ລັດຖະມົນຕີ ກະຊວງພາຍໃນ ຢູເຄຣນ ກ່າວວ່າ ພວກມືປືນ
ທີ່ນິຍົມຣັດເຊຍ ໄດ້ຍຶດເອົາ ກອງບັນຊາການຮັກສາຄວາມ
ປອດໄພ ຂອງລັດ ທີ່ເມືອງ Luhansk ທາງພາກຕາເວັນ
ອອກຂອງປະເທດ ຊຶ່ງເປັນບ່ອນທີ່ມີການປະທ້ວງຕໍ່ຕ້ານ
ລັດຖະບານ ໃນວັນອາທິດວານນີ້.
ເຈົ້າໜ້າທີ່ກ່າວວ່າ ຕຳຫລວດ ໄດ້ປິດຖະໜົນຫົນທາງທຸກ
ເສັ້ນ ທີ່ເຂົ້າໄປສູ່ໂຕເມືອງ.
ພວກປະທ້ວງໄດ້ພາກັນເດີນຂະບວນ ຢູ່ໃນເມືອງ Luhansk
ແລະເມືອງ Donetsk ທາງພາກຕາເວັນອອກເຊັ່ນກັນ ບ່ອນທີ່ ພວກປະທ້ວງທີ່ໃສ່ໜ້າກາກ ພາກັນແກ່ວງໝາກກະໂພກ ໃສ່ຕຳຫລວດປາບຈະລາຈົນ.
ວີດີໂອ ກ່ຽວກັບຂ່າວນີ້:
ພວກເດີນຂະບວນ ຮຽກຮ້ອງໃຫ້ມີການລົງປະຊາມະຕິ ຢູ່ໃນທັງສອງເມືອງ ກ່ຽວກັບວ່າ
ຈະແຍກອອກຈາກຢູເຄຣນ ແລະເຂົ້າໄປຮ່ວມກັບຣັດເຊຍ ຫລືບໍ່ ຊຶ່ງຄ້າຍຄືກັນກັບການ
ລົງປະຊາມະຕິ ຢູ່ Crimea ເມື່ອເດືອນແລ້ວນີ້.
ໃນຂະນະດຽວກັນ ລັດຖະມົນຕີກະຊວງພາຍໃນ ຢູເຄຣນ ທ່ານ Arsen Avakov ກ່າວວ່າ ພວກປະທ້ວງໄດ້ຖືກຂັບໄລ່ອອກຈາກຕຶກຂອງລັດຖະບານ ໄປໝົດແລ້ວ ຢູ່ໃນອີກ ເມືອງນຶ່ງທາງພາກຕາເວັນອອກ ຄືເມືອງ Kharkiv ນັ້ນ. ທ່ານບໍ່ໄດ້ໃຫ້ລາຍລະອຽດເພີ້ມເຕີມໃດໆ.
ທ່ານ Avakov ກ່າວຫາ ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin ແລະ ປະທາ
ນາທິບໍດີຢູເຄຣນ ທີ່ຖືກໄລ່ອອກໄປແລ້ວ ຄື ທ່ານ Viktor Yanukovych ນັ້ນວ່າ ຍຸແຍ່
ແລະສະໜອງເງິນທຶນໃຫ້ແກ່ການກໍ່ບັນຫາ ທີ່ເກີດຂື້ນຢູ່ທາງພາກຕາເວັນອອກນັ້ນ.