ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຂໍ້ສະເໜີ ຕັດງົບປະມານ ປ. ທຣໍາ ຍົກເວັ້ນ ໂຄງການຊ່ວຍຜູ້ເຖົ້າ ແຕ່ຕັດໂຄງການອື່ນ


ປະທານາທິບໍດີ ດໍໂນລ ທຣໍາ.
ປະທານາທິບໍດີ ດໍໂນລ ທຣໍາ.

ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣໍາ ກຳລັງ​ສະ​ເໜີທີ່ີຈະ​ສ້າງຄວາມກໍ້າ​ເກີ່ງ
ສົມ​ດູ​ນ​ ໃຫ້​ແກ່​ງົບປະມານ​ລັດຖະບານ​ກາງ​ ພາຍ​ໃນ​ເວລາ 10 ປີຂ້າງ​ໜ້າ ​ໂດຍ​ຕັດ​
ໂຄງການ​ຊ່ວຍ​ເຫຼື​ອສັງ​ຄົມຫລາຍໆ​ໂຄງການ​ລົງ ຮ​ວມທັງພວກ​ທີ່​ຊ່ວຍ​ຄົນ​ທຸກ​ຍາກ
ຈ່າຍ​ຄ່າ​ອາຫານ ​ແລະ ​ການ​ປິ່ນປົວພະຍາຍ​ບານ ທີ່​ຮ້ອງວ່າ food stamps ​ແລະ
Medicaid. ບັນ​ດາ​ເຈົ້າ​ໜ້າທີ່​ ໄດ້ໃຫ້​ລາຍ​ລະອຽດ​ບາງ​ຢ່າງ ກ່ຽວ​ກັບ ຂໍ້​ສະ​ເໜີ​ການ
​ໃຊ້​ຈ່າຍສະບັບທຳ​ອິດ ຂອງປະທານາທິບໍດີ ກ່ອນ​ໜ້າການເປີດເຜີຍຢ່າງ​ເປັນທາງ
ການ ​ໃນ​ວັນ​ອັງຄານ​ມື້​ນີ້. ງົບປະມານ​ ຂອງ​ລັດຖະບານ ​ຕ້ອງ​ໄດ້ຮັບ​ການ​ອະນຸມັດ​
ຈາກ​ລັດຖະສະພາເພາະສະນັ້ນ ຮູບ​ແບບ​ຂັ້ນ​ສຸດ​ທ້າຍ​ມັກ​ຈະ​ແຕກ​ຕ່າງ​ໄປ​ກັບອັນ
ທີ່ ຫົວໜ້າຝ່າຍ​ບໍລິຫານ​ສະ​ເໜີ​ໄປ​.

ງົບ​ປະມານ​ ຂອງປະທານາທິບໍດີ​ທຣໍາ​ ແມ່ນຮວມທັງການ​ຕັດການ​ໃຊ້​ຈ່າ​ຍ ​3 ພັ​ນ 6
ຮ້ອຍຕື້​ໂດ​ລາ ໃນ​ໄລຍະ 10 ປີ​ຂ້າງ​ໜ້າ. ການ​ຕັດທີ່ໃຫຍ່​ສຸດ​ 800 ຕື້​ໂດ​ລາ ​ແມ່ນການ
ປິ່ນປົວຫລື Medicaid ​ທີ່​ມາຈາກ​ ການຍົກ​ເລີກ​ ປະກັນ​ໄພ​ລາຄາ​ຖືກ ຂອງ​ອະດີດ​ ປະ
ທານາທິບໍດີ Barack Obama ຊຶ່ງ​ຄາດ​ວ່າ ຈະ​ມີ​ຂຶ້ນ​ໂດຍ​ທຳນຽບຂາ​ວ ​ແລະ​ຮູບ​ແບບ​
ອື່ນໆ​ອີກ ຕະຫລອດ​ທັງການຫລຸດ​ການ​ໃຊ້​ຈ່າ​ຍ 191 ຕື້​ໂດ​ລາ ສຳລັບ​ໂຄ​ງການ​ບັດ​ຊື້​
ອາຫານ ຫລື food stamp ທີ່​ກຳລັງ​ບໍລິການໃຫ້ແກ່ຫລາຍ​ກວ່າ 40 ລ້ານ​ຄົນ.

