ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂະນະທີ່ເສດຖະກິດລາວ ປະສົບບັນຫາໄພເງິນເຟີ້ສູງ ສົ່ງຜົນໃຫ້ຊາວໜຸ່ມລາວ ຕ່າງກໍຫາທາງໄປເຮັດວຽກຢູ່ຕ່າງປະເທດ


ບໍລິສັດນຶ່ງທີ່ຈັດຫາແຮງງານລາວ ໄປເຮັດວຽກຢູ່ປະເທດເກົາຫຼີໃຕ້
ບໍລິສັດນຶ່ງທີ່ຈັດຫາແຮງງານລາວ ໄປເຮັດວຽກຢູ່ປະເທດເກົາຫຼີໃຕ້

ຂະນະທີ່ເສດຖະກິດລາວປະສົບບັນຫາໄພເງິນເຟີ້ສູງ ແລະຄ່າແຮງງານຕໍ່າ, ຊາວໜຸ່ມລາວທີ່ຂາດວຽກເຮັດງານທໍາ ຕ່າງກໍພະຍາຍາມດີ້ນຮົນ ຫາທາງໄປ ອອກແຮງງານຢູ່ຕ່າງປະເທດ ລວມທັງເກົາຫລີໃຕ້ ຊຶ່ງເປັນປະເທດທີ່ມີຄວາມ ຕ້ອງການແຮງງານຢ່າງຫລວງຫລາຍໃນຂົງເຂດເອເຊຍ. ແຕ່ສໍາລັບຜູ້ທີ່ຄອບ ຄົວມີລາຍໄດ້ຕໍ່າແລ້ວ ກໍເປັນການຍາກຫລາຍ ທີ່ຈະມີໂອກາດໄປອອກແຮງງານໃນປະເທດນີ້ໄດ້. ນັກຂ່າວຂອງພວກເຮົາ ມີລາຍລະອຽດເລື້ອງນີ້ ຊຶ່ງໄຊຈະເລີນສຸກ ຈະນຳມາສະເໜີ ທ່ານໃນອັນດັບຕໍ່ໄປ.

ເສດຖະກິດລາວທີ່ຖືກກະທົບຢ່າງໜັກ ຈາກການລະບາດຂອງພະຍາດໂຄວິດ-19 ແລະຕາມມາດ້ວຍສົງຄາມໃນຢູເຄຣນນັ້ນ ເຮັດໃຫ້ໄພເງິນເຟີ້ຖີບຕົວສູງຂຶ້ນ ຢ່າງວ່ອງໄວ. ອັດຕາໄພເງິນເຟີ້ໃນເດືອນພຶດສະພາຜ່ານມາເພີ້ມຂຶ້ນ 12.8 ເປີ ເຊັນ ເມື່ອທຽບໃສ່ໄລຍະດຽວກັນ ໃນປີກາຍນີ້ ຊຶ່ງເປັນອັດຕາສູງທີ່ສຸດໃນຮອບ 18 ປີຜ່ານມາ, ອີງຕາມສູນສະຖິຕິແຫ່ງຊາດຂອງລາວ. ການຂາດແຄນ ນໍ້າມັນເຊື້ອໄຟ ກໍສົ່ງຜົນເຮັດໃຫ້ລາຄາສິນຄ້າສູງຂຶ້ນນັບມື້ ຂະນະທີ່ຄ່າແຮງງານ ຍັງຕໍ່າຢູ່ເໝືອນເດີມ. ສະພາບການນີ້ໄດ້ເປັນແຮງຜັກ ດັນໃຫ້ແຮງງານລາວ ທີ່ຫວ່າງງານເປັນຈໍານວນຫລາຍແສນຄົນ ຊອກຫາທາງທີ່ຈະໄປເຮັດວຽກ ຢູ່ຕ່າງປະເທດ ຊຶ່ງໃນນັ້ນກໍ ລວມມີເກົາຫລີໃຕ້ ດັ່ງທີ່ພໍ່ຂອງຊາຍໜຸ່ມ ຄົນນຶ່ງ ທີ່ມີລູກຊາຍກໍາລັງກຽມທີ່ຈະໄປອອກແຮງງານຢູ່ປະເທດດັ່ງກ່າວ ເລົ່າເຖິງ ເຫດຜົນທີ່ຢາກໃຫ້ລູກໄປອອອກແຮງງານຢູ່ປະເທດນັ້ນ ສູ່ຟັງວ່າ:

