ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ຢູເຄຣນ ກ່າວວ່າ ກອງທັບ ຕຽມພ້ອມ ສຸດຂີດ (ສະໄລດ໌/ວີດີໂອ)


ພວກສະໜັບສະໜູນຣັດເຊຍ ພາກັນແນປືນ ແລະລີ້ຢູ່ຫລັງລົດ
ພວກສະໜັບສະໜູນຣັດເຊຍ ພາກັນແນປືນ ແລະລີ້ຢູ່ຫລັງລົດ
ປະທານາທິບໍດີ ຊົ່ວຄາວ​ຂອງ ຢູ​ເຄຣນ ກ່າວ​ວ່າ ທະຫານ​
ຂອງ​ຕົນ “ຢູ່​ໃນທ່າ​ຕຽມ​ພ້ອມສູ້​ລົບ​ຢ່າງ​ເຕັມທີ່” ເພື່ອຮັບ
ມື​ກັບການລຸກ​ລານທີ່ອາດເປັນໄປໄດ້​ຈາກ ທະຫານຣັດ​
ເຊຍ ທີ່ພວມເຕົ້າໂຮມກຳລັງຢ່າງ​ຫລວ​ງຫລາຍ​ຢູ່​ຕາມ​ບໍ
ລິເວນຊາຍ​ແດນນັ້ນ.

ປະທານາທິບໍດີ ຊົ່ວຄາວ ທ່ານ Oleksandr Tyrchynov
ກ່າວ​ຢູ່​ໃນ​ກອງປະ ຊຸມ​ລັດ​ຖະມົນຕີ ​ໃນ​ນະຄອນຫລວງ
Kyiv ​ໃນ​ວັນ​ພຸດ​ມື້​ນີ້ວ່າ ມີ​ການຂົ່ມຂູ່​ຢ່າງ​ແທ້​ຈິງ ທີ່ຣັດ​ເຊຍ
ຈະເລີ້ມ​ເຮັດ​ສົງຄາມ​ ຕໍ່ແຜ່ນດິນໃຫຍ່​ຂອງຢູ​ເຄຣນ.

ການ​ປະກາດດັ່ງກ່າວ ​ໄດ້​ມີ​ຂື້ນ ​ໃນ​ຂະນະ​ທີ່​ພວກມື​ປືນ ສະໜັບສະໜູນຣັດ​ເຊຍ ​ໄດ້​
ຍຶດເອົາ​ຕຶກໂຮງການ​ປົກຄອງ​ອີກ​ຫຼັງ​ນຶ່ງຢູ່ໃນ​ພາກ​ຕາ​ເວັນ​ອອກ​ຂອງຢູເຄຣນ. ພວກ​
ມື​ປືນ​ທີ່​ປະກອບ​ອາວຸດ​ໄດ້​ເຂົ້າ​ຄວບ​ຄຸມຕຶກ​ສະພາ​ປົກຄອງ​ເມືອງ ຢູ່​ທີ່​ເມືອງ Horlivka
​ໃນ​ຕອນ​ເຊົ້າ​ວັນ​ພຸດມື້ນີ້ ຊຶ່ງ​ເມືອງ​ດັ່ງກ່າວມີພົນ​ລ​ະເມືອງຫລາຍ​ກວ່າ 260,000 ພັນ
​ຄົນ. ​ເຈົ້າ​ໜ້າ​ທີ່​ຕຳ​ຫລວດ​ກ່າວ​ວ່າ ພວກ​ກະບົດ ທີ່ນິຍົມຣັດ​ເຊຍ ຍັງ​ໄດ້​ຍຶດ​ເອົາກອງ
ບັນຊາການ​ຕຳຫລວດ​ປະຈຳ​ຂົງ​ເຂດ​ ທີ່ເມືອງ Horlivka ນຳດ້ວຍ.
Ukraine CNPK
please wait
Embed

No media source currently available

0:00 0:02:26 0:00

ພວກ​ແບ່ງແຍກດິນແດນທີ່ນິຍົມຣັດ​ເຊຍຫລາຍ​ຮ້ອຍຄົນ ໄດ້​ເຂົ້າ​ຍຶດ​ເອົາ​ຕຶກໂຮງການ
ລັດຖະບານຢູເຄຣນ​ຕື່ມອີກ ທີ່ຢູ່​ໃກ້​ກັບ​ຊາຍ​ແດນຣັດ​ເຊຍ ​ໃນ​ຕົ້ນ​ອາທິດ​ນີ້ ໂດຍໄດ້ຍຶດ
​ເອົາ​ຫ້ອງການ​ໄອ​ຍະ​ການ​ໃນ​ເມືອງ Luhansk ​ແລະ ​ເຂົ້າ​ຄວບ​ຄຸມ​ເມືອງ​ຫລວງ​ຂອງ​
ແຂວງ Donetsk. ພວກ​ກະບົດ ທີ່ນິຍົມມົສກູ ຢູ່​ໃນ​ເມືອງ Donetsk ​ໄດ້​ກຳນົດ ທີ່ຈະ
ຈັດໃຫ້ມີການລົງ​ປະຊາມະ​ຕິ ໃນ​ວັນ​ທີ 11 ພຶດສະ ພາຈະມານີ້.

ການລົງປະຊາມະຕິທີ່ຄ້າຍຄືກັນນີ້ ​ໃນ​ເດືອນ​ແລ້ວ​ ໄດ້​ນຳພາໄປສູ່ ການປະກາດເອົາ
​ແຫລມ Crimea ເຂົ້າເປັນສ່ວນນຶ່ງຂອງດິນແດນຣັດເຊຍ.
XS
SM
MD
LG