ນອກ​ນັ້ນ ຍັງ​ຈະ​ມີ​ການຕັດ​ໂຄງການ​ກູ້​ຢືມເງິນ​ສຳລັບ​ຮຽນ​ຕໍ່​ຂັ້ນ​ມະຫາວິທະຍາ​ໄລ​
ແລະໂຄງການເບ້​ຍບຳນານ​ໃຫ້​ແກ່​ພະນັກງານ​ລັດຖະບານ​ກາງ ​ໃນ​ຂະນະ​ທີ່​ເພີ່ມ
ການ​ໃຊ້​ຈ່າຍ​ໃຫ້​ແກ່​ກອງທັບ.

ການສະ​ເໜີ​ຕັດ​ງົບ​ປະ​ມານ​ຍັງ​ປະຕິບັດຕາມຄຳ​ໝັ້ນ​ສັນຍາທີ່​ໄດ້​ໃຫ້ໃນ​ລະຫວ່າງ ການ
​ໂຄສະນາ​ຫາ​ສຽງ​ຂອງທ່າ​ນທຣໍາ ທີ່​ຈະ​ບໍ່ຕັດ​ເງິນປະກັນ​ສັງ​ຄົມຫລື Social Security
ທີ່ເປັນ​ໂຄງການເບ້ຍລ້ຽງສຳລັບ​ຜູ້​ສູງ​ອາຍຸ​ຂອງ​ລັດຖະບານ ຫລື​ໂຄງການ Medicare
ທີ່​ຊ່ວຍ​ບັນດາ​ຜູ້​ເຖົ້າ​ຈ່າຍ​ຄ່ານາຍ​ແພດ ​ໂຮງ​ໝໍ ​ແລະ​ຢາ.

ພວກ​ຕິຕຽນງົບປະມານ ​ຂອງ​ປະທານາທິບໍດີ​ທຣໍາ ຮວມທັງ​ກຸ່ມ​ທີ່ຮ້ອງ​ວ່່າ “​ການປຸກລະ
ດົມ ເພື່ອ​ປົວແປງໜີີ້​ສິນ” ກ່າວ​ວ່າ ບັນດາ​ໂຄງການ ອັນ​ເປັນ​ທີ່​ນິນົມ ​ແລະ​ລາຄາແພງ​
ເຫລົ່ານີ້ ພຽງ​ແຕ່ປະກອບ​ເປັນ​ເຄິ່ງນຶ່ງ ​ຂອງ​ການ​ໃຊ້​ຈ່າຍ​ລັດຖະບານ​ໃນ​ໄລຍະ 10 ປີ
​ຂ້າງ​ໜ້າ. ເຂົາ​ເຈົ້າ​ກ່າວ​ວ່າ ມັນ​ຍາກ​ທີ່​ຈະສ້າງ​ຄວາມ​ສົມ​ດູ​ນ​ກໍ້າ​ເກີ່ງ​ງົບ​ໃຫ້​ແກ່ປະມານ ​
ໂດຍ​ປາດ​ສະ​ຈາກ ການຕັດການ​ໃຊ້​ຈ່າຍ​ໃນ​ດ້ານສັງຄົມ​ສົງ​ເຄາະ ​ແລະ​ Medicare.
ນອກ​ນັ້ນພວກເຂົາ​ເຈົ້າ​ຍັງ​ ກ່າວ​ວ່າ ບັນດາ​ເຈົ້າ​ໜ້າ​ທີ່​ລັດຖະບານ​ໄດ້​ອີງເລື່ອງງົບປະ
ມານການ​ໃຊ້​ຈ່າຍ​ໃສ່ “​ການ​ຄາດ​ຄະ​ເນກ່ຽວ​ກັບ ການເຕີບ​ໂຕຂອງ​ເສດຖະກິດ​ທີ່​ສວຍ
​ງາ​ມ ​ແລະບໍ່​ມີ​ຄວາມ​ຈິງ.”

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

XS
SM
MD
LG