ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພວກສະໜັບສະໜູນ ລັດຖະບານ ໂຈມຕີ ສະພາ ນິຕິບັນຍັດ ເວເນຊູເອລາ


ສະມາຊິກສະພາພັກຝ່າຍຄ້ານ ທ່ານ Armando Armas ນອນຢູ່ພື້ນດິນດ້ວຍເລືອດອອກຢູ່ຫົວຂອງທ່ານ ໃນຂະນະທີ່ພວກສະໜັບສະໜູນລັດຖະບານ ໄດ້ໂຈມຕີບັນດາສະມາຊິກສະພາ ແລະພະນັກງານສະພາແຫ່ງຊາດໃນນະຄອນຫຼວງຄາຣາຄາສ. 5 ກໍລະກົດ, 2017.
ສະມາຊິກສະພາພັກຝ່າຍຄ້ານ ທ່ານ Armando Armas ນອນຢູ່ພື້ນດິນດ້ວຍເລືອດອອກຢູ່ຫົວຂອງທ່ານ ໃນຂະນະທີ່ພວກສະໜັບສະໜູນລັດຖະບານ ໄດ້ໂຈມຕີບັນດາສະມາຊິກສະພາ ແລະພະນັກງານສະພາແຫ່ງຊາດໃນນະຄອນຫຼວງຄາຣາຄາສ. 5 ກໍລະກົດ, 2017.

ພວກສະໜັບສະໜູນ ປະທານາທິບໍດີ ເວເນຊູເອລາ ທ່ານ ນິໂຄລາສ ມາດູໂຣ ທີ່ຕິດອາ
ວຸດ ໄດ້ບຸກເຂົ້າໄປໃນສະພານິຕິບັນຍັດຂອງ​ປະ​ເທດ ທີ່ຄວບຄຸມໂດຍພັກຝ່າຍຄ້ານ ໃນ
ວັນພຸດວານນີ້, ​ໂດຍທຳ​ການໂຈມຕີບັນດາສະມາຊິກສະພາ ແລະ ຈັບຜູ້ຄົນຢູ່ໃນຕຶກ
ຫຼາຍຮ້ອຍຄົນເປັນໂຕປະກັນເຖິງ 9 ຊົ່ວໂມງ.

ມີຢ່າງໜ້ອຍ 12 ຄົນໄດ້ຮັບບາດເຈັບ, ລວມທັງສະມາຊິກສະພາ 5 ຄົນ ແລະ ພະນັກ
ງານຢູ່ທີ່ສະພາແຫ່ງຊາດ.

ປະທານສະພາແຫ່ງຊາດທ່ານ Julio Borges ໄດ້ຖິ້ມ​ໂທດ​ໃສ່ ທ່ານ ມາດູໂຣ ກ່ຽວ​ກັບ
ສະຖານະການ ທີ່ເກີດຂຶ້ນໃນ ເວເນຊູເອລາ, ເຊິ່ງວິກິດການທາງການເມືອງ ແລະ ເສດ
ຖະກິດ ໄດ້ກໍ່ໃຫ້ເກີດການປະທ້ວງຕາມທ້ອງຖະໜົນ ທີ່ຫຼາຍຄັ້ງມັກຈະກາຍເປັນຄວາມ
ຮຸນແຮງ ລະຫວ່າງ ພວກປະທ້ວງສະໜັບສະໜູນ ແລະ ຕໍ່ຕ້ານລັດຖະບານ. ປະຊາຊົນ
ເກືອບ 100 ຄົນໄດ້​ເສຍ​ຊີວິດ.

ທ່ານ Borges ໄດ້ກ່າວຕໍ່ບັນດານັກຂ່າວວ່າ “ຄວາມຮຸນແຮງໃນ ເວເນຊູເອລາ ມີຊື່ວ່າ
ນິໂຄລາສ ມາດູໂຣ.”

ພວກຜູ້ສະໜັບສະໜູນທ່ານ ມາດູໂຣ ທີ່ເອີ້ນຕົນເອງວ່າ “Colectivos” ໄດ້ບຸກເຂົ້າໄປ
ໃນຫ້ອງ​ປະຊຸມ ​ຂອງສະພານິຕິບັນຍັດ ໃນຕອນເລີ່ມຕົ້ນຂອງການເຂົ້າຍຶດ. ມີການໄດ້
ຍິນສຽງປືນ ແລະ ສຽງລະເບີດ ດັງ​ຂຶ້ນ, ແລະ ລົດໂຮງໝໍກໍໄດ້ນຳເອົາຜູ້ບາດເຈັບໄປໂຮງ
ໝໍ ປະມານ 15 ຄົນ, ບາງຄົນໃນນັ້ນແມ່ນສະມາຊິກສະພາທີ່ມີເລືອດໄຫຼ​ເຕັມໜ້າ ແລະ
ປຽກ​ເຕັມເສື້ອຂອງພວກເພິ່ນ.

ກຸ່ມ​ອັນທະພານຕິດອາວຸດ ຕໍ່ມາກໍໄດ້ໜີອອກຈາກຕຶກ​ສະພານິຕິບັນຍັດ, ແຕ່ຕຶກດັ່ງກ່າວ
ຍັງຖືກປິດລ້ອມໄວ້. ກຳລັງ​ຮັກສາ​ດິນ​ແດນໄດ້ອອກລາດ ຕະເວນໃນບໍລິເວນດັ່ງກ່າວ ແຕ່ບໍ່ໄດ້ເຮັດຫຍັງເພື່ອຂັບ​ໄລ່ພວກມືປືນຫຼື ປ່ອຍພວກທີ່ຖືກຄວບຄຸມຕົວຢູ່ໃນຕຶກ.

ພວກໂຕປະກັນ, ເຊິ່ງລວມມີນັກຂ່າວວີໂອເອ ທ້າວ Alvaro Algarra, ສາມາດໄດ້ຍິນ
ພວກມືປືນ ຢູ່ນອກສະພາແຫ່ງຊາດ ທີ່ຮ້ອງຄຳວ່າ “ມັນກຳລັງຈະພັງ.. ສະພາແຫ່ງຊາດ
ນີ້ກຳລັງຈະພັງ.”

ສະພາແຫ່ງຊາດໄດ້ທຳການປະຊຸມ ໃນກອງປະຊຸມນັດພິເສດ ເພື່ອລະນຶກເຖິງວັນເອກະ
ລາດຂອງ ເວເນຊູເອລາ ເວລາພວກ Colectivos ຫຼາຍສິບຄົນໄດ້ບຸກເຂົ້າໄປໃນຫ້ອງ
ປະຊຸມ. ເຫດການດັ່ງກ່າວໄດ້ພາໃຫ້ມີການຕີກັນຢ່າງໃຫຍ່ເຊິ່ງຢ່າງໜ້ອຍປະມານ 15 ຄົນໄດ້ຮັບບາດເຈັບ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG