ການຈັບໂຕປະກັນເປັນເວລານຶ່ງມື້ ຢູ່ທີ່ປະເທດເທີກີ ໄດ້ສີ້ນສຸດ
ລົງໃນວັນອັງ ຄານວານນີ້ ດ້ວຍການເສຍຊີວິດຂອງພວກລັກ
ພາໂຕ 2 ຄົນ ພ້ອມດ້ວຍໂຕ ປະກັນຂອງພວກເຂົາ.
ໄອຍະການເທີກີ ທ່ານ Mehmet Selim Kiraz ໄດ້ເສຍຊີວິດ
ລະຫວ່າງການຜ່າຕັດຍ້ອນໄດ້ຮັບບາດເຈັບຈາກລູກປືນ.
ສະມາຊິກສອງຄົນຈາກກຸ່ມຝ່າຍຊ້າຍທີ່ລັດຖະບານຫ້າມ ຄື
ພັກແນວໜ້າປະຊາ ຊົນປະຕິວັດປົດປ່ອຍ ໄດ້ຈັບເອົາທ່ານ
Kiaz ຢູ່ຫ້ອງການຂອງທ່ານ ຢູ່ທີ່ສານ ນະຄອນ Istanbul ໃນ
ຕອນເຊົ້າວັນອັງຄານວານນີ້.
ເຂົາເຈົ້າໄດ້ຮຽກຮ້ອງໃຫ້ ຕຳຫລວດ ແລະຄົນອຶ່ນໆ ທີ່ເຂົາເຈົ້າຖືວ່າ ມີຄວາມຮັບຜິດຊອບ
ຕໍ່ການເສຍຊີວິດຂອງຜູ້ປະທ້ວງອາຍຸ 15 ປີນັ້ນ ຮັບສາລະພາບ ແລະນຳມາດຳເນີນຄະດີ.
ຕຳຫລວດໄດ້ບຸກເຂົ້າໄປໃນຫ້ອງການໄອຍະການ ຫລັງຈາກໄດ້ຍິນສຽງປືນດັງ ຂຶ້ນ. ເຂົາ
ເຈົ້າໄດ້ທຳຄວາມພະຍາຍາມເປັນເວລາຫົກຊົ່ວໂມງ ເພື່ອເຈລະຈາໃຫ້ປ່ອຍທ່ານ Kiraz.
ເທີກີ ສະຫະພາບຢູໂຣບ ແລະສະຫະລັດ ຖືວ່າ ກຸ່ມຝ່າຍຊ້າຍດັ່ງກ່າວນີ້ ເປັນ ອົງການກໍ່
ການຮ້າຍ.