"ອັນນຶ່ງກະຢາກໃຫ້ໄປເຫັນສະພາບບ້ານເຂົາ ກະເວົ້າເລື້ອງເສດຖະກິດເນາະ ມັນບໍ່ຄຸ້ມກິນ ເພາະຊິເອົາຊີວິດລອດຫັ້ນກໍຕ້ອງໄດ້ດີ້ນຮົນ. ຄັນຊິຢູ່ລ້າໆ ກະເປັນຄົນຫວ່າງງານ ຕົວຢ່າງຊິໄປຫາເປັນກຳມະກອນເຂົາກະໄດ້ຢູ່ ແຕ່ມັນບໍ່ຄຸ້ມຄ່າຊັ້ນນະ ເວົ້ສລະພະຍາດກະຕາມມາ ບໍ່ຮູ້ຍາມໃດຊິແລ້ວ. ອັນທີສອງຄັນ ບໍ່ໄປ ເຮັດແນວໃດ ຄຳຖາມຊິໄປຢູ່ບ່ອນໃດ? ໂຮງຈັກໂຮງງານເປັນກຳມະກອນໜະ? ຄັນວາກະສິກຳ ມັນກະລວມຫຼາຍແນວ ຫຼາຍພາກສ່ວນເນາະ ເຊັ່ນການປູກຝັງລ້ຽງງົວ, ລ້ຽງຄວາຍ, ກະສຸດແລ້ແຕ່ກະສິກຳເຂົາຊິໃຊ້ເຮົາ."

ບໍລິສັດຈັດຫາແຮງງານລາວ ເພື່ອໄປເຮັດວຽກຢູ່ປະເທດເກົາຫຼີໃຕ້ ອີກແຫ່ງນຶ່ງ
ບໍລິສັດຈັດຫາແຮງງານລາວ ເພື່ອໄປເຮັດວຽກຢູ່ປະເທດເກົາຫຼີໃຕ້ ອີກແຫ່ງນຶ່ງ

ແຕ່ກ່ອນຈະໄດ້ໄປນັ້ນ ກໍຕ້ອງໄດ້ຈ່າຍຄ່າເດີນທາງ ແລະທໍານຽມອື່ນໆ ທີ່ສູງໃຫ້ ແກ່ບໍລິສັດຈັດຫາງານ ຊຶ່ງທ່ານນາງອານຸສອນ ຄໍາສິງສະຫວັດ, ຫົວໜ້າກົມ ແຮງງານ, ກະຊວງແຮງງານ ແລະສະຫວັດດີການສັງຄົມ ຊີ້ແຈງເມື່ອ ມໍ່ໆມານີ້ວ່າ “ສໍາລັບແຮງງານຈະໄປເກົາຫລີນັ້ນ ແມ່ນສອງແພກເກັດ ຄື : ໄລຍະສັ້ນ 5 ເດືອນ ແລະ ໄລຍະຍາວ 3-5 ປີ: ສ່ວນຄ່າໃຊ້ຈ່າຍແມ່ນ ປະມານ 2,000 ໂດລາ ກວ່າໆ ສໍາລັບແຮງງານໄລຍະສັ້ນ ແລະ ຄ່າໃຊ້ຈ່າຍ ແຮງງານໄລຍະຍາວປະມານ 1,600 ໂດລາກວ່າໆ. ຍັງຕ້ອງມີຄ່າມັດຈໍາ ອີກ 3.000 ໂດລາ ແລະຖ້າບໍ່ມີເງິນ ກໍຕ້ອງມີຄົນຄໍ້າປະກັນ ຫລືມີຫລັກຊັບຄໍ້າປະກັນໄວ້ ແຕ່ເວລາກັບມາແມ່ນຈະຖືກສົ່ງເງິນຄືນ ແຕ່ຖ້າບໍ່ກັບມາແມ່ນຈະຖືກ ຍຶດເລີຍ.”

ທ່ານນາງອະທິບາຍອີກວ່າ ທັງນີ້ກໍເພາະລັດຖະບານຂອງເກົາຫລີ ເປັນຫ່ວງ ກ່ຽວກັບການລັກໂຕນໜີ ໄປບ່ອນອື່ນ ຫລື ບໍ່ກັບມາບ້ານເລີຍ.

ການໃຊ້ເງິນມັດຈໍາ ແລະຈ່າຍເງິນກ່ອນຈະໄດ້ໄປນັ້ນ ຄືບັນຫາຕົ້ນຕໍທີ່ເຮັດໃຫ້ ແຮງງານລາວທີ່ສ່ວນໃຫຍ່ມາຈາກຄອບຄົວທີ່ມີລາຍຮັບຕໍ່າພົບຄວາມຫຍຸ້ງຍາກ ພ້ອມກັນນັ້ນ ກໍຍັງມີຄວາມກັງວົນໃນເລື້ອງສະພາບຂອງການອອກແຮງງານ ເນື່ອງຈາກບໍ່ມີຂໍ້ມູນລະອຽດກ່ຽວກັບເລື້ອງນີ້ຈາກທາງການລາວ ດັ່ງທີ່ຊາຍໜຸ່ມ ຄົນນຶ່ງທີ່ກໍາລັງຊອກວຽກເຮັດໃນຕ່າງປະເທດເລົ່າສູ່ວີໂອເອ ຟັງວ່າ:

“ເລື້ອງໄປກະຢາກໄປຢູ່ດອກ ເພາະວ່າມັນໜ້າຈະເຮັດໃຫ້ຊີວິດເຮົາ ປ່ຽນແປງຕິເນາະ ຕາມການບອກເລົ່າຂອງພວກທີ່ເຄີຍໄປແລ້ວທີ່ວ່າ ເງິນເດືອນຢູ່ຫັ້ນສູງຫລາຍ. ແຕ່ກະກັງວົນຄ່າໃຊ້ຈ່າຍຫັ້ນແຫລະມັນຂ້ອນ ຂ້າງຫລາຍ ຂ້ອຍກະຍັງກັງວົນຢູ່ວ່າວຽກທີ່ເຮັດຫັ້ນມັນດີບໍ ຫລືບໍ່ດີ ຫລືຖືກນາຍຈ້າງບັງຄັບທໍາຮ້າຍ ແລະຢ້ານວ່າເງິນທີ່ຖືກຈ່າຍໄປຫລາຍ ພັດວ່າບໍ່ໄດ້ໄປອີກປະມານນັ້ນ”.

ເກົາຫລີໃຕ້ກໍາລັງຈ້າງແຮງງານພາຍໃຕ້ສັນຍາຜູກພັນໃນການບໍລິການຂອງລະບົບຈຸດໃນຂະແຫນງອຸດສາຫະກໍາ ແລະທຸລະກິດຂະໜາດນ້ອຍ ແລະກາງ ຫລື Service Commitment Agreement of the Point System in the Industries Sector and SME, ອີງຕາມ ເຈົ້າຫນ້າທີ່ຈາກສູນບໍລິການການ ຈ້າງງານຂອງກະຊວງແຮງງານ ແລະສະຫວັດດີການສັງຄົມຂອງລາວ. ພາຍໃຕ້ຂໍ້ຕົກລົງ, ມີປະມານ 500 ຄົນ ໄດ້ຮັບຄັດເລືອກໃນແຕ່ລະປີ ຫຼັງຈາກ ຜ່ານການທົດສອບພາສາເກົາຫລີ ທີ່ດໍາເນີນໂດຍອົງການພັດທະນາຊັບພະຍາ ກອນມະນຸດຂອງ ສ. ເກົາຫລີ. ໃນປີກາຍນີ້, ມີຫຼາຍກວ່າ 400 ຄົນສະໝັກໄປ ເຮັດວຽກຢູ່ໃນເກົາຫລີໃຕ້ ແລະ ໄດ້ເຂົ້າສອບເສັງດ້ານສີມື ແລະ ພາສາ, ໃນຂະນະທີ່ມີຫຼາຍກວ່າ 300 ຄົນ ໄດ້ລົງທະບຽນພາຍໃຕ້ໂຄງການດັ່ງກ່າວ ໃນປີນີ້.

ປັດຈຸບັນມີແຮງງານລາວເຮັດວຽກຢູ່ເກົາຫລີໃຕ້ ຢູ່ປະມານ 3 ພັນຄົນ ຊຶ່ງເຮັດໃຫ້ ລາວຢູ່ໃນອັນດັບທີ 7 ໃນບັນດາປະເທດເອເຊຍຕາເວັນອອກ ທີ່ສົ່ງແຮງງານໄປປະເທດດັ່ງກ່າວ. 3 ປະເທດທີ່ສົ່ງແຮງງານໄປເກົາຫລີໃຕ້ຫລາຍທີ່ສຸດກໍຄື ຫວຽດນາມ ທີ່ມີ 55 ພັນກວ່າຄົນ, ຟີລິບປິນ, 26 ພັນກວ່າຄົນ ແລະອິນໂດ ເນເຊຍ, 24 ພັນກວ່າຄົນ.

ດັ່ງທີ່ກ່າວມາຂ້າງເທິງນັ້ນ ເຫດຜົນຕົ້ນຕໍທີ່ເຮັດໃຫ້ລາວບໍ່ສາມາດສົ່ງແຮງງານ ໄປເກົາຫລີໃຕ້ໄດ້ຫລາຍເທົ່າ ກັບປະເທດອື່ນກໍຍ້ອນວ່າ ແຮງງານທີ່ມາຈາກ ຄອບຄົວທຸກຍາກບໍ່ສາມາດຫາເງິນຄ່າໃຊ້ຈ່າຍລ່ວງໜ້າ ສໍາລັບການເດີນທາງ ແລະຄ່າທໍານຽມຕ່າງໆ ບວກກັບຄ່າມັດຈໍາທີ່ສູງອີກດ້ວຍ.

XS
SM
MD
LG