ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ປະທານາທິບໍດີຊົ່ວຄາວ ຂອງຢູເຄຣນ ບໍ່ໄດ້ຕໍ່ຕ້ານ ການລົງປະຊາມະຕິ (ສະໄລດ໌/ວີດີໂອ)


Pro-Russian Protestors Dig In as Ukraine Deadline Looms
please wait

No media source currently available

0:00 0:02:15 0:00

ເບິ່ງວີດີໂອກ່ຽວກັບ ພວກສະໜັບສະໜຸນຣັດເຊຍ

ປະທານາທິບໍດີ​ຊົ່ວຄາວ ຂອງ​ຢູ​ເຄຣນ ທ່ານ Oleksandr
Turchynov ​ກ່າວ​ວ່າ ທ່ານບໍ່​ໄດ້ຕໍ່​ຕ້ານ​ ການ​ລົງ​ປະຊາ​ມະ​ຕິ
ທົ່ວ​ປະ​ເທດ ກ່ຽວ​ກັບວ່າ ຢູ​ເຄຣນຄວນ​ຈະເປັນປະ​ເທດແບບ
ໃດນັ້ນ.

ທ່ານ Turchynov ກ່າວໃນ​ວັນ​ຈັນ​ມື້​ນີ້​ວ່າ ທ່ານ​ແນ່​ໃຈ​ວ່າຄົນ
ສ່ວນ​ໃຫຍ່​ຈະໃຫ້ ການ​ສະໜັບສະໜູນແກ່ປະ​ເທດຢູ​ເຄຣນ
ທີ່ສາ​ມັກ​ຄີອັນ​ນຶ່ງ​ອັນ​ດຽວ​ກັນ ​ແລະເປັນ​ເອກ​ກະລາດ ທີ່​ອາດ​
ຈະ​ໃຫ້​ສິດທິ​ທ້ອງ​ຖິ່ນ​ ແກ່ປະຊາຊົນ​ໃນ​ພາກ​ຕາ​ເວັນ​ອອກ
ຫລາຍ​ຂຶ້ນ. ທ່ານກ່າວອີກ​ວ່າ ການ​ປ່ອນ​ບັດ​ດັ່ງກ່າວສາມາດ
ຈັດ​ຂື້ນ​ໄດ້ ​ໃນ​ເວລາ​ດຽວ​ກັນ​ກັບ ການເລືອກ​ຕັ້ງປະທານາທິ
ບໍດີ ​ໃນ​ວັນ​ທີ 25 ພຶດສະພາ​ເດືອນ​ໜ້າ​ນີ້.

ພາບຫລ້າສຸດ ຈາກຢູເຄຣນ:

​ທີ່ນະຄອນຫລວງມົສກູ ລັດຖະມົນຕີຕ່າງປະ​ເທດຣັດ​ເຊຍ ທ່ານ Segei Lavrov ກ່າວ​
ໃນ​ວັນ​ຈັນ​ມື້​ນີ້ວ່າ ທ່ານ​ເຊື່ອ​ວ່າ ຊາວຢູ​ເຄຣນທີ່​ປາກ​ພາສາຣັດເຊຍ ຢູ່ທາງ​ພາກ​ຕາ​ເວັນ
​ອອກ​ຂອງປະ​ເທດ​ນັ້ນ ​ຄວນ​ຈະ​ມີສ່ວນ​ໃນ​ການ​ຮ່າງ​ລັດຖະທຳ​ມະນູນ​ ສະບັບໃໝ່.

ພວກ​ປະ​ທ້ວງທີ່ສະ​ໜັບ​ສະ​ໜູນຣັດ​ເຊຍ ​ທີ່​ໄດ້​ຍຶດ​ເອົາ​ໂຮງການ​ລັດຖະບານ ຂອງຢູ
​ເຄຣນ ຢູ່​ໃນ​ຫລາຍ​ໂຕ​ເມືອງ ຮວມ​ທັງອີກ​ເມືອງ​ນຶ່ງ ຄື​ເມືອງ Horlivka ​ໃນ​ວັນ​ຈັນ​ມື້​ນີ້
​ໄດ້​ຮຽກຮ້ອງ​ໃຫ້​ມີການ​ລົງປະຊາ​ມະຕິ​ ກ່ຽວ​ກັບວ່າ ຈະ​ແຍກ​ອອກ​ຈາກຢູ​ເຄຣນ ​ແລະ
ໄປເຂົ້າ​ຮ່ວມ​ກັບຣັດ​ເຊຍ ຄ້າຍຄື​ກັນ​ກັບ​ການປ່ອນ​ບັດໃນ Crimea ​ເມື່ອ​ເດືອນ​ແລ້ວ​ນີ້.

ເບິ່ງວີດີໂອກ່ຽວກັບ ການປະທ້ວງຕໍ່ຕ້ານຣັດເຊຍ:
In Eastern Ukraine, Pro-unity Activists Emerge from Shadows
please wait

No media source currently available

0:00 0:02:53 0:00


​ເຂດພາກ​ຕາ​ເວັນ​ອອກ ຂອງຢູ​ເຄຣນ ກຳລັງ​ຕົກ​ຢູ່​ໃນ​ສະພາວະທີ່​ເຄັ່ງ​ຕຶງ ຫລັງ​ຈາກ
​ທີ່ທ່ານ Turchynov ໄດ້​ຂູ່ທີ່​ຈະ​ລົງມື ດຳ​ເນີນອັນ​ທີ່​ທ່ານ​ຮ້ອງ​ວ່າ “ການ​ປະຕິບັດ​ງານ​
ຢ່າງ​ເຕັມທີ່ ຕ້ານ​ການ​ກໍ່​ການ​ຮ້າຍ” ​ເພື່ອ​ຕອບ​ໂຕ້​ຕໍ່ພວກຜູ້​ທີ່​ເຂົ້າ​ຍຶດ​ເອົາ​ຕຶກ​ຕ່າງໆ
ຂອງ​ລັດຖະບານ.

​ເຖິງ​ຢ່າງໃດ​ກໍ​ດີ ​ ກຳ​ນົດ​ເສັ້ນ​ຕາຍ​ໄດ້​ຜ່ານ​ໄປ ໃນ​ຕອນ​ເຊົ້າ​ວັນ​ຈັນ​ມື້​ນີ້ ​ໂດຍ​ ປາດສະ
​ຈາກ​ຮ່ອງ​ຮອຍ​ການ​ເຄື່ອ​ນ​ໄຫວໃດໆ ຈາກກຳລັງ​ຮັກສາ​ຄວາມປອດ​ໄພ ຕ້ານ​ພວກ​ປະ​
ທ້ວງ ​ທີ່​ຍັງ​ພາກັນຕັ້ງ​ຫລັກ ​ຢູ່​ທາງ​ຫລັງ​ສິ່ງ​ກີດ​ຂວາງຕ່າງ​ທີ່​ພວກ​ເຂົາ​ເຈົ້າ​ຕັ້ງ​ຂຶ້ນ ຢູ່​ໃນ​
ເມືອງ Slovyanksk​ ແລະ​ແຫ່ງ​ອຶ່ນໆນັ້ນ.
XS
SM
MD
LG