ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບໍລິສັດເອກກະຊົນລາວ ແລະຕ່າງຊາດ ບຸກລຸກ ພື້ນທີ່ສະຫງວນ ໃນເຂດບຶງທາດຫຼວງ


ແບບຢ່າງ ໂຄງການກໍ່ສ້າງ ເມືອງໃໝ່ ຢູ່ທີ່ເຂດເສດຖະກິດສະເພາະ ບຶງທາດຫຼວງ ໃນນະຄອນວຽງຈັນ
ແບບຢ່າງ ໂຄງການກໍ່ສ້າງ ເມືອງໃໝ່ ຢູ່ທີ່ເຂດເສດຖະກິດສະເພາະ ບຶງທາດຫຼວງ ໃນນະຄອນວຽງຈັນ

ບໍລິສັດເອກກະຊົນລາວ ແລະຕ່າງຊາດ ບຸກລຸກພື້ນທີ່ສະຫງວນ ໃນເຂດບຶງທາດຫຼວງ
ດ້ວຍການເຂົ້າໄປຖົມພື້ີນທີ່ ແລະຍຶດຄອງເອົາຢ່າງຜິດກົດໝາຍ ໂດຍມີກຸ່ມອິດທິພົນ
ໃນລາວ ໃຫ້ການສະໜັບສະໜູນ ຢູ່ເບື້ອງຫລັງ.

ເຈົ້າໜ້າທີ່ຂັ້ນສູງໃນອົງການກວດສອບແຫ່ງລັດ ເປີດເຜີຍວ່າ ພື້ນທີ່ສະຫງວນ ທີ່ເປັນ
ທາງນ້ຳໄຫລຕາມທຳມະຊາດ ຢູ່ທີ່ເຂດບຶງທາດຫຼວງ ເມືອງຫາດຊາຍຟອງ ນະຄອນ
ວຽງຈັນ ກຳລັງປະເຊີນກັບບັນຫາການບຸກລຸກ ໂດຍບັນດາບໍລິສັດເອກກະຊົນລາວ
ແລະຕ່າງຊາດຫຼາຍຂຶ້ນ ທັງນີ້ດ້ວຍການບຸກລຸກເຂົ້າໄປຖົມ ແລະຍຶດຄອງເອົາພື້ນທີ່
ສະຫງວນຢ່າງຜິດກົດໝາຍ ໂດຍທີ່ມີກຸ່ມອິດທິພົນ ຄອຍໃຫ້ການສະໜັບສະໜູນ ຢູ່
ເບື້ອງຫລັງນັ້ນ ຖືເປັນບັນຫາສຳຄັນ ເຮັດໃຫ້ບໍ່ສາມາດດຳເນີນມາດຕະການທາງ
ກົດໝາຍ ຕໍ່ບໍລິສັດເຫລົ່ານີ້ໄດ້ເລີຍ ດັ່ງເຈົ້າໜ້າທີ່ຂັ້ນສູງໃນອົງການກວດສອບແຫ່ງລັດ
ໄດ້ໃຫ້ການຢືນຢັນວ່າ:

ແຜນທີ່ ສະແດງໃຫ້ເຫັນ ແມ່ນ້ຳຂອງ ທີ່ເປັນເສັ້ນທາງນ້ຳໄຫລ ຕາມທຳມະຊາດ ແລະ ພື້ນທີ່ເຂດເສດຖະກິດສະເພາະ ບຶງທາດຫຼວງ
ແຜນທີ່ ສະແດງໃຫ້ເຫັນ ແມ່ນ້ຳຂອງ ທີ່ເປັນເສັ້ນທາງນ້ຳໄຫລ ຕາມທຳມະຊາດ ແລະ ພື້ນທີ່ເຂດເສດຖະກິດສະເພາະ ບຶງທາດຫຼວງ

