ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ. Li Befeng ນັກຕໍ່ຕ້ານ ລັດຖະບານຈີນ ຖືກຕັດສິນ ຈໍາຄຸກ 12 ປີ


ທ່ານ Liao Yiwu, ນັກຂຽນຕໍ່ຕ້ານລັດຖະບານ ຊຶ່ງເປັນເພື່ອນກັບທ່ານ Li Befeng ທີ່ຖືກຕັດສິນຈໍາຄຸກ 12 ປີ ໃນວັນຈັນວັນທີ 19 ພະຈິກ 2012.
ທ່ານ Liao Yiwu, ນັກຂຽນຕໍ່ຕ້ານລັດຖະບານ ຊຶ່ງເປັນເພື່ອນກັບທ່ານ Li Befeng ທີ່ຖືກຕັດສິນຈໍາຄຸກ 12 ປີ ໃນວັນຈັນວັນທີ 19 ພະຈິກ 2012.
ທະນາຍຄວາມຂອງຜູ້ຕໍ່ຕ້ານລັດຖະບານທີ່ໂດ່ງດັງທ່ານນຶ່ງ ເວົ້າ
ວ່າ ລູກຄ້າຂອງທ່ານ ໄດ້ຖືກຕັດສິນຈໍາຄຸກ 12 ປີ ຍ້ອນເຮັດສັນ ຍາປອມ.

ທະນາຍຄວາມທ່ານນີ້ເວົ້າວ່າ ທ່ານ Li Befeng ໄດ້ຖືກຕັດສິນ
ຈໍາຄຸກໃນວັນຈັນມື້ນີ້ ຢູ່ໃນສານຂອງແຂວງ Sichuan ທາງພາກ
ຕາເວັນຕົກວຽງໃຕ້ຂອງຈີນ. ທ່ານ Li ເມື່ອ ກ່ອນນີ້ ເຄີຍໄດ້ຖືກ
ຈໍາຄຸກເປັນເວລາ 5 ປີ ຍ້ອນມີສ່ວນກ່ຽວຂ້ອງກັບການເຄື່ອນ
ໄຫວ ເພື່ອປະຊາທິປະໄຕ ຢູ່ຈະຕຸລັດທຽນອັນເໝິນ.

ທ່ານ Li ແມ່ນເປັນເພື່ອນກັບທ່ານ Liao Yiwu, ນັກຂຽນຕໍ່ຕ້ານ
ລັດຖະບານ ທີ່ໂຕນໜີໄປຍັງເຢຍລະມັນ ປີກາຍນີ້.

ທະນາຍຄວາມຂອງທ່ານ Li ເວົ້າອີກວ່າ ທ່ານຈະຂໍອຸທອນຄືນຄໍາຕັດສິນດັ່ງກ່າວ.
XS
SM
MD
LG