ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທະນາຍຄວາມ ທີມີຊື່ສຽງ ຂອງຈີນ ຖືກຕັດສິນ ຕິດຄຸກ 12 ປີ


ຮູບທະນາຍຄວາມ Xia Lin ທີ່ຖ່າຍໃນວັນທີ 14 ກໍລະກົດ ປີ 2011.
ຮູບທະນາຍຄວາມ Xia Lin ທີ່ຖ່າຍໃນວັນທີ 14 ກໍລະກົດ ປີ 2011.

ສານ​ຈີນ​ແຫ່ງ​ນຶ່ງ ​ໃນ​ວັນ​ພະຫັດ​ວານ​ນີ້ ​ໄດ້​ຕັດສິນ​ລົງ​ໂທດ ທະ​ນາຍ​ຄວາມ ສິດທິ​ພົນລ​ະ​ ເມື​ອງທີ່​ມີ​ຊື່​ສຽງ ທ່ານ Xia Lin ​ໃຫ້ຕິດ​ຄຸກ 12 ປີ ​ໃນ​ຂໍ້ຫາ​ສໍ້​ໂກງ ​ໃນອັນ​ທີ່​ພວກ​ນັກ​ຕໍ່ສູ້​ເພື່ອ ສິດທິ​ມະນຸ​ດຈຳນວນນຶ່ງຮ້ອງ​ວ່າ ​ເປັນ​ການ​ແກ້​ແຄ້ນໃນ​ການ​ຕໍ່ສູ້​ຄະດີ​ຂອງ​ທ່ານ​ໃຫ້​ແກ່ບັນດາ​ຈຳ​ເລີຍ​ທີ່​ມີ​ຊື່​ສຽງ​ເຊັ່ນວ່າ ນັກ​ສິນລະປິນ​ທີ່​ບໍ່​ເຫັນ​ພ້ອມ ທ່ານ Ai Weiwei ຜູ້​ທີ່​ໄດ້​ທ້າ​ທາຍ​ຕໍ່​ລັດຖະບານຈີນ​ນັ້ນ.

ນັບແຕ່​ຕຳຫຼວດ​ໃນ​ເຄື່ີອງ​ແບບ ຫາ​ຕຳຫຼວດ​ນອກ​ເຄື່ອງ​ແບບ ການ​ຮັກສາ​ຄວາມປອດ​ໄພ​ ຢູ່​ນອກ​ສານ ​ໄດ້​ມີ​ຂຶ້ນຢ່າງ​ເຄ່ັງ​ຄັດ ​ໃນ​ຂະນະ​ທີ່​ບັນດາ​ໝູ່​ເພື່ອນ ຄອບຄົວ ​ແລະ​ຜູ້​ສະໜັບ ສະໜູນ​ ໄດ້​ພາກັນໄປເຕົ້າ​ໂຮມ ​ເພື່ອ​ລໍຖ້າຟັງ​ການ​ຕັດສິນ​ຕໍ່ທ່ານ Xia ຜູ້​ທີ່​ໄດ້​ຖືກ​ກັກ​ຂັງ​ໂດຍ​ຕຳຫລວດ​ປັກ​ກິ່ງ ​ໃນ​ທ້າຍ​ປີ 2014. ບັນດາ​ນັກສັງ​ເກດ​ການດ້ານ​ສິດທິ​ດມະນຸດສາ ກົນ​ ຈາກ​ເຢຣະມັນ ຝຣັ່ງ ​ເດັນ​ມາກ ​ແລະ​ນໍເວ ​ໄດ້​ຖືກກັ້ນໄວ້ ​ຢູ່ໃນ​ເຂດ​ທີ່ປອດ​ໄພ ​ແຍກ​ອອກ​ຈາກ​ສາທາລະນະ​ຊົນທົ່ວ​ໄປ.

