ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຢູເຄຣນ ດຳເນີນການ​ ກວດ​ລ້າງ ພວກ​ສະໜັບສະໜຸນ ຣັດ​ເຊຍ (ວີດີໂອ/ສະໄລດ໌)


Russia Objects to Ukraine's Plan to Crackdown on Protesters
please wait

No media source currently available

0:00 0:01:36 0:00

ເບິ່ງວີດີໂອ ກ່ຽວກັບຂ່າວນີ້.

ປະທານາທິບໍດີ​ຮັກສາ​ການ​ຊົ່ວຄາວ​ຂອງ​ຢູ​ເຄຣນ ກ່າວ​ວ່າ ທ່ານ​ໄດ້​ສັ່ງໃຫ້​ມີ​ການ​ກວດ​ລ້າງ ພວກ​ສະໜັບສະໜຸນຣັດ​ເຊຍ​ ທີ່​ໄດ້​ເຂົ້າ​ຍຶດຄອງ​ຕຶກ​ລັດຖະບານ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນນັ້ນ​ແລ້ວ.

ທ່ານ Oleksander Turchnov ​ໄດ້​ບອກບັນດາສະມາຊິກ​ສະພາ ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ​ ກອງ​ກຳລັງ​ຂອງລັດຖະບານ ​ໄດ້​ເລີ່​ມການ​ປະຕິບັດ​ງານດັ່ງກ່າວ​ແລ້ວ ​ໃນ​ຂົງ​ເຂດ Donetsk ບ່ອນ​ທີ່ກອງ​ກຳລັງ​ທີ່​ສະໜັບສະໜຸຸນຣັດ​ເຊຍ ​ໄດ້​ເມີນ​ເສີຍ​ຕໍ່​ການ​ຍື່ນ​ຄຳ​ຂາດ​ເທື່ອ​ກ່ອນ ຂອງ​ລັດຖະບານ Kyiv ທີ່ໃຫ້ຍອມ​ຈຳນົນໃນ​ວັນ​ຈັນ
​ວານ​ນີ້ ຫຼືບໍ່​ກໍ​ຈະປະ​ເຊີນ​ກັບ​ການ​ຕອບ​ໂຕ້​ຄືນ.

ທ່ານ Turchnov ​ໄດ້​ບອກ​ກັບ​ພວກ​ຜູ້​ແທນ​ວ່າ ການ​ກວດ​ລ້າງ​ກຳລັງ​ດຳ​ເນີນ​ໄປ​ເທື່ອ​ລະ​ຂັ້ນ ​ແລະ​ຢ່າງລະມັດລະວັງ.

ພວກ​ປະ​ທ້ວງ​ທີ່​ເຂົ້າ​ຂ້າງຣັດ​ເຊຍ ໄດ້​ເອົາ​ສິ່ງ​ກີດຂວາງ ມາ​ຕັ້ງ​ຕັນ​ທີ່​ໝັ້ນ​ຕ່າງໆ​ຂອງ​ພວກ​ຕົນ​ໃຫ້​ແໜ້ນໜາ​ຂຶ້ນ ໃນ​ແລງ​ວັນ​ຈັນ​ວານ​ນີ້ ເຖິງ​ແມ່ນ​ວ່າໄດ້ມີ​ການ​ເຕືອນ​ຈາກ​ທາງ​ການ​ກໍ​ຕາມ.

ບັນດາລັດຖະບານ​ຕາ​ເວັນ​ຕົກ ​ໄດ້​ກ່າວ​ຫາມົສກູ​ວ່າ ​ໃຫ້ການ​ໜຸນ​ຫຼັງ ພວກ​ປະ​ທ້ວງ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ. ປະທານາທິບໍດີ​ສະຫະລັດ ທ່ານ Barack Obama​ໄດ້​ເຕືອນ​ປະທານາທິບໍດີຣັດ​ເຊຍ ທ່ານ Vladimir Putin ທາງ​ໂທລະສັບ ໃນ​ວັນ​ຈັນ​ວານ​ນີ້ ວ່າ ມົສກູຈະ​ປະ​ເຊີນ​ກັບ​ຄວາມ​ເສຍ​ຫາຍ​ຕື່ມ​ອີກ ຖ້າ​ຫາກ​ວ່າຍັງ​ສືບ​ຕໍ່​ເຄື່ອນ​ໄຫວ​ຢູ່​ໃນ​ຢູ​ເຄຣນ ຕໍ່​ໄປ. ທ່ານ​ໂອ​ບາ​ມາ​ຍັງ​ໄດ້​ຮຽກຮ້ອງ​ຜູ້ນຳຣັດ​ເຊຍ ໃຫ້ໃຊ້​ອິດ​ທິພົນ​ຂອງທ່ານ ເກ້​ຍກ່ອມ ພວກ​ປະ​ທ້ວງທີ່​ເຂົ້າ​ຍຶດຄອງ​ຕຶກ​ລັດຖະບານ​ນັ້ນ ຖອນອອກ​ໄປ​ເສຍ.

ທາງ​ຝ່າຍ​ທ່ານ Putin ກັບ​ໄດ້​ຮຽກຮ້ອງ​ໃຫ້​ທ່ານ​ໂອ​ບາ​ມາ ບອກ​ລັດຖະບານ​ຢູ​ເຄຣນ ບໍ່​ໃຫ້​ໃຊ້​ກຳລັງ​ຕໍ່​ພວກ​ປະ​ທ້ວງ.

ວີດີໂອ: ພວກນິຍົມຣັດເຊຍ ເຂົ້າຍຶດເອົາຕຶກລັດຖະບານ ຕື່ມອີກ ໂດຍບໍ່ຫົວຊາ
ຕໍ່ຄຳຂາດ ຂອງຢູເຄຣນ:

Pro-Russian Demonstrators Defy Ukraine's Ultimatum
please wait

No media source currently available

0:00 0:03:05 0:00

XS
SM
MD
LG