ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳລັງ​​ ​ນິຍົມຣັດ​ເຊຍ ເຂົ້າ​ຍຶດ​ ກອງບັນຊາການ ທະຫານ​ເຮືອ​ ຢູ​ເຄຣນ ທີ່ເຂດ ໄຄຣເມຍ (ສະໄລດ໌/ວີດີໂອ)


ຜູ້ຊາຍ ຖືທຸງຊາດຣັດເຊຍ
ຜູ້ຊາຍ ຖືທຸງຊາດຣັດເຊຍ
ກອງ​ກຳລັງທີ່​ນິຍົມຣັດ​ເຊຍ ​ໄດ້​ເຂົ້າ​ຍຶດ​ເອົາກອງບັນຊາການ
ທະຫານ​ເຮືອ​ຂອງຢູ​ເຄຣນ ​ໃນ​ເຂດໄຄຣ​ເມຍ ​ທີ່ເມືອງ​ທ່າ
Sevastopol ນຶ່ງ​ມື້​ຫຼັງ​ຈາກ​ຣັດ​ເຊ​ຍ​ໄດ້​ລົງ​ນາມໃນ​ສົນທິ​
ສັນຍາ ກັບ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ ເພື່ອເຮັດໃຫ້​ເຂດໄຄຣ​ເມຍ
​ເປັນພາກສ່ວນນຶ່ງຂອງຣັດ​ເຊຍ​.

ພວກ​ທີ່​ເຫັນ​ເຫດການກ່າວ​ວ່າ ມີ​ກອງ​ກຳລັງ​ປ້ອງກັນໂຕທີ່
​ບໍ່​ຕິດ​ອາ​ວຸດ ຢ່າງ​ນ້ອຍ 200 ຄົນ ​ໄດ້ເຂົ້າ​ໄປ​ໃນ​ກອງບັນຊາ
ການດັ່ງກ່າວ ​ໃນ​ວັນ​ພຸດ​ມື້​ນີ້ ແລະ​ຊັກ​ທຸງຣັດ​ເຊຍຂຶ້ນສູ່
ປາຍເສົາ. ບໍ່​ໄດ້​ມີ​ເຫດການ​ຮຸນ​ແຮງເກີດຂຶ້ນ​ແຕ່​ຢ່າງ​ໃດ
ໃນ​ຂະນະ​ທີ່ສະມາຊິກຂອງກອງ​ກຳລັງ​ຢູ​ເຄຣນ ບໍ່ໄດ້
ທຳການຕ້ານຢັນ ຕໍ່ການ​ເຂົ້າ​ຍຶດດັ່ງກ່າວ ແຕ່ຢ່າງໃດ.

ພວກ​ທະຫານຣັດເຊຍ​ຫຼາຍ​ພັນ​ຄົນ ​ໄດ້​ເຂົ້າ​ຍຶດຄອງເຂດໄຄຣ​ເມຍ ​ໃນ​ຫວ່າງ​ບໍ່​ເທົ່າ​ໃດ
​ສັບປະດາ​ຜ່ານ​ມາ​ນີ້. ຂົງ​ເຂດ​ທີ່​ຜູ້​ຄົນ​ສ່ວນ​ໃຫຍ່​ເປັນ​ຊາວຣັດ​ເຊຍນັ້ນ ​ໄດ້​ລົງ​ປະຊາ​
ມະຕິ ​ໃນ​ວັນ​ອາທິດ​ຜ່ານ​ມາ​ນີ້ ​ເພື່ອ​ແຍກອອກ​ຈາກ​ຢູ​ເຄຣນ​ ແລະ​ເຂົ້າຮ່ວມ​ກັບຣັດ​ເຊຍ.


ການ​ເຄື່ອນໄຫວເພື່ອຜະນວກຫຼືໂຮມ​ເອົາເຂດໄຄຣ​ເມຍຂອງຢູເຄຣນ ໂດຍປະທານາ
ທິບໍດີ ຣັດ​ເຊຍ ທ່ານ Vladimir Putin ໄດ້​ສ້າງ​ຄວາມ​ໂກດ​ແຄ້ນ ໃຫ້ສະຫະລັດ​ແລະ
ບັນດາ​ປະ​ເທດ​ຕາ​ເວັນ​ຕົກ ທີ່​ໄດ້​ປະກາດ​ໄປ​ວ່າ ການລົງ​ປະຊາ​ມະຕິດັ່ງກ່າວ​ນີ້ ​
ແມ່ນ​ຜິດກົດໝາຍ ​ແລະໄດ້ທຳການລົງ​ໂທດຕໍ່ຣັດ​ເຊຍ ​ເພື່ອເປັນ​ການ​ຕອບ​ໂຕ້​ຄືນ.

​ແຕ່​ທ່ານ Putin​ໄດ້ບອກ​ກັບສະພາຣັ​ດ​ເຊຍ ​ໃນ​ວັນ​ອັງຄານ​ວານ​ນີ້​ວ່າ ການ​ລົງ​
ຄະ​ເ​ເນນສຽງ​ນັ້ນ ​ແມ່ນ​ຖືກ​ຕ້ອງຕາ​ມກົດໝາຍ ​ແລະ​ວ່າເຂດ​ໄຄຣ​ເມຍ ຊຶ່ງ​ຕະຫຼອດ​ມາ
ເປັນສ່ວນ​ນຶ່ງ​ທີ່ແຍກອອກບໍ່ໄດ້ ຂອງຣັດ​ເຊຍ.

Russians Celebrate Crimea Annexation On Red Square
please wait

No media source currently available

0:00 0:01:25 0:00
XS
SM
MD
LG