ຕຳຫລວດເຢຍຣະມັນ ໄດ້ຄົ້ນເຮືອນຂອງ ຜູ້ຊ່ວຍນັກບິນເຢຍ
ຣະມັນ ທີ່ເຊຶ່ອວ່າມີຄວາມຕັ້ງໃຈ ນຳເອົາເຮືອບິນໂດຍສານ
Airbus ບິນຕຳພູ Alps ໃນປະເທດຝຣັ່ງໂດຍໄດ້ສັງຫານຕົນ
ເອງ ແລະຄົນອື່ນໆອີກ 149 ຄົນ.
ໃນວັນສຸກມື້ນີ້ ຕຳຫລວດໄດ້ຄົ້ນເຮືອນສອງຫຼັງບ່ອນທີ່ ທ້າວ
Adreas Lubitz ອາຍຸ 27 ປີພັກເຊົາຢູ່ ເວລາທີ່ລາວບໍ່ໄດ້ໄປ
ບິນ ນັ້ນຄືເຮືອນພັກ ທີ່ລາວມີຢູ່ໃນເມືອງ Dusseldorf ຂອງ
ເຢຍຣະມັນແລະເຮືອນພໍ່ແມ່ຂອງລາວຢູ່ເມືອງ Montabour
ຊຶ່ງເປັນເມືອງນ້ອຍໆ ຂອງເຢຍຣະມັນ. ຕຳຫລວດ ກ່າວວ່າ
ສີ່ງຂອງຈຳນວນນຶ່ງ ໄດ້ຖືກຍຶດເອົາໄປເປັນຫລັກຖານ. ລາຍ
ລະອຽດຄາດວ່າ ຈະຮູ້ໃນຕອນແລງວັນສຸກມື້ນີ້.
ໃນວັນພະຫັດວານນີ້ ໄອຍະການຝຣັ່ງ ທ່ານ Brice Robin ກ່າວໃນກອງປະຊຸມຖະແຫຼງ ຂ່າວທາງໂທລະພາບວ່າ ທ້າວ Lubitz ປາກົດວ່າ ເປັນຜູ້ວາງແຜນ ເຮັດໃຫ້ເຮືອບິນຕົກ
ຫລັງຈາກໄດ້ອັດປະຕູຕັນ ບໍ່ໃຫ້ນັກບິນ ກັບຄືນເຂົ້າໄປຫ້ອງຂັບ.
ທ່ານ Robin ກ່າວວ່າ ເຄື່ອງບັນທຶກສຽງຢູ່ຫ້ອງຂັບເຮືອບິນ ສະແດງໃຫ້ເຫັນວ່າ ທ້າວ
Lubitz ໄດ້ໃຊ້ມືປ່ຽນການຄວບຄຸມ ເພື່ອເຮັດໃຫ້ເຮືອບິນໂດຍສານ Airbus A-320
ຄ່ອຍໆບິນຕໍ່າລົງໃນ 8 ນາທີສຸດທ້າຍ ດ້ວຍຄວາມໄວ 700 ກິໂລແມັດຕໍ່ຊົ່ວໂມງ.
ບັນດາເຈົ້າໜ້າທີ່ ກ່າວວ່າ ທ້າວ Lublitz ບໍ່ໄດ້ຢູ່ ໃນບັນຊີລາຍຊື່ ຜູ້ກໍ່ການຮ້າຍໃດໆ. ສື່
ມວນຊົນເຢຍຣະມັນກ່າວວ່າ ທ້າວ Lublitz ໄດ້ລາພັກຈາກວຽກງານເທົ່າທີ່ຜ່ານມາຍ້ອນ
ມີ “ຄວາມອິດເມື່ອຍ” ຫລືມີຄວາມໂສກເສົ້າ.
ທ່ານ Mattias Gabauer ຫົວໜ້ານັກຂ່າວອິນເຕີແນັດຂອງ ໜັງສືພິມເຢຍຣະມັນ Der
Spiegel ກ່າວໃນວັນສຸກມື້ນີ້ ໂດຍອ້າງຄຳເວົ້າ ເພື່ອນນັກຮຽນ ຂອງທ້າວ Lublitz ວ່າ
ລາວໄດ້ຢຸດພັກຜ່ອນຫົກເດືອນ ຈາກການເຝິກແອບການບິນ ໃນປີ 2009 ເພາະວ່າ
“ອິດເມື່ອຍ.” ໜັງສືພິມເຢຍຣະມັນ Bild ໄດ້ໃຫ້ການ ສະໜັບສະໜຸນຕໍ່ລາຍງານໂດຍ
ກ່າວວ່າ ທ້າວ Lubitz ໄດ້ຮັບການປິ່ນປົວດ້ານ ການແພດ ກ່ຽວກັບເລື້ອງຄວາມໂສກເສົ້າ.
ບັນດາເຈົ້າໜ້າທີ່ ຈາກບໍລິສັດສາຍການບິນແມ່ Lufthansa ຍັງບໍ່ໄດ້ໃຫ້ການ ຢືນຢັນ
ຕໍ່ລາຍງານເຫລົ່ານັ້ນ ເຖິງແມ່ນວ່າ ຜູ້ບໍລິຫານ Lufthansa ທ່ານ Carsten Spohr ໄດ້
ກ່າວວ່າ ທ່ານຈະບໍ່ຮູ້ ຖ້າຫາກເປັນບັນຫາດ້ານການແພດ ທີ່ເປັນເຫດໃຫ້ທ້າວ Lublitz
ຢຸດພັກຈາກການເຝິກແອບ ເພາະວ່າ ກົດລະບຽບສ່ວນໂຕຂອງເຢຍຣະມັນ ຫ້າມບໍ່ໃຫ້
ເປີດເຜີຍແກ່ສາທາລະນະຊົນ. ທ່ານກ່າວວ່າ ການທົດສອບທາງການແພດ ຂອງທ້າວ
Lubitz ໄດ້ສະແດງໃຫ້ເຫັນວ່າ ລາວມີສຸຂະພາບດີ 100 ເປີເຊັນສຳຫຼັບການບິນ” ໂດຍ
ປາດສະຈາກການຫ້າມໃດໆ.