“ການຖົມດິນດັ່ງກ່າວນີ້ ແມ່ນເຂົາເຈົ້າໄດ້ລະເມີດ ພວກເຮົາກໍໄດ້ຕັກເຕືອນ ແຕ່ເຂົາ
ເຈົ້າ ກໍບໍ່ຍິນຍອມຢຸດ ແລະກະລະເມີດໄປເລື້ອຍໆ ສຸດທ້າຍທາງເມືອງຫາດຊາຍຟອງ
ກະໄດ້ສົມທົບກັບພາກສ່ວນບ້ານ ຫ້ອງວາການເມືອງເນາະ ແລ້ວກະຕຳຫລວດ
ຈະລາຈອນ ແມ່ນຫຍັງມາກະຢັບຢັ້ງພວກເຂົາເຈົ້າ ໄດ້ເປີດກອງປະຊຸມ ເຮັດບົດ
ບັນທຶກຫຼາຍຄັ້ງ ແຕ່ກະບໍ່ສຳເລັດຍ້ອນວ່າ ເພິ່ນກະມີບ່ອນອິງເນາະ ສຳຄັນແມ່ນ
ທາງຂັ້ນເທິງຊີ້ນຳ ວ່າ ມີບັນຫາຫຍັງແລ້ວ ເພິ່ນສິຮັບຜິດຊອບເອງ ກ່ຽວກັບ ການຖົມຊະຖົມຊາຍ ໃຜສິຖົມກໍຕ້ອງປະກອບເອກກະສານ.”

ແຜນທີ່ ສະແດງໃຫ້ເຫັນ ຂອບເຂດສະຖານທີ່ຂອງ ໂຄງການກໍ່ສ້າງເມືອງໃໝ່ ໃນເຂດ ເສດຖະກິດສະເພາະ ບຶງທາດຫຼວງ
ແຜນທີ່ ສະແດງໃຫ້ເຫັນ ຂອບເຂດສະຖານທີ່ຂອງ ໂຄງການກໍ່ສ້າງເມືອງໃໝ່ ໃນເຂດ ເສດຖະກິດສະເພາະ ບຶງທາດຫຼວງ

ກ່ອນໜ້ານີ້ ອົງການກວດສອບແຫ່ງລັດ ໄດ້ທຳການກວດກາບັນດາໂຄງການພັດທະນາ
ຕ່າງໆ ທີ່ຢູ່ໃນເຂດນະຄອນວຽງຈັນ ຈຳນວນ 604 ໂຄງການທີ່ມີງົບປະມານລວມຫຼາຍ
ກວ່າ 282,000 ຕື້ກີບ ໃນແຜນການປະຈຳປີ 2014-2015 ຊຶ່ງກໍພົບວ່າ ໄດ້ມີການ
ຊຳລະສະສາງ ໄປແລ້ວ 580 ໂຄງການ ແລະໃຊ້ຈ່າຍງົບປະມານໄປໃນມູນຄ່າຫຼາຍ
ກວ່າ 130,000 ຕື້ກີບ ຊຶ່ງເຮັດໃຫ້ມີອີກ 24 ໂຄງການທີ່ຕ້ອງສືບຕໍ່ການຈັດຕັ້ງປະຕິບັດ
ໃນແຜນການປີ 2015-2016 ຫາກແຕ່ກໍປາກົດວ່າ ມີ 16 ໂຄງການ ທີ່ຕ້ອງສືບຕໍ່ການ
ຈັດຕັ້ງປະຕິບັດ ບໍ່ຖືກຕ້ອງຕາມລະບຽບກົດໝາຍ ເຮັດໃຫ້ເກີດການເສຍຫາຍໄປ
ຫຼາຍກວ່າ 4,957 ຕື້ກີບ.

ພ້ອມກັນນີ້ ການກວດກາຍັງພົບວ່າ ມີການປອມໃບຕາດິນ ທີ່ມີຜູ້ເສຍຫາຍ 80 ລາຍ
ໂດຍຄິດເປັນມູນຄ່າເສຍຫາຍລວມກັນຫຼາຍກວ່າ 38 ຕື້ກີບ ຊຶ່ງຍັງບໍ່ລວມເຖິງ ການລັກ
ລອບຂາຍທີ່ດິນຂອງລັດຖະບານ 100 ກວ່າເຮັກຕາ ໂດຍມີພະນັກງານຂອງລັດເຖິງ
21 ຄົນ ທີ່ຮ່ວມກັນກະທຳຄວາມຜິດ ແລະໃນນີ້ ໄດ້ຖືກຈັບກຸມແລ້ວ 16 ຄົນ ສ່ວນອີກ
5 ຄົນ ຍັງຫລົບໜີການຈັບກຸມ.

