ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

​ຫົວໜ້າ ນັກ​ການ​ທູດ ​ສະ​ຫະພາບ​ຢູ​ໂຣບ​ ພົບ​ປະ​ກັບ ທ່ານ Morsi (ວີດິໂອ/ສະໄລດ໌)


ຫົວໜ້າ​ນັກ​ການ​ທູດ​ຂອງສະ​ຫະພາບ​ຢູ​ໂຣບ​ ທ່ານນາງ Catherine Ashton, 6 ເມສາ 2013
ຫົວໜ້າ​ນັກ​ການ​ທູດ​ຂອງສະ​ຫະພາບ​ຢູ​ໂຣບ​ ທ່ານນາງ Catherine Ashton, 6 ເມສາ 2013
ຫົວໜ້າ​ນັກ​ການ​ທູດ​ຂັ້ນ​ສູງ​ຂອງສະ​ຫະພາບ​ຢູ​ໂຣບ ໄດ້​ໄປ​ພົບ​ປະ​ກັບ​ອະດີດ​ປະທານາທິບໍດີ ທີ່​ຖືກ​ໂຄ່ນ​ລົ້ມ ທ່ານ Mohamed Morsi ທີ່​ໄດ້​ຖືກ​ຄຸມໂຕ​ໄວ້ໂດຍ​ບໍ່​ຮູ້​ສະຖານ​ທີ່ ຫຼັງ​ຈາກ​ທີ່​ທາງ​ທະຫານ​ໄດ້ໂຄ່ນລົ້ມ​ທ່ານ ຈາກ​ອໍານາດ​ໃນ​ເດືອນ​ແລ້ວ​ນີ້.

ສະ​ຫະພາບ​ຢູ​ໂຣບ ກ່າວ​ວ່າ ຫົວໜ້ານະ​ໂຍບາຍ​ການ​ຕ່າງປະ​ເທດ
ທ່ານ​ນາງ Catherine Ashton ​ໄດ້​ພົບ​ປະ​ກັບ​ທ່ານ Morsi ເປັນເວລາ
2 ຊົ່ວໂມງໃນການ ປຶກສາຫາລືລົງເລິກ ​ແຕ່ບໍ່ໄດ້​ເວົ້າວ່າ ທັງສອງທ່ານ
ໄດ້ໂອ້ລົມກັນ ເມື່ອໃດ ຫຼືຢູ່ສະຖານ ທີ່​ແຫ່ງໃດ.

ທ່ານ​ນາງ Ashton ​ເດີນທາງ​ໄປອີຈິບ ເພື່ອໄກ່ເກ່ຍແລະຫາທາງແກ້ໄຂວິ​ກິດ​ການ​ ທາງການເມືອງ
ຂອງ​ປະ​ເທ​ດດັ່ງກ່າວ.

ໃນວັນຈັນວານນີ້ ທ່ານນາງໄດ້ພົບປະກັນ​ຄົນ​ລະ​ເທື່ອ ກັບບັນດາຜູ້ນໍາຊົ່ວຄາວຂອງອີຈິບ
ແລະຜູ້ບັນຊາການທະຫານສູງສຸດ ຕະຫລອດທັງບັນດາເຈົ້າໜ້າທີ່ຈາກກຸ່ມພະລາດອນພາບ
ມຸສລິມຂອງ​ທ່ານ Morsi.

ທ່ານ​ນາງຍັງບໍ່ທັນໄດ້ໃຫ້ຄວາມເຫັນ​ໃດໆເທື່ອຕໍ່ສາທາລະນະ ກ່ຽວກັບການພົບປະກັນຄັ້ງນີ້.
ໃນຄໍາ​ຖະ​ແຫລ​ງທີ່​ນໍາ​ອອກ​ເຜີຍ​ແຜ່ກ່ອນອອກເດີນທາງນັ້ນ ທ່ານ​ນາງ Ashton ຮຽກຮ້ອງ
ໃຫ້ມີລັດຖະບານ​ໄລຍະ​ຂ້າມ​ຜ່ານ ທີ່ຮວມ​ເອົາທຸກພັກຝ່າຍຢ່າງ​ຄົບ​ຖ້ວນ ຮວມທັງກຸ່ມພະລາ
ດອນພາບມຸສລິມນໍາ.


ໃນວັນຈັນວານນີ້ເຊັ່ນກັນ ພວກທີ່ສະໜັບສະໜຸນ ທ່ານ Morsi ອະດີດ​ປະທານາທິບໍດີ ອີຈິບທີ່​ຖືກ
​ໂຄ່ນ​ລົ້ມນັ້ນ ຍັງດໍາເນີນສືບຕໍ່ປະທ້ວງໃນບໍລິ​ເວນຕຶກຂອງ​ກໍາລັງຮັກສາຄວາມ ປອດໄພຫຼາຍ​ຫຼັງ ​
ໂດຍ​ຍັງ​ຢືນ​ຢັດ​ທ້າ​ທາຍ​ຕໍ່​ການ​ເຄື່ອນ​ໄຫວ​ຂອງທາງກອ​ງທັບ ທີ່​ຈະ​ຈັດ​ຕັ້ງລັດປະບານຊົ່ວຄາວ
​ເມື່ອເກືອບ 1 ເດືອນ​ມ​າ​ໄດ້​ແລ້ວນັ້ນ.

ທາງກອງທັບອີຈິບໄດ້ເຕືອນພວກທີ່ສະໜັບສະໜູນທ່ານ Morsi​ ​ໃຫ້ຢູ່ຫ່າງ​ໄກ​ຈາກ ສະຖານທີ່
ທາງທະຫານທຸກ​ແຫ່ງ ໂດຍສະເພາະແມ່ນສໍານັກງານສືບລັບຂອງ​ກອງທັບ ​ໂດຍ​ກ່າວ​ວ່າ ສະຖານ
ທີ່ດັ່ງກ່າວນັ້ນສໍາຄັນຫລາຍ ແລະຖ້າຫາກຜູ້ໃດ​ເຂົ້າ​ໄປ​ໃກ້ ກໍ​ແມ່ນ ຈະໄດ້ຮັບອັນຕະລາຍ.

EGYPT EU CNPK.mov
please wait
Embed

No media source currently available

0:00 0:01:53 0:00
XS
SM
MD
LG