ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກເຄື່ອນໄຫວເພື່ອປະຊາທິປະໄຕຊາວຮົງກົງ ນາງແອກເນັສ ຊາວ ຍ້າຍໄປອາໄສ ຢູ່ໃນການາດາ


ແຟ້ມຮູບ-ນາງແອກເນັສ ຊາວ, ນັກເຄື່ອນໄຫວເພື່ອປະຊາທິປະໄຕທີ່ມີຊື່ສຽງ ຜູ້ທີ່ເຖືກຕັດສິນຈໍາຄຸກເປັນເວລາ 10 ເດືອນ ໃນເດືອນພະຈິກ 2020 ໃນຂໍ້ຫາການໂຮງຊຸມນຸມທີ່ບໍ່ໄດ້ຮັບອະນຸຍາດ, ໄດ້ຮັບການປ່ອຍໂຕ, ໃນຮົງກົງ, ວັນທີ 12 ມິຖຸນາ 2021.
ແຟ້ມຮູບ-ນາງແອກເນັສ ຊາວ, ນັກເຄື່ອນໄຫວເພື່ອປະຊາທິປະໄຕທີ່ມີຊື່ສຽງ ຜູ້ທີ່ເຖືກຕັດສິນຈໍາຄຸກເປັນເວລາ 10 ເດືອນ ໃນເດືອນພະຈິກ 2020 ໃນຂໍ້ຫາການໂຮງຊຸມນຸມທີ່ບໍ່ໄດ້ຮັບອະນຸຍາດ, ໄດ້ຮັບການປ່ອຍໂຕ, ໃນຮົງກົງ, ວັນທີ 12 ມິຖຸນາ 2021.

ນັກເຄື່ອນໄຫວເພື່ອປະຊາທິປະໄຕຊາວຮົງກົງ ນາງແອກເນັສ ຊາວ (Agnes Chow), ຜູ້ທີ່ຖືກຈໍາຄຸກຍ້ອນບົດບາດຂອງນາງໃນການປະທ້ວງຄັ້ງໃຫຍ່ ໃນປີ 2019, ໄດ້ເປີດເຜີຍໃນວັນອາທິດວານນີ້ວ່າ ນາງໄດ້ຍ້າຍໄປການາດາ ແລະຈະບໍ່ກັບຄືນມາ ເພື່ອປະ​ຕິ​ບັດ​ຕາມເງື່ອນໄຂ​ໃນການປະກັນຕົວຂອງນາງ, ອີງຕາມລາຍງານຂອງອົງການຂ່າວ AFP.

ນາງຊາວ ​ເປັນນຶ່ງໃນ​ບັນດາ ເຊິ່ງຮູ້ກັນດີທີ່ສຸດໃນນາມ ໃບ​ໜ້າ​ທີ່​ໜຸ່ມຂອງ​ການ​ເຄື່ອນ​ໄຫວ​ປະ​ທ້ວງ ​ປີ 2012, 2014 ​ແລະ 2019 ​ເພື່ອ​ຕ້ານກັບ​ອຳນາດ​ການ​ປົກຄອງ​ຂອງ​ປັກ​ກິ່ງ ທີ່ກໍາລັງເພີ້ມຂຶ້ນຢູ່​ໃນ​ຮົງ​ກົງ.

ນາງໄດ້ໃຊ້ເວລາປະມານ 7 ເດືອນຢູ່ໃນຄຸກ ໃນບົດບາດຂອງນາງກ່ຽວກັບການປະທ້ວງຢູ່ນອກກອງ​ບັນ​ຊາ​ການຕໍາຫຼວດ ​ຮົງ​ກົງ ໃນປີ 2019, ເມື່ອຜູ້ຄົນຈໍານວນຫຼວງຫຼາຍໄດ້ໄປເຕົ້າໂຮມກັນເປັນເວລາຫຼາຍອາທິດ​ຕິດ​ຕໍ່​ກັນ ​ຊຶ່ງ​ເປັນ​ການທ້າທາຍທີ່ຮຸນແຮງທີ່ສຸດ ຕໍ່ການປົກຄອງຂອງຈີນ ນັບຕັ້ງແຕ່ການສົ່ງມອບອໍານາດຂອງຮົງກົງໃນປີ 1997.

ໃນວັນອາທິດວານນີ້ ເຊິ່ງເປັນວັນເກີດຄົບຮອບ 27 ປີຂອງ ນາງ ຊາວ, ນາງໄດ້ໂພສສອງຂໍ້ຄວາມລົງ​ສື່ສັງຄົມທີ່ທໍາລາຍຄວາມງຽບທີ່ນາງເກັບຮັກສາໄວ້ນັບຕັ້ງແຕ່ນາງໄດ້ຖືກປ່ອຍໂຕອອກມາ ເປັນເວລາຫຼາຍກວ່າສອງປີເຄິ່ງ ທີ່ຜ່ານມາ.

ນາງກ່າວວ່າ "ຂ້ອຍບໍ່ຢາກຖືກບັງຄັບໃຫ້ເຮັດອັນໃດອີກຕໍ່ໄປແລ້ວ, ແລະຂ້ອຍກໍບໍ່ຢາກຖືກບັງຄັບ ໃຫ້ໄປຈີນແຜ່ນດິນໃຫຍ່ອີກ."

ນາງກ່າວວ່າ ການຕັດສິນໃຈຂອງນາງມີຂຶ້ນລຸນຫຼັງ "ການພິຈາລະນາກ່ຽວກັບສະຖານະການຢູ່ໃນຮົງກົງ, ຄວາມປອດໄພສ່ວນຕົວຂອງຂ້ອຍ, ສຸຂະພາບທາງດ້ານຮ່າງກາຍ ແລະຈິດໃຈຂອງຂ້ອຍ".

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG