ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປ. ດໍໂນລ ທຣໍາ ຮຽກຮ້ອງ ໃຫ້ຕໍ່ຕ້ານ ການເຮັດແທ້ງ ເອົາລູກອອກ


ປະທານາທິບໍດີ ດໍໂນລ ທຣໍາ ກ່າວຄໍາປາໄສ ຢູ່ໃນສວກຸຫລາບ ຂອງທໍານຽບຂາວ ຕໍ່ພວກນັກເຄື່ອນໄຫວສະໜັບສະໜຸນການມີຊີວິດ ທີ່ໄດ້ໂຮມຊຸມນຸມກັນ ໃນໂອກາດຄົບຮອບ 45 ປີ ແຫ່ງການເດີນຂະບວນປະຈໍາປີ ເພື່ອສະໜັບສະໜຸນ ການເກີດມາມີຊີວິດ ໃນວັນສຸກ ທີ 19, 2018
ປະທານາທິບໍດີ ດໍໂນລ ທຣໍາ ກ່າວຄໍາປາໄສ ຢູ່ໃນສວກຸຫລາບ ຂອງທໍານຽບຂາວ ຕໍ່ພວກນັກເຄື່ອນໄຫວສະໜັບສະໜຸນການມີຊີວິດ ທີ່ໄດ້ໂຮມຊຸມນຸມກັນ ໃນໂອກາດຄົບຮອບ 45 ປີ ແຫ່ງການເດີນຂະບວນປະຈໍາປີ ເພື່ອສະໜັບສະໜຸນ ການເກີດມາມີຊີວິດ ໃນວັນສຸກ ທີ 19, 2018

ປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣໍາ ໃນວັນສຸກວານນີ້ ເອີ້ນເດັກນ້ອຍແຕ່
ລະຄົນວ່າເປັນ "ຂອງຂວັນອັນມີຄ່າຈາກພະເຈົ້າ" ແລະເວົ້າວ່າ ລັດຖະບານຂອງ
ທ່ານຈະໃຫ້ການປົກປ້ອງສິດໃນການເກີດມາມີຊີວິດໄດ້ ໃນຂະນະທີ່ທ່ານໄດ້ກ່າວຕໍ່
ພວກນັກເຄື່ອນໄຫວສະໜັບສະໜຸນການມີຊີວິດ ທີ່ໄດ້ໂຮມຊຸມນຸມກັນ ໃນໂອກາດ
ຄົບຮອບ 45 ປີແຫ່ງການເດີນຂະບວນປະຈໍາປີເພື່ອສະໜັບສະໜຸນການເກີດມາມີ
ຊີວິດ.

ຄໍາເຫັນດັ່ງກ່າວທີ່ດັງອອກມາຈາກສວນກຸຫລາບຂອງທໍານຽບຂາວໄດ້ອອກອາກາດ
ຜ່ານດາວທຽມຢູ່ໃນຈໍໂທລະພາບທີ່ໃຫຍ່ໆ ທີ່ສາຍໃຫ້ພວກນັກເຄື່ອນໄຫວສະໜັບ
ສະໜຸນການເກີດມາມີຊີວິດຫລາຍຮ້ອຍຄົນທີ່ເຂົ້າຮ່ວມການເດີນຂະບວນໃນຄັ້ງນີ້
ຢູ່ນະຄອນຫລວງວໍຊິງຕັນນັ້ນ ເບິ່ງ.

ໃນຂະນະທີ່ຖືກຫ້ອມລ້ອມໄປດ້ວຍພວກເຂົ້າຮ່ວມຊຸມນຸມຢູ່ນັ້ນ ທ່ານທຣໍາ ເວົ້າວ່າ ລັດ
ຖະບານຂອງທ່ານ "ຈະໃຫ້ການປົກປ້ອງ ແກ່ສິດທີ່ສໍາຄັນກ່ອນໝູ່ໝົດ ຢູ່ໃນຄຳປະກາດ
ເອກະລາດ ແລະນັ້ນກໍຄື ສິດໃນການເກີດມາມີຊີວິດ."

ກ່ອນໜ້ານັ້ນ, ທ່ານທຣໍາໄດ້ປະກາດ ໃຫ້ຖືເອົາວັນທີ 19 ມັງກອນເປັນ "ວັນແຫ່ງຄວາມ
ມີສິນລະທໍາຂອງການເກີດມາມີຊີວິດແຫ່ງຊາດ."

ທໍານຽບຂາວໄດ້ເຜີຍແຜ່ຖະແຫລງການສະບັບນຶ່ງໃນວັນສຸກວານນີ້ ໂດຍໄດ້ເວົ້າວ່າ
ກະຊວງສາທາລະນະສຸກ ກໍາລັງສະເໜີໃຫ້ຈໍາກັດການໃຊ້ເງິນທີ່ໄດ້ຈາກການເກັບພາ
ສີ ບໍ່ໃຫ້ກຸ່ມທີ່ມີນະໂຍບາຍຫລືການປະຕິບັດ "ທີ່ມີການຈໍາແນກ" ໃຊ້ ສະເໜີໃຫ້ມີການ
ປົກປ້ອງຊາວອາເມຣິກັນ ທີ່ມີຄວາມເຊື່ອທາງສາສະໜາ ຫລືດ້ານສິນລະທໍາທີ່ "ກ່ຽວ
ຂ້ອງກັບການບໍລິການດ້ານການດູແລສຸຂະພາບໃດນຶ່ງ" ແລະກໍສະເໜີໃຫ້ຮັບຮູ້ວ່າ ຊາວ
ອາເມຣິກັນ ບໍ່ຄວນຖືກຈໍາແນກຍ້ອນການເຊື່ອຖືທາງສາສະໜາ ຫລື ດ້ານສິນລະທໍາ ເມື່ອເຂົາເຈົ້າເຂົ້າຮ່ວມຮັບການບໍລິການດ້ານການດູແລສຸຂະພາບດັ່ງກ່າວນັ້ນ.

ການເຜີຍແຜ່ຖະແຫລງການດັ່ງກ່າວອອກມາ ບໍ່ໄດ້ເວົ້າຢ່າງເຈາະຈົງວ່າ ນະໂຍບາຍ
"ທີ່ມີການຈໍາແນກ" ຫລື “ການບໍລິການດ້ານການດູແລສຸຂະພາບໃດນຶ່ງ" ນັ້ນ ໝາຍ
ຄວາມວ່າແນວໃດ.

ທ່ານທຣໍາເປັນປະທານາທິບໍດີ ທີ່ຍັງດໍາລົງຕໍາແໜ່ງຢູ່ຄົນທໍາອິດທີ່ໄດ້ກ່າວຄໍາປາໄສ
ຕໍ່ພວກໂຮມຊຸມນຸມເດີນຂະບວນເພື່ອສະໜັບສະໜຸນການເກີດມາມີຊີວິດ ໂດຍໄດ້ເວົ້າ
ຜ່ານການຖ່າຍທອດສົດທາງວີດິໂອ. ການໂຮມຊຸມນຸມຕ່າງໆ ກ່ຽວກັບເລື່ອງນີ້ ທໍາອິດ
ແມ່ນເພື່ອເປັນການຕອບໂຕ້ຕໍ່ການຮັບຜ່ານລະບຽບການ ໂຣ (Roe) ສູ້ກັບ (Wade),
ຊຶ່ງເປັນການຕັດ ສິນໃນປີ 1973 ໂດຍສານສູງສຸດ ທີ່ໄດ້ໃຫ້ການຢືນຢັນຄວາມຖືກຕ້ອງ
ຕາມກົດໝາຍໃນສິດຂອງຜູ້ຍິງຄົນນຶ່ງ ທີ່ຈະໄປເຮັດແທັ້ງເອົາລູກອອກ.

ບັນດາປະທານາທິບໍດີໃນອະດີດ ທີ່ໄດ້ກ່າວຄໍາປາໄສ ຕໍ່ການໂຮມຊຸມນຸມດັ່ງກ່າວ
ໂດຍຜ່ານສຽງທີ່ບັນທຶກໄວ້ ຫລືຜ່ານການໂທລ ສັບນັ້ນກໍມີ ທ່ານ ໂຣໂນລ໌ ຣີແກນ
(Ronald Reagan) ໃນປີ 1987 ແລະທ່ານ ຈອຣຈ໌ ດັບເບິນຢູ ບຸສ (George
W. Bush) ໃນປີ 2003 ແລະ 2004.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG