ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກຂຽນທີ່ມີຊື່ສຽງຂອງ ຈໍແດັນ ຖືກຂ້າຕາຍ


ລົດພະຍາບານ ນຳສົ່ງສົບຂອງນັກຂຽນຊາວ ຈໍແດັນ ທ່ານ Nahed Hattar ໄປທີ່ອາຄານການແພດ ຫຼັງຈາກເພິ່ນໄດ້
ຖືກຍິງເສຍຊີວິດໃນນະຄອນຫຼວງ Amman, 25 ກັນຍາ, 2016.
ລົດພະຍາບານ ນຳສົ່ງສົບຂອງນັກຂຽນຊາວ ຈໍແດັນ ທ່ານ Nahed Hattar ໄປທີ່ອາຄານການແພດ ຫຼັງຈາກເພິ່ນໄດ້ ຖືກຍິງເສຍຊີວິດໃນນະຄອນຫຼວງ Amman, 25 ກັນຍາ, 2016.

ມືປືນຄົນໜຶ່ງໄດ້ສັງຫານນັກຂຽນທີ່ມີຊື່ສຽງຊາວ ຈໍແດັນ ຄົນໜຶ່ງຢູ່ຕໍ່ໜ້າສຳນັກງານສານ ບ່ອນທີ່ນັກຂຽນຄົນດັ່ງກ່າວໄດ້ໄປຮັບຂໍ້ກ່າວໂທດ ເຊິ່ງພາບກາຕູນທີ່ນຳໄປອອກຢູ່ໜ້າ Facebook ຂອງລາວໄດ້ສະແດງເຖິງການສຽດສີຕໍ່ສາສະໜາ ອິສລາມ.

ທ່ານ Nahed Hattar ໄດ້ຖືກຍິງ ແລະ ເສຍຊີວິດໃນວັນອາທິດມື້ນີ້ ຢູ່ຕໍ່ໜ້າສານຍຸຕິທຳ ຂອງນະຄອນຫຼວງ Amman.

ອົງການຂ່າວລັດຖບານ Petra ລາຍງານວ່າ ມືປືນດັ່ງກ່າວໄດ້ຖືກຈັບກຸມແລ້ວ.

ທ່ານ Hattar ຜູ້ທີ່ນັບຖືສາສະໜາ ຄຣິສຕຽນ ໄດ້ກ່າວວ່າ ກາຕູນນັ້ນແມ່ນມີເຈຕະນາເຢາະ ເຢີ້ຍພວກຫົວຮຸນແຮງ ຈີຮາດ. ພາບກາຕູນດັ່ງກ່າວໄດ້ສະແດງໃຫ້ເຫັນຜູ້ຊາຍ ອາຣັບ ຄົນ ໜຶ່ງກັບແມ່ຍິງສອງຄົນ, ຮ້ອງຂໍພະເຈົ້າໃຫ້ປະທານເຄື່ອງດື່ມໃຫ້ລາວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG