ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຫົວຮຸນແຮງນິຍົມຣັດເຊຍ ບຸກຖະລົ່ມ ສະຖານີຕຳຫຼວດ ໃນເມືອງ Odessa ຂອງຢູເຄຣນ (ວີດີໂອ)


Kyiv scenes Sunday
please wait
Embed

No media source currently available

0:00 0:00:27 0:00

ເບິ່ງວີດີໂອ ເລື້ອງນີ້

ພວກ​ຫົວ​ຮຸນ​ແຮງ​ນິຍົມຣັດ​ເຊຍ​ຫຼາຍ​ຮ້ອຍ​ຄົນໄດ້​ບຸກຖະລົ່ມ​
ສະຖານີ​ຕຳຫຼວດ​ ​ໃນ​ເມືອງ Odessa ທາງ​ພາກ​ໃຕ້​ຂອງ​
ຢູ​ເຄຣນໃນ​ວັນ​ອາທິດ ​ວານ​ນີ້ ​ແລະ​ໄດ້ບັງຄັບ​ໃຫ້​ມີ​ການ
ປ່ອຍ​ໂຕ​ພວກ​ນັກ​ເຄື່ອນ​ໄຫວ​ບາງ​ຄົນ ​ທີ່ໄດ້​ຖືກ​ຈັບ​ກຸມ​ເມື່ອ​
ສອງ​ມື້ກ່ອນ​ນັ້ນ.

ພວກ​ປະ​ທ້ວງ​ໄດ້​ທັບ​ມ້າງ​ປະຕູ​ ​ທາງ​ເຂົ້າ​ໄປ​ຫາ​ສະຖານີ​
ຕຳຫຼວດດ້ວນ​ຄ້ອນໃຫຍ່​ຕອກ​ປະຕູ ​ແລ້ວ​ບຸກ​ເຂົ້າ​ໄປ​ໃນ
​ຕຶກສະຖານີ​ ຜ່ານບ່ອນ​ຈອດ​ລົດ. ບັນດາ​ເຈົ້າ​ໜ້າ​ທີ່​ໄດ້​
ປ່ອຍ​ໂຕ​ພວກ​ທີ່​ຖືກ​ກັກ​ຂັງ​ຫຼາຍ​ກວ່າ 60 ຄົນ​ໃນ​ຈຳນວນ
150 ຄົນທີ່​ຖືກ​ຈັບ​ກຸມໃນ​ວັນ​ສຸກ​ຜ່ານ​ມາ​ນີ້ ​ໃນ​ການ​ປະ​ທະ
​ກັນ​ຫຼາຍ​ບັ້ນ​ທີ່​ພາ​ໃຫ້​ເກີດ​ໄຟ​ໄໝ້​ຂຶ້ນ ທີ່​ໄດ້​ເຮັດ​ໃຫ້ມີ​ຜູ້​ເສຍ​ຊີວິດ​ໄປ 42 ຄົນ ຊຶ່ງສ່ວນ​ຫຼາຍ​
ເປັນ​ພວກ​ນັກ​ເຄື່ອນ​ໄຫວ​ຫົວ​ນິຍົມຣັດ​ເຊຍ.

ນາຍົກລັດຖະມົນຕີຢູ​ເຄຣນ ທ່ານ Arseniy Yatsenyukໄດ້​ໄປ​ຢ້ຽມຢາມ​ເມືອງ Odessa
ຊຶ່ງ​ເປັນເມືອງ​ທ່າ​ກຳ​ປັ່ນ​ທີ່​ມີ​ພົນລະ​ເມືອງ 1 ລ້ານຄົນນັ້ນ ​ແລະ​ໄດ້​ກ່າວ​ປະກາດ​ວ່າ
ຣັດ​ເຊຍ​ກຳລັງ​ພະຍາຍາມຈະ​ທຳລາຍ​ຢູ​ເຄຣນ ​ໂດຍ​ວາງ​ແຜນ​ໃຫ້​ມີການ​ປະ​ທະ​ກັນ​
ຂຶ້ນ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ​ແລະ​ບັດ​ນີ້​ ​ໃນ​ເມືອງ Odessa . ທ່ານ Yat
senyuk ກ່າວ​ຫາ​ມົສກູ​ວ່າ ພົວພັນ​ໃນ​ການ “​ເກາະ​ຜິດ​ແບບ​ມີ​ການວາງ​ແຜນ​
ໄວ້ຢ່າງ​ດີ”
ຕໍ່ຕ້ານ​ລັດຖະບານ​ຮັກສາ​ການ ​ໃນ​ນະຄອນຫລວງ Kiev ນັ້ນ.

ຢູ​ເຄຣນກ່າວ​ວ່າ ຕົນ​ຈະ​ສືບ​ຕໍ່​ກົດ​ດັນໂດຍການ​ບຸກລຸກ​ທາງ​ທະຫານຂອງ​ຕົນ ຕໍ່ຕ້ານ​
ພວກຫົວ​ແບ່ງ​ແຍກ​ນິຍົມຣັດ​ເຊຍ ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ ​ໃນ​ຂະນະ​ທີ່​ວັງ
Kremlin ລາຍ​ງານ​ໃຫ້​ຮູ້​ວ່າ ຕົນ​ໄດ້​ຮັບ​ການ​ຮ້ອງ​ຂໍ ຄວາມ​ຊ່ອຍ​ເຫຼືອ​ຫຼາຍ​ພັນ​ເທື່ອ​
ຈາກປະຊາຊົນ​ທີ່​ປາກ​ພາສາຣັດ​ເຊຍ ​ໃນ​ພາກ​ພື້ນ.

ລັດຖະມົນຕີ​ກະຊວງ​ພາຍ​ໃນ​ຢູ​ເຄຣນ ທ່ານ Arsen Avakov ກ່າວ​ວ່າ ພວກ​ທະຫານ​
ຂອງ​ຕົນ​ ໄດ້​ຍຶດ​ເອົາ​ຫໍຄອຍ​ໂທລະພາບ​ ແລະ​ອາຄານ​ລັດຖະບານ​ຫຼາຍ​ຫຼັງ ຄືນ​ຈາກ​
ພວກ​ກະບົດໃນ​ເມືອງ Kramatorsk ຊຶ່ງ​ເປັນ​ເມືອງ​ຕັ້ງ​ຢູ່​ໃກ້ໆ​ກັບ​ເມືອງ Slovyansk
ທີ່​ໝັ້ນ​ຂອງ​ພວກ​ຫົວ​ນິຍົມຣັດ​ເຊຍ.
XS
SM
MD
LG