ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການສືບສວນ ແຈ້ງວ່າ ບໍລິສັດ ມູນ​ຄ່າ​ $200 ລ້ານໂດລາ ພົວພັນກັບ ຄອບຄົວ ທ່ານ Hun Sen


ທ່ານ Hun Sen ທີ່ກອງປະຊຸມສຸດຍອດ ສະຫະລັດ-ອາຊຽນ ທີ່ລັດ California, ກຸມພາ 2016,
ທ່ານ Hun Sen ທີ່ກອງປະຊຸມສຸດຍອດ ສະຫະລັດ-ອາຊຽນ ທີ່ລັດ California, ກຸມພາ 2016,

ການ​ສືບສວນ​ສອບ​ສວນ​ໂດຍ​ອົງການ Global Witness ທີ່​ມີ​ສຳນັກງານ​ທີ່​ນະຄອນຫຼວງ​ລອນ​ດອນ ​ໄດ້​ພົບ​ເຫັນ​ຕາໜ່າງທີ່​ຊັບຊ້ອນຂອງ​ບໍລິສັດ​ກຳປູ​ເຈຍ ທີ່​ມີ​ມູນ​ຄ່າ​ປະມານ 200 ລ້ານ​ໂດ​ລາ ທີ່​ພົວ​ພັນ​ກັບ​ຄອບຄົວ​ຂອງ​ຜູ້ນຳ​ຜະ​ເດັດ​ການນາຍົກລັດຖະ ມົນຕີ Hun Sen.

“ຊຶ່ງ​ນີ້​ອາດ​ຈະ​ເປັນ​ພຽງ​ແຕ່​ຈຸດເລີ້ມຕົ້ນຂອງ​ເລື້ອງທັງ​ໝົດ,” ທີ່​ລາຍ​ງານ​ຂອງ Hostile Takeover ​ໄດ້​ກ່າວ​ໄວ້​ນັ້ນ.

ສະພາກາແດງ, ທີ່ນຳພາໂດຍພັນລະຍາຂອງນາຍົກລັດຖະມົນຕີ Hun Sen, ທ່ານນາງ Bun Rany, ທີ່ຖືກຕຳນິຕິຕຽນ ທີ່ໃກ້ຊິດກັບພັກປະຊາຊົນກຳປູເຈຍ.
ສະພາກາແດງ, ທີ່ນຳພາໂດຍພັນລະຍາຂອງນາຍົກລັດຖະມົນຕີ Hun Sen, ທ່ານນາງ Bun Rany, ທີ່ຖືກຕຳນິຕິຕຽນ ທີ່ໃກ້ຊິດກັບພັກປະຊາຊົນກຳປູເຈຍ.

ລາຍ​ງານນີ້​ບໍ່​ໄດ້​ຮວມ​ເອົາ​ມູນ​ຄ່າ​ຂອງ​ອະສັງຫາລິມມະ​ຊັບຂອງ​ຄອບຄົວ​ທ່ານ ຊຶ່ງ​ມັນ​ມີຢ່າງ​ຫຼວງ​ຫຼາຍ ​ແຕ່​ອ້າງ​ເອົາ​ຄຳ​ເວົ້າ​ຂອງພວກ​ຊ່ຽວຊານ ທີ່ກ່າວ​ວ່າ ມູນ​ຄ່າ​ອັນມະຫາສານ​ນີ້​ອາດ​ມີ​ໃນ​ລະຫວ່າງ 500 ລ້ານ ​ແລະ1 ພັນ​ລ້ານ​ໂດ​ລາ.

​ນີ້ແມ່ນເງິນ​ມູນ​ຄ່າ​ມະຫາສານ​ຂອງ​ທ່ານ Hun Sen ຊຶ່ງຢືນຢັນ​ວ່າ​ ທ່ານມີ​ລາຍ​ໄດ້​ພຽງ​ແຕ່ 13 ພັນ 800 ​ໂດ​ລາ ຕໍ່​ປີ ​ໃນ​ຕຳ​ແໜ່​ງນາ​ຍົກ​ລັດຖະມົນຕີ​ ແລະ​ເປັນ​ຜູ້ນຳ​ ຂອງ​ພັກປະຊາຊົນ​ ກຳປູ​ເຈຍ.

ບັນດາສະມາຊິກຂອງ ພັກກູ້ຊາດກຳປູເຈຍ ທີ່ສະແດງໃຫ້ເຫັນການຊູມື ໃນພະນົມເປັນ, 27 ພຶດສະພາ, 2016.
ບັນດາສະມາຊິກຂອງ ພັກກູ້ຊາດກຳປູເຈຍ ທີ່ສະແດງໃຫ້ເຫັນການຊູມື ໃນພະນົມເປັນ, 27 ພຶດສະພາ, 2016.

ປະມານ 40 ​ເປີ​ເຊັນ ຂອງ​ຊາວ​ກຳປູ​ເຈຍ ມີ​ຄວາມ​ເປັນ​ຢູ່​ໃກ້​ໆ​ກັບ ຫຼື​ບໍ່ ​ກໍ​ຕ່ຳ​ກ່ວາ​ເສັ້ນ​ກຳນົດຄວາມ​ຍາກຈົນ ອີກ 40​ ເປີ​ເຊັນ ຂອງ​ພວກ​ເດັກນ້ອຍ​ແມ່ນ​ຂາດ​ສານ​ອາຫານ​ ແລະຊ່ອງ​ຫວ່າງ​ທີ່ຫລຸດ​ໂຕນ ລະຫວ່າງ​ຄົນ​ຮັ່ງມີແລະ​ພວກ​ທີ່​ທຸກ​ຈົນ ​ແມ່ນ​ນັບ​ມື້​ນັບ​ຈະ ເພີ້​ມຂຶ້ນ ຈົນ​ກາຍ​ມາ​ເປັນ​ບັນຫາ​ທາງ​ສັງຄົມ.

ລູ​ກຊາຍ​ຜູ້​ໃຫຍ່​ທັງ​ສອງຂອງ​ທ່ານ Hun Sen ທ່ານ Manet ​ແລະ​ທ່ານ Many ​ແມ່ນ​ຖື​ກ ກ່າວເຖິງນຳ ຮວມທັງ​ພັນ​ລະ​ຍາ​ຂອງ​ທ່ານ ທ່ານ​ນາງ Bun Rany ຫົວໜ້າອົງການ​ສະພາກາ​ແດງ ຊຶ່ງ Hostile Takeover ລະບຸ​ວ່າ ບໍ່​ໄດ້ປິດ​ບັງສະຖານະ​ການ​ທາງ​ການ​ເມືອງ ​ແລະ ​ຖືກ​ມອງ​ເຫັນໃນ​ທາງ “ຊ່ອຍ​ເຫຼືອ​ທາງ​ດ້​ານ​ມະນຸດສະທຳ” ຂອງ​ພັກ​ປະຊາຊົນ​ກຳປູ​ເຈຍ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG