ນັກຂ່າວທີ່ມີຊື່ສຽງທ່ານນຶ່ງໄດ້ຖືກຂ້າຕາຍ ເມື່ອວັນພຸດວານນີ້ ໃນເຫດລົດລະເບີດ ທີ່ ນະຄອນຫຼວງ Kyiv ຂອງຢູເຄຣນ.
ສື່ມວນຊົນຂອງຢູເຄຣນ ໄດ້ລາຍງານວ່າ ທ່ານ Paval Sheremet ອາຍຸ 44 ປີ ເປັນ ນັກຂ່າວອອນລາຍ ເວັບໄຊ Ukrainska Pravda ທີ່ມີຄວາມນິຍົມສູງ ໃນປະເທດ ໄດ້ເສຍຊີວິດ ໃນເວລາ ແຮງລະເບີດໄດ້ທຳລາຍລົດ ທີ່ທ່ານນັ່ງຢູ່ນັ້ນ ໃນຂະນະທີ່ ທ່ານກຽມຈະອອກໄປເຮັດວຽກ. ຮູບພາບຕ່າງໆ ຈາກເຫດການໄດ້ສະແດງໃຫ້ເຫັນລົດ ທີ່ຖືກໄຟໄໝ້ ພ້ອມດ້ວຍປະຕູລົດທັງໝົດ 4 ເບື້ອງ ຖືກເປີດອອກ.
ຜູ້ບັນຊາການຕຳຫຼວດແຫ່ງຊາດຂອງຢູເຄຣນ ທ່ານ Khatia Dekanoidze ໄດ້ກ່າວວ່າ ເຫດລະເບີດດັ່ງກ່າວ ກຳລັງຖືກສືບສວນ ໃນຖານຄະດີການຄາດຕະກຳ ແລະ ວ່າ ວັດຖຸ ລະເບີດ ທີ່ແຮງເທົ່າກັບ 400 ຫາ 600 ກຣາມ ຂອງ ລະເບີດ TNT ແມ່ນໄດ້ຖືກນຳໃຊ້.
ການສັງຫານ ທ່ານ Sheremet ນັກຂ່າວທີ່ນິຍົມຕາເວັນຕົກ ຜູ້ທີ່ກຳເນີດຢູ່ໃນ ປະເທດ Belarus ແຕ່ມີສັນຊາດ ຣັດເຊຍ ໄດ້ສົ່ງຄື້ນຟອງສັ່ນສະເທືອນ ໄປທົ່ວຢູເຄຣນ ແລະ ຕໍ່ປະຊາຄົມ ນັກຂ່າວຂອງປະເທດນຳດ້ວຍ. ຜູ້ກໍ່ຕັ້ງເວັບໄຊ Ukrainska Pravda ທ່ານ Georgiy Gongadze ໄດ້ຖືກຂ້າຕາຍ ໃນປີ 2000 ຫຼັງຈາກທີ່ໄດ້ເຜີຍແບ ເລື່ອງອັບອາຍ ຂາຍໜ້າ ຂອງຜູ້ທີ່ເປັນປະທານາທິບໍດີ ໃນເວລານັ້ນ ຄື ທ່ານ Leonid Kuchma.
ຢູ່ທີ່ ວໍຊິຕັນ ໂຄສົກກະຊວງການຕ່າງປະເທດ ທ່ານ John Kirby ໄດ້ກ່າວວ່າ ທ່ານ Sheremet “ໄດ້ມີບົດບາດອັນສຳຄັນ ໃນຂະບວນການປະຊາທິປະໄຕ ຂອງຢູເຄຣນ” ໂດຍການລາຍງານ ກ່ຽວກັບບັນ ຫາຕ່າງໆ ເຊັ່ນວ່າ ການສໍ້ລາດບັງຫຼວງ ແລະ ການປົກຄອງ.
ຢູ່ໃນກອງປະຊຸມ ເມື່ອວັນພຸດວານນີ້ ປະທານາທິບໍດີ ຂອງຢູເຄຣນ ທ່ານ Petro Porosheko ໄດ້ສັ່ງໃຫ້ ທ່ານ Dekanoidze ພ້ອມກັບ ລັດຖະມົນຕີ ກະຊວງຍຸດຕິທຳ ທ່ານ Yuriy Lutsenko ແລະ ຫົວໜ້າໜ່ວຍງານ ຮັກສາຄວາມປອດໄພ ທ່ານ Vasyl Hrytsak ໃຫ້ “ແກ້ບັນຫາຂອງອາຊະຍາກຳນີ້ໄວທີ່ສຸດເທົ່າທີ່ເປັນໄປໄດ້” ອີງຕາມ ລາຍງານຂອງເວັບໄຊປະທານາທິບໍດີ.
ທ່ານ Porosheko ໄດ້ກ່າວວ່າ ທ່ານ ໄດ້ຂໍໃຫ້ ອົງການສັນຕິບານກາງສະຫະລັດ ຫຼື FBI ຊ່ອຍເຫຼືອ ໂດຍເນັ້ນເຖິງ ຄວາມຮູ້ພິເສດທາງດ້ານລະເບີດຂອງ FBI. ທ່ານ ຍັງໄດ້ສັ່ງ ລັດຖະມົນຕີການຕ່າງປະເທດ ຂອງຢູເຄຣນ ຂໍໃຫ້ບັນດານັກຊ່ຽວຊານ ຈາກປະເທດ ຕ່າງໆຂອງສະຫະພາບຢູໂຣບ ມາຊ່ອຍໃນການສືບສວນ.
ອົງການ FBI ໄດ້ໃຫ້ການຢືນຢັນ ຕໍ່ວີໂອເອ ພະແນກພາສາຢູເຄຣນ ໃນວັນພຸດວານນີ້ ວ່າ ຕົນແມ່ນກຳລັງໃຫ້ການຊ່ອຍເຫຼືອ ໃນການສືບສວນສອບສວນ.
ປະທານາທິບໍດີຂອງຢູເຄຣນ ໄດ້ກ່າວວ່າ ບໍ່ຄວນປະຕິເສດເຖິງຄວາມ ເປັນໄປໄດ້ໃດໆກ່ຽວກັບຈຸດປະສົງ ໃນການຄາດຕະກຳ ໂດຍກ່າວຕື່ມວ່າ ກຳລັງທະຫານຂອງຢູເຄຣນ ໄດ້ປະສົບກັບ “ການສູນເສຍຊີວິດຈຳນວນ ຫຼາຍເປັນປະຫວັດການແລ້ວ” ເມື່ອວັນ ອັງຄານມື້ກ່ອນ ໃນການຕໍ່ສູ້ ກັບພວກແບ່ງແຍກດິນແດນ ທີ່ໜູນຫຼັງໂດຍຣັດເຊຍ ຢູ່ໃນ ພາກຕາເວັນອອກ ຂອງຢູເຄຣນ.
ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ
ຊົມ ວີດີໂອ ເຫດລະເບີດແຕກ
ຊົມ ການບັນລະຍາຍ ຂອງຜູ້ເຫັນ ເຫດການສັງຫານທ່ານ Sheremet