ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກປະທ້ວງທີ່ສະໜັບສະໜຸນ ປາແລັສໄຕນ໌ ຕັ້ງຄ້າຍຊົ່ວຄາວ ຢູ່ມະຫາວິທະຍາໄລ ແດຣກໂຊລ ຂອງນະຄອນ ຟີລາແດລເຟຍ ມະຫາວິທະຍາໄລອື່ນໆ


ແຟ້ມພາບ - ປ່າຍຕ່າງໆກະຈາຍໄປທົ່ວ ຢູ່ໃກ້ກັບຕູບຜ້າຂອງພວກນັກສຶກສາທີ່ສະໜັບສະໜຸນປາແລັສໄຕນ໌ ແລະ ເຈົ້າໜ້າທີ່ຂອງມະຫາວິທະຍາໄລ Drexel, ມະຫາວິທະຍາໄລ Temple ແລະ ມະຫາວິທະຍາໄລ ເພັນຊີລເວເນຍ ທີ່ໄດ້ຖືກຕັ້ງຂຶ້ນ ຢູ່ໃນວິທະຍາເຂດໃນນະຄອນ ຟີລາແດລເຟຍ, ວັນທີ 25 ເມສາ 2024.
ແຟ້ມພາບ - ປ່າຍຕ່າງໆກະຈາຍໄປທົ່ວ ຢູ່ໃກ້ກັບຕູບຜ້າຂອງພວກນັກສຶກສາທີ່ສະໜັບສະໜຸນປາແລັສໄຕນ໌ ແລະ ເຈົ້າໜ້າທີ່ຂອງມະຫາວິທະຍາໄລ Drexel, ມະຫາວິທະຍາໄລ Temple ແລະ ມະຫາວິທະຍາໄລ ເພັນຊີລເວເນຍ ທີ່ໄດ້ຖືກຕັ້ງຂຶ້ນ ຢູ່ໃນວິທະຍາເຂດໃນນະຄອນ ຟີລາແດລເຟຍ, ວັນທີ 25 ເມສາ 2024.

ພວກປະທ້ວງທີ່ສະໜັບສະໜຸນປາແລັສໄຕນ໌ ໄດ້ຕັ້ງຄ້າຍຊົ່ວຄາວ ຢູ່ທີ່ມະຫາວິ ທະຍາໄລ ແດຣກໂຊລ (Drexel) ໃນນະຄອນຟີລາແດລເຟຍ ຕະຫຼອດໄລຍະ ທ້າຍອາທິດທີ່​ຜ່າ​ນ​ມາ, ໂດຍກະຕຸ້ນໃຫ້ມີການປະກາດປິດຕຶກຂອງມະຫາວິທະ ຍາໄລ ນຶ່ງວັນຫຼັງຈາກທີ່ທາງການໄດ້ສະກັດກັ້ນການພະຍາຍາມເຂົ້າຍຶດຄອງຕຶກ ຢູ່ໃນວິທະຍາເຂດຂອງມະຫາວິທະຍາໄລລັດເພັນຊີລເວເນຍ ທີ່ຢູ່ໃກ້ຄຽງນັ້ນ ອີງຕາມລາຍງານຂອງອົງການຂ່າວເອພີ.

ມະຫາວິທະຍາໄລ ແດຣກໂຊລ ໄດ້ກ່າວໃນຖະແຫລງການເມື່ອວັນເສົາຜ່ານ ມານີ້ວ່າ ພວກປະທ້ວງປະມານ 75 ຄົນ ໄດ້ເລີມຕັ້ງຄ້າຍຊົ່ວຄາວ ທີ່ບັນດາ ເຈົ້າໜ້າທີ່ໄດ້ “ຕິດຕາມເບິ່ງຢ່າງໃກ້ຊິດ.”

ຕູບຜ້າປະມານຫຼາຍສິບຕູບຍັງຄົງຕັ້ງຢູ່ໃນວັນອາທິດວານນີ້ ຊຶ່ງມັນປິດລ້ອມ ດ້ວຍສິ່ງກີດຂວາງຕ່າງໆ ແລະເຈົ້າໜ້າທີ່ຕຳຫຼວດກໍໄດ້ຕິດຕາມເບິ່ງສະຖາ ນະການ.

ບໍ່ມີລາຍງານຂອງການຈັບກຸ່ມໃດໆ. ສ່ວນພວກນັກສຶກສາ ແລະພວກຄົນອື່ນໆ ກໍໄດ້ຕັ້ງຄ້າຍຊົ່ວຄາວຢູ່ໃນວິທະຍາເຂດແຫ່ງອືນໆໃນທົ່ວປະເທດ ເພື່ອປະທ້ວງ ຕໍ່ຕ້ານສົງຄາມອິສຣາແອລຕໍ່ກຸ່ມຮາມາສ, ແລະກົດດັນໃຫ້ວິທະຍາໄລທັງຫຼາຍ ຕັດສາຍສຳພັນດ້ານການເງິນກັບອິສຣາແອລ.

Pro-Palestinian protesters set up a new encampment at Drexel University in Philadelphia over the weekend, prompting a lockdown of school buildings, a day after authorities thwarted an attempted occupation of a school building at the neighboring University of Pennsylvania campus. Drexel said in a statement Saturday that about 75 protesters began to set up an encampment that officials were "closely monitoring." About a dozen tents remained Sunday, blocked off by barricades and monitored by police officers. No arrests were reported. Students and others have set up tent encampments on campuses around the country to protest the Israel-Hamas war, pressing colleges to cut financial ties with Israel.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG