ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກພັກການເມືອງ ນິຍົມຢູໂຣບ ມີຄະແນນນຳໜ້າ ໃນການເລືອກຕັ້ງສະພາ ທີ່ໂມລໂດວາ


ຄະນະກຳມະການກຳກັບການປ່ອນບັດ ກຳລັງນັບບັດຄະແນນສຽງ
ທີ່ໜ່ວຍປ່ອນບັດແຫ່ງນຶ່ງ ໃນເມືອງ Chisinau, ວັນທີ 30 ພະຈິກ
2014
ຄະນະກຳມະການກຳກັບການປ່ອນບັດ ກຳລັງນັບບັດຄະແນນສຽງ ທີ່ໜ່ວຍປ່ອນບັດແຫ່ງນຶ່ງ ໃນເມືອງ Chisinau, ວັນທີ 30 ພະຈິກ 2014

ຜົນ​ຂອງ​ການ​ເລືອກ​ຕັ້ງສະພາ​ແຫ່ງ​ຊາດ​ໃນ Moldova ສະ​ແດງ
​ໃຫ້​ເຫັນວ່າ​ ພວກ​ພັກ​ການ​ເມືອງ​ທີ່​ຢາກມີ​ສາຍ​ພົວພັນ​ທີ່​ໃກ້ຊິດ​
ຂຶ້ນ ​ກັບ​ຢູ​ໂຣບ ກຳລັງ​ນຳ​ໜ້າ​ບັນດາພັກ​ທີ່​ຢາກ​ມີ​ສາຍ​ພົວພັນ​ທີ່
​ໃກ້ຊິດ​ຂຶ້ນ​ກັບຣັດ​ເຊຍ.

ຫຼັງ​ຈາກ​ມີ​ການ​ນັບ​ບັດ​ຄະ​ແນນ​ສຽງ 85 ​ເປີ​ເຊັນ​ຂອງ​ການ​ປ່ອນ
​ບັດ​ທັງ​ໝົດ​ໃນ​ເຊົ້າ​ວັນ​ຈັນ​ມື້​ນີ້ ພວກ​ພັກປະສົມ​ທີ່​ນິຍົມ​ຢູ​ໂຣບ ​
ໄດ້​ຮັບຄະ​ແນນ ​ສຽງ 44 ​ເປີ​ເຊັນ ​ຂອງ​ຈຳນວນ​ບັດ​ເລືອກ​ຕັ້ງ ​
ເພື່ອ​ແຂ່ງຂັນ​ກັນເອົາ ບ່ອນ​ນັ່ງ​ 101 ບ່ອນຢູ່​ໃນ​ສະພາ​ນັ້ນ.

ພັກ​ສັງຄົມ​ນິຍົມ ທີ່​ຢາກ​ໃຫ້ Moldova ດຳ​ເນີນ​ງານ​ຫຼາຍ​ຂຶ້ນ
​ກັບຣັດ​ເຊຍ ນຳ​ໜ້າ​ພັກນ້ອຍໆ​ແຕ່​ລະ​ພັກ ​ດ້ວຍ​ຄະ​ແນນ​ສຽງ 21 ​ເປີ​ເຊັນ ​ແຕ່ລວມກັນ​ແລ້ວ ພວກ​ພັກ​ທີ່​ນິຍົມຣັດ​ເຊຍ​ ​ໄດ້​ຮັບ​ສຽງ​ນຳຫຼັງ​ ຄື 39 ​ເປີ​ເຊັນ.

Moldova ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຄັ້ງ​ປະຫວັດສາດ​ກັບ​ສະຫະພາບ​ຢູ​ໂຣບ ​ໃນ​ຕົ້ນ​ປີ​ນີ້
​ເຖິງ​ແມ່ນ​ມີ​ການ​ຄັດຄ້ານ​ຢ່າງ​ຂົມ​ຂື່ນ​ກໍ​ຕາມ ຈາກ ຣັດ​ເຊຍ ຊຶ່ງ​ມີ​ທະຫານ​ປະ​ຈຳ​ຢູ່​ໃນ​ເຂດ Transdniestr ​ທີ່ປະຊາຊົນ​ປາກ​ພາສາຣັດ​ເຊຍ​ ທີ່​ແຍກ​ອອກ​ເປັນ​ເຂດ​ເອກ​ກະລາດ​ນັ້ນ.

ຂໍ້​ຕົກລົງ​ດັ່ງກ່າວ​ໄດ້​ອະນຸມັດ​ໃຫ້​ປະຊາຊົນ​ໃນ Moldova ເດີນທາງ​ໄປ​ຍັງພາກຕາ​ເວັນ​ຕົກ​ຂອງ​ຢູ​ໂຣບ​ໄດ້ ​ໂດຍບໍ່​ຈຳ​ເປັນ​ຕ້ອງ​ມີ​ວີ​ຊາ ​ເພື່ອເຂົ້າ​ຫາ​ເຂດ​ການ​ຄ້າ​ເສລີ​ໄດ້ ​ແລະໄດ້​ຮັບ​ເງິນ​ຊ່ອຍ​ເຫຼືອ​ຫຼາຍ​ຮ້ອຍ​ລ້ານ ຢູ​ໂຣ. ຣັດ​ເຊຍ​ໄດ້​ທຳ​ການ​ແກ້​ແຄ້ນ​ດ້ວຍ​ການ​ຫ້າມ​ສັ່ງ​ຊື້​ສິນຄ້າ​ປະ​ເພດ​ອາຫານຫຼາຍ​ຢ່າງ​ຈາກ Moldova.

Moldova ຊຶ່ງ​ເປັນ​ປະ​ເທດໜຶ່ງ​ທີ່​ນ້ອຍ​ທີ່​ສຸດ ​ແລະ​ທຸກ​ຍາກ​ທີ່​ສຸດ​ໃນ​ຢູ​ໂຣບ ​ແມ່ນຕັ້ງ​ຢູ່​ລະຫວ່າງ​ຢູ​ເຄຣນ ​ແລະ​ໂຣ​ເມ​ເນຍ ຊຶ່ງ​ເປັນສະມາຊິກຂອງ​ສະຫະພາບ​ຢູ​ໂຣບນັ້ນ.

moldovaelections1december14
please wait

No media source currently available

0:00 0:00:42 0:00

XS
SM
MD
LG