ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຄງ​ການ​ລົງ​ທຶນ ນອກ​ແຜນ​ການ ສົ່ງ​ຜົນ​ກະ​ທົບ​ດ້​ານ​ລົບ ​ຕໍ່ງົບ​ປະ​ມານ​ ຂອງ ລັດ​ຖະ​ບານ​ລາວ


ທ່ານ​ບຸນ​ທອງ ຈິດ​ມະ​ນີ ຮອງນາ​ຍົກລັດຖະມົນຕີ ແລະປະທານຄະນະກຳມະການລະດັບຊາດ ເພື່ອຕ້ານການສໍ້ລາດບັງຫຼວງ ຂອງ ສ​ປ​ປ ລາວ.
ທ່ານ​ບຸນ​ທອງ ຈິດ​ມະ​ນີ ຮອງນາ​ຍົກລັດຖະມົນຕີ ແລະປະທານຄະນະກຳມະການລະດັບຊາດ ເພື່ອຕ້ານການສໍ້ລາດບັງຫຼວງ ຂອງ ສ​ປ​ປ ລາວ.

ບັນ​ດາ​ໂຄງ​ການ​ລົງ​ທຶນນອກ​ແຜນ​ການ ສົ່ງ​ຜົນ​ກະ​ທົ​ບ​ດ້ານ​ລົບ​ຕໍ່​ການ​ໃຊ້​ຈ່າຍ​ງົບ​ປະ
​ມານ​ຂອງ​ລັດ​ຖະ​ບານ​ລາວ​ທຸກ​ປີ ເພາະ​ເປັນ​ໂຄງ​ການ​ທີ່​ເຮັດ​ໃຫ້​ລັດ​ຖະ​ບານ​ລາວ​ຕ້ອງ​ສູນ​ເສຍ​ລາຍ​ຮັບ​ເພີ້ມ​ຂຶ້ນ​ນັບ​ມື້.

ທ່ານ​ບຸນ​ທອງ ​ຈິດ​ມະ​ນີ ຮອງນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ລະ​ດັບ​ຊາດ ເພື່ອ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ຖະ​ແຫຼງ​ຢືນ​ຢັນ​ວ່າ​ ໃນ​ຊ່ວງ​ປີ 2016 ຫາ 2019 ໄດ້​ດຳ​ເນີນ​ການກວດ​ກາ​ໂຄງ​ການ​ລົງ​ທຶນ​ນອກ​ແຜນ​ການ ​ຂອງ​ລັດ​ຖະ​ບານ​ລາວຈຳ​ນວນ​ທັງ​ໝົດ 148 ໂຄງ​ການ ໃນ​ນີ້​ກໍ​ມີ​ເຖິງ 83 ໂຄງ​ການ ຄຶດ​ເປັນ​ມູນ​ຄ່າ​ລວມ 2,024.71 ຕື້​ກີບ ທີ່​ສະ​ພາ​ແຫ່ງ​ຊາດ​ໄດ້​ໃຫ້​ການ​ຮັບ​ຮອງ​ເພື່ອ​ບັນ​ຈຸ​ເຂົ້າ​ໃນ​ແຜນ​ການ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານ​ລາວ​ຢ່າງ​ເປັນ​ທາງ​ການ​ແລ້ວ ແລະ​ກຳ​ລັງ​ຢູ່​ໃນ​ຂັ້ນ​ຕອນ​ຂອງ​ການ​ພິ​ຈາ​ລະ​ນາ ໂດຍ​ສະ​ພາ​ແຫ່ງ​ຊາດ​ລາວ 33 ໂຄງ​ການ ສ່ວນ​ອີກ 32 ໂຄງ​ການ​ ທີ່​ຜິດ​ລະ​ບຽບ​ກົດ​ໝາຍ​ກໍ​ມີ​ພຽງ​ແຕ່ 2 ໂຄງ​ການ​ເທົ່າ​ນັ້ນ ທີ່​ໄດ້​ມີ​ຄຳ​ສັ່ງ​ໃຫ້​ໂຈະ​ໂຄງ​ການ​ແລ້ວ ດັ່ງ​ທີ່​ທ່ານ​ບຸ​ນ​ທອງ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ

“ໃນ​ໂຄງ​ການນອກ​ແຜນ​ທີ່ກວດ​ກາສຳ​ເລັດແລ້ວ 83 ໂຄງ​ການ​ໄດ້​ເອົາ​ເຂົ້າ​ແຜນ​ແລ້ວ ມູນ​ຄ່າ 2,024.71 ຕື້​ກີບ ຍັງ​ບໍ່​ທັນ​ໄດ້ເຂົ້າ​ແຜນ 33 ໂຄງ​ການ ມູນ​ຄ່າ 131.29 ຕື້​ກີບ ສະ​ເໜີ​ບັນ​ຈຸ​ເຂົ້າ​ໃນ​ແຜນ ເພາະ​ເຫັນ​ວ່າ​ສົມ​ເຫດ​ສົມ​ຜົນ ມີ 2 ໂຄງ​ການ ມູນ​ຄ່າ 49.22 ຕື້​ກີບ ຖືກ​ໂຈະ ແລະ​ບໍ່​ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ ສະ​ເໜີ ໃຫ້​ປົດ​ອອກ​ຈາ​ກ​ໂຄງກ​ານນ​ອກ​ແຜນ ມີ 30 ໂຄງ​ການ ມູນ​ຄ່າ​ໂຕ​ຈິງ​ຫລຸດ​ມູນ​ຄ່າ​ທີ່​ສະ​ພາ​ຮັບ​ຮອງ.”

ທ່ານ​ບຸນ​ທອງ ຢືນ​ຢັນ​ວ່າ ສະ​ເພາະ​ໃນ​ປີ 2019 ໄດ້​ກວດ​ກາ​ໂຄງ​ການ​ລົງ​ທຶນ​ຂອງ​ລັດ 209 ໂຄງ​ການ ​ພົບ​ວ່າ ​ມີ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ບໍ່ຖືກ​ຕ້ອງ​ຕາມ​ບະ​ບຽບ​ກົດ ​ໝາຍ​ວ່າ​ດ້ວຍ​ການ​ຈັດ​ຊື້​ຈັດ​ຈ້າງ ຊຶ່ງ​ແບ່ງ​ເປັນ 103 ໂຄງ​ການ​ທີ່​ບໍ່​ໄດ້ຈັດ​ການ​ປະ​ມູນ ແລະ 106 ໂຄງ​ການ​ທີ່​ຈັດ​ການ​ປະ​ມູນ​ບໍ່​ຖືກ​ກົດ​ໝາຍ ເຮັດ​ໃຫ້​ລັດເສຍ​ຫາຍ​ຫຼາຍກວ່າ 5,331 ຕື້​ກີບ ສ່ວນ​ການ​ຍົກ​ເວັ້ນອາ​ກອນ​ນຳ​ເຂົ້າ​ນ້ຳ​ມັນ​ໃຫ້​ກັບ​ບໍ​ລິ​ສັດ​ຕ່າງ​ຊາດ ທີ່​ລົງ​ທຶນ​ໃນ​ລາວ ກໍ​ເຮັດ​ໃຫ້​ລັດ​ຖະ​ບານ​ສູນ​ເສຍ​ດ້ານ​ລາຍ​ຮັບ​ໄປ​ກວ່າ 2,407 ຕື້​ກີບ ທັງ​ຍັງ​ເຮັດ​ໃຫ້​ມີ​ໜີ້​ເ​ສຍ (NPL) ໃນ​ລະ​ບົບທະ​ນາ​ຄານ​ເພີ້ມ​ຂຶ້ນ​ເປັນ 3.25 ເປີ​ເຊັນ ຂອງເງິນ​ກູ້​ທັງ​ໝົດ ແລະ​ໄດ້​ກວດ​ພົບ​ການ​ທຸດ​ຈະ​ລິດ​ໃນ​ໂຄງ​ການ​ພັດ​ທະ​ນາ​ຕ່າງໆ ທີ່​ເປັນ​ການ​ຮ່ວມ​ມື​ລະ​ຫວ່າງ​ພະ​ນັກ​ງານ​ລັດ​ ກັບ​ນັກ​ທຸ​ລະ​ກິດ​ຈຳ​ນວນ 1,285 ຄົນ.

