ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກກ້າວໄກໄທ ທີ່ຊະນະການເລືອກຕັ້ງ ໃນເດືອນພຶດສະພາ ຖືກສະກັດກັ້ນບໍ່ໃຫ້ເຂົ້າກຸ່ມພັກປະສົມ ເພື່ອປະກອບລັດຖະບານ ຊຸດຕໍ່ໄປ


ບັນດາຜູ້ສະໜັບສະໜູນພັກກ້າວໄກ ຂອງປະເທດໄທ ຊຶ່ງໄດ້ຊະນະບ່ອນນັ່ງທັງໝົດຢູ່ໃນການເລືອກຕັ້ງທົ່ວໄປໃນເດືອນພຶດສະພາ ໂຍນນໍ້າສີແດງ ໃນຂະນະທຳການປະທ້ວງ ໃນບາງກອກ ວັນທີ 2 ສິ່ງຫາ 2023
ບັນດາຜູ້ສະໜັບສະໜູນພັກກ້າວໄກ ຂອງປະເທດໄທ ຊຶ່ງໄດ້ຊະນະບ່ອນນັ່ງທັງໝົດຢູ່ໃນການເລືອກຕັ້ງທົ່ວໄປໃນເດືອນພຶດສະພາ ໂຍນນໍ້າສີແດງ ໃນຂະນະທຳການປະທ້ວງ ໃນບາງກອກ ວັນທີ 2 ສິ່ງຫາ 2023

ພັກການເມືອງທີ່ມີ​ຄວາມ​ກ້າວ​ໜ້າ ທີ່ໄດ້ຊະນະບ່ອນນັ່ງເກືອບທັງໝົດ ຈາກການເລືອກ ຕັ້ງທົ່ວໄປຢູ່ໃນໄທ ຖືກ​ສະ​ກັດ​ກັ້ນບໍ່ໃຫ້ເຂົ້າຮ່ວມຢູ່ໃນກຸ່ມພັກ​ປະ​ສົມ ເພື່ອປະກອບລັດ ຖະບານຊຸດຕໍ່ໄປ. ບັນດາສະມາຊິກສະພາຫົວ​ອາ​ນຸ​ລັກ​ນິ​ຍົມຄັດຄ້ານຢ່າງແຮງຕໍ່ພັກດັ່ງ​ກ່າວຽວກັບຂໍ້ສະເໜີຂອງ​ພັກ​ໃຫ້ປະຕິຮູບກົດໝາຍ ທີ່ຫ້າມການຕຳໜິກະສັດຂອງ ປະເທດ. ປະເທດໄທໄດ້ດິ້ນຮົນມາເປັນເວລາເກືອບສາມເດືອນ ເພື່ອຈະສ້າງ​ຕັ້ງລັດ ຖະບານ ແລະເລືອກຜູ້ນຳຄົນໃໝ່ນັບແຕ່ມີການເລືອກຕັ້ງໃນເດືອນພຶດສະພາ ຜ່ານ​ມາ. ພັກກ້າວໄກ ຜູ້ຊະນະການ​ເລືອກ​ຕັ້ງ​ແບບບໍ່​ຄາດ​ຝັນໄດ້ດຶງເອົາ8 ພັກ​ມາໂຮມເຂົ້າກັນ ດ້ວຍໄດ້​ມີບັນດາສະມາຊິກສະພາຕໍ່າເປັນ​ສ່ວນ​ໃຫຍ່. ແຕ່ວ່າຜູ້ນຳ ພັກເພື່ອໄທ ທີີ່ເປັນພັກໃຫຍ່ອັນ​ດັບທີສອງ ຢູ່ໃນລັດ​ຖະ​ບານ​ປະ​ສົມ ກ່າວໃນວັນພຸດ ວານນີ້ວ່າ ບັນດາພັກອື່ນໆ ແລະ ສະພາສູງທີ່ຖືກແຕ່ງຕັ້ງໂດຍ​ທະ​ຫານ ບໍ່ສາມາດຮັບ ເອົາຂໍ້ສະເໜີຂອງພັກກ້າວໄກ ເພື່ອດັດ​ແກ້ກົດໝາຍກ່ຽວ​ກັບກະສັດ. ພັກເພື່ອໄທ ກ່າວວ່າ ຕົນຈະຕັ້ງລັດ​ຖະ​ບານ​ປະ​ສົມຂອງຕົນເອງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG