ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ບັນດາແມ່ຍິງ ຈັດໂຄງການ ຊອກຫາວິທີ ປ້ອງກັນ ພວກຫົວຮຸນແຮງ​


Women Discuss Prevention of Extremist Ideologies
please wait

No media source currently available

0:00 0:02:40 0:00

ບັນດາແມ່ຍິງປຶກສາຫາລືກັນ ກ່ຽວກັບ ແນວຄິດພວກຫົວຮຸນແຮງ

ຈາກ ​ເລ​ບາ​ນອນ ຫາ ບັງ​ກາ​ລາ​ແດັສ, ບັນ​ດາ​ແມ່​ຍິງພາກັນ​ບໍ່​ເຊື່​ອ
​ຟັງ​ພວກ​ຫົວ​ຮຸນ​ແຮງ ​ແລະອົບຮົມ​ສັ່ງ​ສອນ​ໃຫ້ປະ​ເທດ​ຂອງ​ພວກ ​
ເຂົາ​ປະຕິ​ເສດ​ລັດທິກໍ່ການຮ້າຍ ​ແລະແນວ​ຄິດການໃຊ້ຄວາມ​ຮຸນ​
ແຮງ. ນັກ​ຂ່າວວີ​ໂອ​ເອ Katherine Gypson ມີລາຍ​ງານ ກ່ຽວ​
ກັບ​ໂຄງການ ​ໃຫ້​ໂອກ​າດ​ແກ່ແມ່ຍິງ ​ເພື່ອ​ແບ່ງປັນ​ຄວາມ​ຄິດ ​ເຊິ່ງ
ກັນແລະ​ກັນ ​ເຊິ່ງ ພຸດທະ​ສອນ ຈະ​ນຳ​ເອົາ​ລາຍ​ລະອຽດ​ ມາ​ນຳ​
ສະ​ເໜີ​ທ່ານ.

ນາງ Maya Yamout ມາ​ຈາກ​ປະ​ເທດ ​ເລ​ບາ​ນອນ, ​ໄດ້ເຫັນ​ຮາກ​ເຄົ້າ​ຂອງ​ສາ​ເຫດການ​ກໍ່​ການ​ຮ້າຍ. ລາວ​ໄດ້​ເວົ້າ​ວ່າ ມັນ​ມີວິທີ​ແກ້​ໄຂ ພຽງ​ແຕ່​ວິທີ​ດຽວ​ເທົ່າ​ນັ້ນ.

ນາງ Maya ​ເວົ້າ​ວ່າ “ການ​ປູກ​ຈິ​ດສຳ​ນຶກ ເພື່ອບໍ່​ໃຫ້ເຂົ້າ​ຮ່ວມ​ກຸ່ມ​ດັ່ງ ກ່າວ​ນັ້ນ. ມັນເປັນຂອງ​ແປກ​ປ​ອມ, ມັນ​ບໍ່​ແມ່ນ​ຄວາມ​ຈິງ. ​ແລະກໍ​ເປັນ​ພຽງ​ພາບ​ລວງ​ຕາ. ພວກ​ເຂົາ​ເວົ້າ​ວ່າ​ມັນ​ເປັນ​ຄື Disneyland, ມັນ​ເປັນ​ດິນແດນທີ່ໜ້າຢ້ານກົວ. ມັນ​ບໍ່​ໄດ້​ມ່ວນ​ຈັກ​ໜ້ອຍ​ເລີຍ. ມີ​ແຕ່​ຄົນ​ໂລກ​ຈິດ ເທົ່າ​ນັ້ນ​ທີ່​ໄປ, ມີ​ແຕ່​ພວກ​ໂລກ​ຈິດ​ເທົ່າ​ນັ້ນ.”

ນາງ Maya ​ເຂົ້າ​ຮ່ວມ​ໃນ​ໂຄງການ​ ຂອງ​ກະຊວງການ​ຕ່າງປະ​ເທດ​ສະຫະລັດ ນຳ​ເອົາ​ ບັນດາ​ນັກ​ກົດໝາຍ ແລະຂຽນຂໍ້ຄວາມ Blogger ນັກ​ເຄື່ອນ​ໄຫວ ​ແລະ ນັກ​ຄົ້ນຄວ້າ​ມາ​ໂຮມ​ກັນ ເຊິ່ງແມ່​ຍິງ​ແຕ່ລະຄົນ​ຈະ​ເຮັດ​ວຽກ​ດ້ວຍ​ວິທີ​ທາງ​ຂອງ​ພວກ​ເຂົາ​ເອງ​ເພື່ອ​ຕໍ່ຕ້ານ​ພວກ​ຫົວ​ຮຸນ​ແຮງ.

ພວກ​ເຂົາ​ປະ​ຊຸມ​ກັນ​ເປັນ​ເວລາ 2 ອາທິ​ດ​ເພື່ອແບ່ງປັນ​ແນວ​ຄິດ ​ແລະ ພັດທະນາແຜນ
ຍຸດທະ​ສາດ​ໃໝ່ ຢູ່ໃນ ສະຫະ​ລັດ​ນີ້.

ນາງ Nadia Nuseibah ນັກ​ຄົ້ນຄວ້າ​ຊາວ ປາ​ເລ​ສໄຕນ໌​ໄດ້​ກ່າວ​ວ່າ ການ​ຕໍ່​ສູ້​ຕ້ານພວກ​ຫົວ​ຮຸນ​ແຮງຈັດ ​ແມ່ນ​ມີ​ຄວາມ​ສຳຄັນ​ໂດ​ຍສະ​ເພາະ ສຳລັບ​ບັນດາ​ແມ່ຍິງ.

ນາງ Nuseibah ​ກ່າວ​ວ່າ “ຖ້າ​ແມ່ຍິງ​ມີ​ຄວາມ​ເປັນກາງ​ພໍ ​ແລະ ມີ​ການໂຍະຍານຜ່ອນ ຜັນພໍ, ພວກ​ເຮົາ​ສາມາດ​ຢ່າງ​ໜ້ອຍ​ກໍເຮັດ​ໃຫ້​ເຊື່ອ​ໝັ້ນ​ວ່າກາ​ນຕໍ່ສູ້​ກັບ​ພວກ​ຫົວ​ຮຸນ​ແຮງ​ ແມ່ນ​ກຳລັງຖືກ​ປາບໃຫ້ອ່ອນ​ລົງ​ຢູ່​ບ້ານ. ພ້ອມ​ກັນ​ນັ້ນ, ​ແມ່ຍິງ​ມີ​ພະລັງ​ແຫ່ງ​ຄວາ​ມຮັກ. ຖ້າ​ເຈົ້າ​ຮັກ​ລູກ​ຊາຍ​ຂອງ​ເຈົ້າ, ຜົວຂອງ​ເຈົ້າ, ພໍ່ຂອງເຈົ້າ ພະລັງ​ແຫ່ງ​ຄວາມ​ຮັກທີ່​ແມ່ ຍິງ​ສາມາດ​ໃຫ້​ໄດ້ ແມ່ນ​ສາມາດ​ເ​ອົາ ຊະນະສັດຕູ​ພາຍໃນ​ການ​ຕໍ່​ສູ້​ກັບ ​ພວກ​ຫົວ​ຮຸນ​ແຮງ.”

​ໃນ​ບັງ​ກລາ​ແດັສ ບ່ອນ​ທີ່​ນັກຂຽນຂໍ້ຄວາມ Blogger ຖືກ​ຟັນ​ຈົນຕາຍ​ຍ້ອນ​ການ​ໄດ້​ປະນາມ​ພວກຫົວ​ຮຸນ​ແຮງສາສະໜາ. ນາງ Priyanka Kanta ກ່າວ​ວ່າ ການເຄົາລົບ​ຕໍ່ຄົນສະ​ສາ​ໜາ​ອື່ນໆ ​ແມ່ນ​ເສັ້ນທາງ​ພາ​ໃຫ້​ຫລີກເວັ້ນຈາກການມີຄວາມຄິດ​ຫົວ​ຮຸນ​ແຮງ.

ນາງ Priyanka ​ເວົ້າ​ວ່າ “ສິ່ງ​ທີ່ເຮັດຍາກ​ທີ່​ສຸດ​ໃນ​ບັງກລາແດັສ ​ແມ່ນ​ການ​ສ້າງ​ຕັ້ງ​ປະ​ເທດ​ທີ່​ບໍ່​ກ່ຽວຂ້ອງ​ກັບ​ສາສະໜາ. ​ເຮົາ​ໝາຍ​ຄວາມ​ວ່າ​ບໍ່​ກ່ຽວຂ້ອງ​ກັບ​ສາ​ສະນາ ບໍ່​ແມ່ນ​ການ​ເຄົາລົບ​ຕໍ່​ສາສະໜາ​ອື່ນ. ​ເຈົ້າ​ສາ ມາດ​ມີ​ສ່ວນ​ເຂົ້າຮ່ວມ​ໃນ​ທຸກໆ​ໜ້າ​ທີ່​ຂອງສາສະໜາ​ເຈົ້າ, ​ແຕ່​ວ່າ​ກະ​ລຸ​ນາ​ຢ່າ​ເຮັດ​ໃຫ້​ຄົນ​ອື່ນ​ ທີ່​ນັບຖື​ຕ່າງສາສະໜາ​ນັ້ນ ເຈັບປວດ.”

ນາງ Maya ກ່າວ​ວ່າ​ແມ່​ຍິງ​ຄົນ​ອື່ນ​ຢູ່​ໃນ​ໂຄງການ ​ໂດຍ​ສະ​ເພາະແມ່ຍິງປາ​ກິ​ສຖານ ​ເປັນແຮງ​ບັນດານ​ໃຈ​ຂອງ​ລາວ​ກ່ຽວກັບ​ວຽກ​ງານ​ຂອງ​ພວກ​ເຂົາ.

ນາງ Maya ​ເວົ້າ​ວ່າ “ລາວ​ເຮັດ​ໃຫ້​ຂ້ອຍ​ມີແຮງ​ຈູງ​ໃຈ​ອັນໃຫຍ່​ຫຼວງ​ ​ແລະ ການສະໜັບ ສະໜູນ ​ເພື່ອ​ສືບ​ຕໍ່ ​ແລະ ບໍ່​ມີ​ວັນ​ຢຸດ ​ເພາະວ່າ​ຂ້ອຍ​ມີ​ມື້​ຂອງ​ຂ້ອຍ ບ່ອນ​ທີ່​ຂ້ອຍ​ຢາກ​ອອກ​ຈາກ​ວຽກ​ນີ້ ​ແລະ ປ່ອຍ​ມັນ​ໄປ. ດັ່ງ​ນັ້ນ, ທຸກໆ​ເທື່ອທີ່​ຂ້ອຍ​ຕ້ອງການ​ເວລາ​ ເຊິ່ງຂ້ອຍ​ຕ້ອງການ ​ແຮ​ງຈູງ​ໃຈ, ຂ້ອຍ​ຈະ​ຄິດ​ຫາ​ລາວ ​ແລະ ຈື່​ໃນ​ສິ່ງ​ທີ່​ລາວ​ໄດ້​ເວົ້າ​ກ່ຽວກັບ​ເລື່ອງຂອງ​ລາວ, ​ແລະ ລາວ​ກໍ​ຍັງ​ກ້າວ​ຕໍ່​ໄປ ​ແລະ ຍັງ​ຕໍ່ສູ້​ຢູ່.”

​ໃນ​ໂລກ​ທີ່​ສື່​ສັງຄົມ​ສາມາດ​ເຜີຍ​ແຜ່​ຄວາມ​ຮຸນແຮງ​ແຮງ​ພາຍ​ໃນ​ໜຶ່ງ​ວິນາທີ, ການ​ມີ​ສາຍ​ພົວພັນແນວ​ນີ້ ​ຈະ​ສາມາດ​ເຮັດ​ໃຫ້​ມີ​ຄວາມ​ແຕກ​ຕ່າງ​ໄດ້.

XS
SM
MD
LG