ທ່ານ Xia ​ແມ່ນ​ນັກ​ເຄື່ອນ​ໄຫວຄົນ​ຫລ້າສຸດ ​ໂດຍສະ​ເພາະແມ່ນ​ບັນດາທະນາຍຄວາມ​ໃນ​ການ​ຕໍ່ສູ້​ຄະດີ ທີ່​ຖືກ​ຕັດສິນ​ລົງ​ໂທດ ​ພາຍ​ໃຕ້​ລັດຖະບານ​ຂອງປະ​ທານ ​ປະ​ເທດທ່ານ Xi Jingping ຜູ້​ທີ່​ໄດ້ໃຫ້​ເຫດຜົນ​ກ່ຽວ​ກັບ​ການ​ທັບ​ມ້າງກຸ່ມ​ສັງຄົມ​ ພົນ​ລະ​ເຮືອນ ອັນເປັນສ່ວນນຶ່ງ ​ໃນ​ການ​ປຸກລະດົມ ​ໃນ​ຂອບ​ເຂດ​ທີ່​ກວ້າງຂວາງ​ ​ເພື່ອ​ເສີມ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃນ​ດ້ານ​ຄວາມ​ໝັ້ນຄົງ ​ແລະ​ສະຖຽນ​ລະ​ພາບ.

ນັກສິນລະປິນຈີນ ທ່ານ Ai Weiwei ຖ່າຍພາບທີ່ເມືອງ Bern ປະເທດ Switzerland ປິ 2016.
ນັກສິນລະປິນຈີນ ທ່ານ Ai Weiwei ຖ່າຍພາບທີ່ເມືອງ Bern ປະເທດ Switzerland ປິ 2016.

ມີ​ແຕ່​ນ້ອງ​ຊາຍ ແລະ​ພັນ​ລະ​ຍາ ຂອງ​ທ່ານ Xia ​ເທົ່າ​ນັ້ນ​ ​ໄດ້​ອະນຸຍາດ​ໃຫ້ໄປ ເຂົ້າ​ຟັງ​ການ​ຕັດສິນ​ລົງ​ໂທດ ທີ່​ໃຊ້​ເວລາ​ໜ້ອຍ​ກວ່າ 30 ນາທີ. ຫລັງ​ຈາກການ​ຕັດສິນ​ແລ້ວ ​ຜູ້​ພິພາກສາ​ໄດ້​ຖາມ​ທ່ານ Xia ວ່າ ທ່ານ​ໄດ້ຍິນ​ຢ່າງ​ແຈ່ມ​ແຈ້ງບໍ ອີງ​ຕາມ​ທະນາຍຄວາມ​ຂອງ​ທ່ານ Xia ທ່ານ Ding Xikui. ທະນາຍ​ຄວາມ​ກ່າວ​ວ່າ ຫລັງ​ຈາກ​ນັ້ນ ຕຳຫລວດ​ກໍໄດ້​ດຶງ​ເອົາ​ລູກ​ຄວາມຂອງ​ທ່ານ ອອກ​ໄປ​ຈາກ​ຫ້ອງ​ສານ ກ່ອນ​ທີ່ລາວ​ຈະ​ສາມາດ​ຕອບ​ຕໍ່ຄຳ​ຖາມ​ຜູ້​ພິ ພາກສາ ຫລື​ກ່າວ​ຄຳ​ເວົ້າແມ່ນ​ແຕ່ຄຳດຽວ​ ກັບ​ບັນດາ​ສະມາຊິກ​ຄອບຄົວ.

ທ່ານ Ding ​ໄດ້​ກ່າວ​ຕໍ່ ວີ​ໂອ​ເອ ພາສາຈີນ​ກາງວ່າ ທ່ານ Xia ​ໄດ້​ຍິນ​ການ​ຮ້ອງ​ໂຮ​ຢູ່​ຂ້າງ​ນອກ​ ໃນ​ຂະນະ​ທີ່​ລາວ​ຖືກ​ແກ່​ອອກ​ໄປ “​ເຈົ້າ​ບໍ່​ໃຫ້​ຂ້ອຍເວົ້າ​. ມັນ​ເປັນ​ການ​ແກ້​ແຄ້ນຕໍ່​ຂ້ອຍ ທີ່​ເປັນຜູ້ຕາງໜ້າ ໃນຄະ​ດີ​ຕ່່າງໆ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG