂປ້ຄົນ​ນຶ່ງ ກ່ອນການເລືອກ ຕັ້ງປີ 2016 ເພື່ອເປັນ​ຄ່າ​ປິດ​ປາກໃຫ້​ນາງງຽບກ່ຽວກັບເລື່ອງທີ່ນາງອ້າງວ່າເຄີຍ​ມີ​ເພດ​ສຳ​ພັນກັບທ່ານ​ທ​ຣຳ.

ຫົວຫ້ອງການຍຸ​ຕິ​ທຳ ຫລື DA ເຂດແມນ​ແຮັດ​ຕັນ, ທ່ານອາ​ລ​ວິນ ແບ​ຣກ (Alvin Bragg) ໄດ້​ຕຳ​ໜິ​ການຮ້ອງຂໍໃນຕົ້ນອາທິດນີ້ຂອງປະທານຄະນະກໍາມະການສາມທ່ານໃນສະພາຕ່ຳວ່າເປັນ "ການບຸກລຸກ​ເຂົ້າ​ໄປໃນເຂດອະທິປະໄຕຂອງນິວຢອກ ທີ່ຜິດກົດຫມາຍ." ສະມາຊິກສະພາສາມຄົນ - ທ່ານ​ຈີມ ຈໍ​ແດນ, ເຈັມ​ສ໌ ຄອມ​ເມີ ແລະໄບ​ຣ​ອັນ ສ​ຕາຍ​ລ໌ - ໄດ້ເອີ້ນການສືບສວນຂອງທ່ານ​ແບ​ຣກຕໍ່​ທ່ານ​ທ​ຣຳວ່າເປັນ "ການລ່ວງລະເມີດອໍານາດຂອງໄອຍະການທີ່ບໍ່ເຄີຍມີມາກ່ອນ."

ທີ່ປຶກສາໃຫຍ່ຂອງທ່ານ​ແບ​ຣກ, ທ່ານ​ນາງ ແລ​ສ​ລີ ດູ​ເບັກ (Leslie Dubeck) ບອກບັນດາສະມາຊິກສະພາວ່າ ຈົດຫມາຍຂອງພວກເພິ່ນ "ຫາກໍ່ອອກ​ມາຫຼັງຈາກ ທ່ານ​ດໍ​ໂນ​ລ ທ​ຣຳ ໄດ້ສ້າງຄວາມຄາດຫວັງທີ່ບໍ່ຖືກຕ້ອງຂຶ້ນ​ມາວ່າ ທ່ານຈະຖືກຈັບ [ໃນວັນອັງຄານຜ່ານ​ມາ] ແລະມີລາຍງານວ່າ ທະນາຍຄວາມຂອງທ່ານໄດ້ຮຽກຮ້ອງໃຫ້ພວກ​ທ່ານ​ເຂົ້າ​ມາແຊກແຊງ. ຂໍ້​ມູນ​ເທັດຈິງທັງສອງຢ່າງນີ້ ບໍ່ແມ່ນພື້ນຖານ ທີ່ຖືກຕ້ອງສໍາລັບການສືບສວນຂອງສະພາ."

ທ່ານນາງ​ດູ​ເບັກຂຽນວ່າ "ຖ້າຄະນະຕຸ​ລາ​ການໃຫຍ່ຕັ້ງຂໍ້ກ່າວຫາຕໍ່ທ່ານ​ດໍ​ໂນ​ລ ທ​ຣຳ, ຫ້ອງການຂອງ DA ຈະມີໜ້າ​ທີ່, ເຊັ່ນດຽວກັບໃນທຸກໆຄະ​ດີ ທີ່​ຕ້ອງສະຫນອງການ ຄົ້ນພົບຈໍານວນຫຼວງຫຼາຍຈາກໄຟລ໌ຂອງຕົນ ໃຫ້ແກ່ຈໍາເລີຍເພື່ອວ່າ ຈຳ​ເລີຍອາດຈະ ກະກຽມເຫດ​ຜົນຕ່າງໆ​ໄວ້ເພື່ອປ້ອງກັນຕົວ​ເອງ​ໄດ້."

​ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສ​າ​ອັງ​ກ​ິດ

XS
SM
MD
LG