ໂດຍ​ໃນ​ຈຳ​ນວນຜູ້​ກະ​ທຳ​ການ​ທຸດ​ຈະ​ລິດ​ດັ່ງ​ກ່າວ ແບ່ງ​ເປັນ​ພະ​ນັກ​ງານ​ລັດ 970 ຄົນ ກັບ​ນັກ​ທຸ​ລະ​ກິດ 315 ຄົນ ທີ່​ຮ່ວມ​ມື​ກັນ​ທຸດ​ຈະ​ລິດ ໃນ​ໂຄງ​ການ​ພັດ​ທະ​ນາ​ຕ່າງໆ​ຂອງ​ລັດ​ຖະ​ບານ​ລາວ​ຈຳ​ນວນ 105 ໂຄງ​ການ ຊຶ່ງ​ກໍ​ມີ​ທັງໃຊ້​ອຳ​ນາດ​ໜ້​າ​ທີ່​ເພື່ອ​ສະ​ແຫວງ​ຫາ​ຜົນ​ປະ​ໂຫຍດ ການ​ຮັບ​ສິນ​ບົນ ການ​ຍັກ​ຍອກ ແລະ​ສໍ້​ໂກງ​ເອົາ​ຊັບ​ສິນ​ຂອງ​ລັດ ການ​ປອມ​ແປງ​ເອກ​ກະ​ສານ​ສຳ​ຄັນ​ຂອງ​ລັດ ການ​ປອມ​ແປງ​ມາດ​ຕະ​ການ​ກໍ່​ສ້າງ ແລະ​ເທັກ​ນິກ​ຕ່າງໆ ຊຶ່ງ​ສ່ວນ​ໃຫຍ່​ເປັນ​ໂຄ​ງ​ການ​ພັດ​ທະ​ນາ ທີ່​ລັດ​ຖະ​ບານ​ລາວ​ກູ້​ຢືມ​ເງິນ ແລະ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ລ້າ​ຈາກ​ຕ່າງ​ປະ​ເທດ​ເປັນ​ດ້ານ​ຫລັກ​ນັ້ນ ຍັງ​ເຮັດ​ໃຫ້​ລັດ​ຖະ​ບານ​ລາວ ຖືກ​ນາ​ນາ​ຊາດ​ກົດ​ດັນ​ເພື່ອ​ໃຫ້​ແກ້​ໄຂ​ບັນ​ຫາ​ທີ່​ເກີດ​ຂຶ້ນດັ່ງ​ກ່າວ ຢ່​າງ​ຮີບດ່ວນ​ອີກ​ດ້ວຍ.

ສ່ວນ​ທ່ານ​ນາງວຽງ​ທອງ ສີ​ພັນ​ດອນ ປະ​ທານ​ອົງ​ການກວດ​ສອບ​ແຫ່ງ​ລັດ ໄດ້​ຖະ​ແຫຼງຍອມ​ຮັບ​ວ່າ ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໃນ​ອົງ​ການກວດ​ສອບ​ແຫ່ງ​ລັດ ທີ່​ມີ​ປະ​ສິດ​ທິ​ພາບ​ຕ່ຳໃນ​ທຸກ​ດ້ານ​ນັ້ນ ໄດ້​ກວດ​ພົບ​ການ​ທຸ​ດ​ຈະ​ລິດ​ໃນ​ໂຄງ​ການ​ພັດ​ທະ​ນາ​ຂອງ​ລັດ​ບານ ທີ່​ຮ່ວມ​ມື​ລະ​ຫວ່າງ​ພະ​ນັກ​ງານ​ລັດ​ຖະ​ບານ​ກັບ ພາກ​ທຸ​ລະ​ກິດ​ເອກ​ກະ​ຊົນ​ນັ້ນ​ຖືເປັນສາ​ເຫດ​ສຳ​ຄັນ ​ທີ່​ເຮັດ​ໃຫ້​ລັດ​ຖະ​ບານຕ້ອງສູນ​ເສຍ​ລາຍ​ຮັບ​ຫຼາຍ​ຂຶ້​ນ​ນັບ​ມື້ ທັງ​ຍັງ​ກວດ​ພົບ​ພະ​ນັກ​ງານ​ທີ່​ກ່ຽວ​ຂ້ອງ​ບໍ່​ສົ່ງ​ລາຍ​ຮັບ​ຊ່ວຍ​ສາ​ອາ​ກອນ ແລະ​ຊັບ​ສິນ​ຕ່າງໆ​ຂອງ​ລັດ​ເຂົ້າ​ງົບ​ປະ​ມານ​ລັດ​ຖະ​ບານ ຫຼາຍກວ່າ 999 ຕື້​ກີບ ແລະ​ກວ່າ 67 ລ້ານໂດ​ລ​ສະ​ຫະ​ລັດ ຊຶ່ງກໍເຮັດ​ໃຫ້​ມີ​ການ​ລົງ​ໂທດ​ທາງວິ​ໄນຕໍ່​ພະ​ນັກ​ງາ​ນ​ລັດ 849 ຄົນ ດຳ​ເນີນ​ຄະ​ດີ​ໃນ​ສານ 113 ຄົນ ສານ​ຕັດ​ສິນໂທດແລ້ວ 55 ຄົນ ເກັບ​ເງິນ​ຄືນ​ມາໄດ້ 26.2 ຕື້​ກີບ ກັບ 17 ລ້ານ​ໂດ​ລາ​ສະ​ຫະ​ລັດ ແລະຍົກ​ເລີກ​ສຳ​ປະ​ທານ​ໂຄງ​ການ​ລົງ​ທຶນ​ຂອງ​ເອກ​ກະ​ຊົນ​ລາວ ແລະຕ່າງ​ຊາດ ທີ່​ພົວ​ພັນ​ໃນການ​ທຸດຈ​ະ​ລິດດັ່ງ​ກ່າວ ຈຳ​ນວນ​ເຖິງ 315 ລາຍ​ອີກ​ດ້ວຍ.

ສ່ວນ​ອົງ​ການ​ເພື່ອ​ຄວາມ​ໂປ່ງ​ໃສ​ສາ​ກົນ (Transparency International) ລາຍ​ງານ​ວ່າລັດຖະ​ບາ​ນ​ລາວມີຄວາມ​ໂປ່ງ​ໃສ​ ໃນ​ການ​ບໍ​ລິ​ຫານ​ງານ​ພຽງ 29 ຈາກ 100 ຄະ​ແນນເຕັມໃນປີ 2018 ໝາຍ​ຄວາມວ່າ​ມີ​ນັກ​ທຸ​ລະ​ກິດ​ຕ່າງ​ຊ​າດ ທີ່​ລົງ​ທຶນ​ໃນ​ລາວ​ເຖິງ 71 ໃນ 100 ຄົນ ທີ່​ເຫັນ​ວ່າ ​ມີ​ການ​ທຸດ​ຈະ​ລິດ ໃນ​ວົງ​ກາ​ນ​ລັດ​ຖະ​ບານ​ລາວ.

XS
SM
MD
LG