ໂດຍອີງຕາມລາຍງານຜົນການກວດສອບບົດສະຫລຸບຂາດຕົວ ໃນການຈັດຕັ້ງປະຕິບັດ
ແຜນງົບປະມານແຫ່ງລັດ ໃນສົກປີ 2014-2015 ລະບຸວ່າ ໄດ້ກວດສອບເຫັນລາຍຮັບ
ຂອງຫົວໜ່ວຍງົບປະມານ ໃນຂັ້ນສູນກາງ ແລະທ້ອງຖິ່ນບໍ່ໄດ້ມອມເຂົ້າງົບປະມານ
ແຫ່ງລັດ ຄິດເປັນມູນຄ່າລວມເຖິງ 814.44 ຕື້ກີບ ຫຼືກວ່າ 100 ລ້ານໂດລາ ໃນນັ້ນ ກໍແບ່ງເປັນລາຍຮັບຂະແໜງສ່ວຍສາອາກອນ 173.77 ຕື້ກີບ ລາຍຮັບຂະແໜງຊັບສິນ
ຂອງລັດ 156.66 ຕື້ກີບ ກອງທຶນລັດ 442.86 ຕື້ກີບ ແລະຄັງເງິນແຂວງ 41.15 ຕື້ກີບ.

ສ່ວນດ້ານລາຍຈ່າຍນັ້ນ ໄດ້ກວດສອບເຫັນຫົວໜ່ວຍງົບປະມານຂັ້ນສູນກາງ ແລະ
ທ້ອງຖິ່ນ ໄດ້ໃຊ້ຈ່າຍນອກແຜນງົບປະມານແຫ່ງລັດ ໃນມູນຄ່າ 406.28 ຕື້ກີບ ຫຼື ຫຼາຍ
ກວ່າ 50 ລ້ານໂດລາ ໃນນັ້ນ ເປັນການໃຊ້ຈ່າຍ ເພື່ອເປັນເງິນອຸດໜູນລັດຖະກອນ
ຄ່າໃຊ້ຈ່າຍດ້ານການບໍລິຫານ ການຊື້ຍວດຍານພາຫະນະ ການດັດສົມ ແລະ ຊຳລະ
ໂຄງການພັດທະນາຕ່າງໆຂອງລັດ ທີ່ປະສົບກັບບັນຫາຊັກຊ້າ.

ນອກຈາກນັ້ນ ຍັງໄດ້ກວດສອບເຫັນ ການຊຳລະໜີ້ສິນການລົງທຶນຂອງລັດ ນອກແຜນ
ງົບປະມານແຫ່ງລັດ ດ້ວຍການອ່ວຍໜີ້ມູນຄ່າ 827.05 ຕື້ກີບ ແລະ ໃຊ້ຈ່າຍເງິນນອກ
ແຜນການງົບປະມານແຫ່ງລັດ ເພື່ອທົດແທນບັນຊີເງິນຝາກຂອງ ອົງການບໍລິຫານ
ວິຊາການຂອງລັດ ໃນມູນຄ່າ 149.45 ຕື້ກີບ ທັງກໍຍັງກວດສອບເຫັນລາຍຈ່າຍລ່ວງໜ້າ
ຢູ່ຄັງເງິນແຫ່ງລັດ ເຖິງ 788.81 ຕື້ກີບ ສ່ວນແຂວງສາລະວັນ ກໍກວດພົບການຄໍລັບຊັນ
1,836 ຕື້ກີບ ແລະຍຶດໄມ້ຜິດກົດໝາຍ 1,257,867 ແມັດກ້ອນ ທັງກວດພົບການເສຍ
ຫາຍດ້ານງົບປະມານໄປຫຼາຍກວ່າ 1,143 ຕື້ກີບ ໃນແຂວງອຸດົມໄຊ ອີກດ້ວຍ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG