ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສືບສວນ ບໍລິລັດ ຂອງລັດຖະບານ ເຜີຍໃຫ້ເຫັນ ບັນຫາສໍ້ລາດບັງຫຼວງ ໃນ ຫວຽດນາມ


ແມ່ຍິງຜູ້ນຶ່ງກຳລັງຍ່າງອອກຈາກສາຂາທະນາຄານ Ocean Bank ຕັ້ງຢູ່ຕຶກ PetroVietnam ໃນນະຄອນຮາໂນ່ຍ ປະເທດຫວຽດນາມ.
ແມ່ຍິງຜູ້ນຶ່ງກຳລັງຍ່າງອອກຈາກສາຂາທະນາຄານ Ocean Bank ຕັ້ງຢູ່ຕຶກ PetroVietnam ໃນນະຄອນຮາໂນ່ຍ ປະເທດຫວຽດນາມ.

ຂ່າວທະນາຄາ​ນມູນ​ຄ່າ​ຫລາຍ​ລ້ານ​ໂດ​ລາ ທີ່​ກຳລັງ​ຖືກ​ສືບສວນ​ຢູ່​ໃນ​ຫວຽດນາມໃນ
ເດືອນ​ນີ້ ​ຊຶ່ງ​ໄດ້​ເປີດ​ເຜີຍ​ໃຫ້ເຫັນ​ເຖິງ​ບັນຫາການສໍ້​ລາດ​ບັງ​ຫລວງ ທີ່​ໄດ້​ເກີດ​ຂຶ້ນ​ຢູ່​ໃນ​
ປະ​ເທດ ທີ່ມີ​ເສດຖະກິດ​ຂະຫຍາຍ​ໂຕຢ່າງ​ແຮ​ງ​ ທີ່​ຕັ້ງຢູ່​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ດັ່ງກ່າວ.

ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ຫວຽດນາມ ​ໃນອາທິດ​ແລ້ວ​ນີ້​ໄດ້​ສືບສວນ​ສາມ
​ບໍລິສັດ ທີ່ຢູ່ພາຍ​ໃຕ້ ບໍລິສັດ​ລັດ​ວິ​ສາ​ຫະກິດ ແກັ​ສ ​ແລະນໍ້າມັນຍັກ​ໃຫຍ່ Petro ຫວຽດ
ນາມ​ໃນ​ຖານ​ສົງ​ໄສ​ພະຍາຍາມ​ທີ່​ຈະ​ຖອນ​ເງິນ 5 ລ້ານ 2 ​ແສນ​ໂດ​ລາ ຈາກທະນາຄານ OceanBank ຊຶ່ງ​ເປັນ​ສະ​ຖາ​ບັນ​ການ​ເງິນ​ພາຍ​ໃນ​ປະ​ເທດ.

ຄະດີ​ດັ່ງ​ກ່າວ ພວກ​ນັກວິ​ເຄາະ​ກ່າວ​ວ່າ​ເປັນ​ຈຸດທີ່​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ແຜ່ ຂະ​ຫຍາຍ

ຂອງການ​ສໍ້າລາດ​ບັງໃນຫລວງຫວຽດນາມ. ​ເຂົາ​ເຈົ້າຊີ້​ໃຫ້​ເຫັນ​ການ​ກໍ່ສ້າງ ສັນ​ຍາ​ເຊົ່າ​
ດິນ ​ແລະ​ການ​ຄອບ​ຄອງ​ຂອງ​ລັດຖະບານ ​ໂດຍ​ສະ​ເພາະ​ທີ່​ເປັນ​ບັນດາຈຸດ​ອ່ອນ​. ປະຊາ
ຊົນ​ຍັງໄດ້ຖືກ​ຮ້ອງ​ຂໍ​ ໃຫ້​ຈ່າຍ​ຄ່າ​ເຈ້ຍ​ສໍ​ຂອງ​ທາງການ ຫລື​ຫລີກ​ເວັ້ນຈາກ​ການ​ລະ​ເມີດ
​ກົດ​ຈະລາຈອນ.

ທ່ານ Frederick Burke ຮຸ້ນ​ສ່ວນ​ຂອງ​ບໍລິສັດ​ກົດໝາຍ​ສາກົນ Baker McKenzie
ຢູ່ໃນ​ນະຄອນ Ho Chi Minh ກ່າວ​ວ່າ “​ໃນ​ກໍລະນີ​ສໍ້​ລາດ​ບັງ​ຫລວງ​ຢູ່​ໃນ​ຫວຽດນາ​ມ
ຂ້າພະ​ເຈົ້າ​ຄິດ​ວ່າເປັນ​ບັນຫາ​ຮ້າຍ​ແຮງຢູ່​ທີ່​ນີ້ ​ແລະ​ຂ້າພ​ະເຈົ້າຄິດ​ວ່າ ລັດຖະບານ​ຮັບ​
ຮູ້​ເລື້ອງ​ນີ້.”

ການ​ສໍ້​ລາດ​ບັງ​ຫລວງ ​ຮູ້​ວ່າເປັນສາ​ເຫດ​ເຮັດ​ໃຫ້​ທຸລະ​ກິດ​ເສຍ​ຫາຍ ອາດ​ເຮັດ​ໃຫ້​ການ
ເຕີບ​ໂຕເສດ​ຖະກິດ​ບໍ່ທຸ່ນ​ທ່ຽງ. ການ​ເຕີບ​ໂຕ​ທີ່​ເກີດ​ຈາກກາ​ນຜະລິດ​ສິນຄ້າເພື່ອ​ສົ່ງອອກ
​ເຮັດໃຫ້​ຫວຽດນາມ​ເປັນ​ທີ່​ຮັກຫອມ ​ໃນ​ບັນດານັກ​ລົງທຶນຕ່າງປະ​ເທດໃນເອ​ເຊຍ.

​ເສດຖະກິດ​ໄດ້ເຕີບ​ໃນ​ລະຫວ່າງ 5.2 ​ເປີ​ເຊັນ ​ຫາ 6.68 ​ເປີ​ເຊັນ ໃນແຕ່ລະ​ປີແຕ່ ປີ
2012 ຫາ 2016.

ອົງການ​ຄວາມ​ໂປ່​ງ​ໃສ​ສາ​ກົນ​ ຊຶ່ງ​ເປັນ​ອົງການທີ່​ບໍ່​ຫວັງ​ຜົນ​ກຳ​ໄລ ​ໄດ້​ຈັດ​ໃຫ້ ຫວຽດນາມ
​ຢູ່ ​ລະດັບ 113 ຂອງ 176 ປະ​ເທດ ​ແລະຢູ່​ໃນ​ຂົງ​ເຂດ​ທີ່​ມາ​ການຊັ່ງຊາໃນ​ປີ 2016 ​ສຳ
ລັບ​ຄວາມ​ເຫັນ​ກ່ຽວ​ກັບການສໍ້​ລາດ​ບັງ​ຫລວງ.

ທ່ານ Song Seng Wun ຜູ້ຊ່ຽວຊານ​ເສດຖະກິດເຂດເອ​ເຊຍຕາ​ເວັນ​ຕົກ​ສຽງ​ໃຕ້ ທີ່​ມີ​ທະນາຄານ​ສ່ວນ​ໂຕ​ຂອງ CIMB ຢູ່​ສິງກະ​ໂປ ກ່າວ​ວ່າ “ມັນ​ບໍ່​ໄດ້​ຈຳ ກັດການເຕີບ​ໂຕ.
ມັນ​ພຽງ​ແຕ່​ເປັນ​ການ​ເພີ້​ມລາຍ​ຈ່າຍ​ຂອງທຸລະ​ກິດ. ​ເວລາ​ມີ​ການ​ສໍ້​ລາດບັລຫລວງນັ້ນ​
ເປັນ​ພຽງ​ຂັ້ນ​ເສຍ​ຫາຍ ປາດ​ສະ​ຈາກ​ການ​ເພີ້​ມສະມັດ​ຖະພາບ​ໃດໆ ຫລືປະກອບສ່ວນ​ກິດຈະການ​ຜະລິດຜົນເສດຖະກິດ."

ບໍລິສັດ Gan Integrity ທີ່​ມີຫ້ອງການ​ທຸລະ​ກິດດ້ານປຶກ​ສາ​ຢູ່ນະຄອນ New York ຮ້ອງ
​ການ​ສໍ້​ລາດ​ບັງ​ຫຼວງວ່າ “ຂະຫຍາຍ​ໂຕ” ​ໃນ​ຫວຽດນາມ. ​ໂດຍ​ກ່າວ​ວ່າ ບັນດາ​ບໍລິສັດປະ
​ເຊີນ​ໜ້າ​ກັບ​ການ​ຊື້​ຈ້າງຈອບ​ອອຍ ການ​ແຊກ​ແຊງ​ທາງ​ການ​ເມືອງ ​ແລະ “ຈັດ​ແຈງ​ການ
ຈ່າຍ​ເງິນ” ຢູ່​ທົ່ວ​ອຸດສາຫະກຳ. ການ​ພັດທະນາ​ທີ່​ດິນ ​ແລະ​ການ​ກໍ່ສ້າງຕົກ​ຕໍ່າ ​ໂດຍ​ສະ
ເພາະ​ໃຫ້​ສໍ້​ລາດ​ບັງ​ຫລວງ ອີງ​ຕາມ​ຄຳ​ເວົ້າຂອງ​ບໍລິສັດ​ທີ່​ປຶກສາດັ່ງ​ກ່າວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG