ອະດີດເອກອັກຄະລັດຖະທູດ ສະຫະລັດ ປະຈໍາສະຫະປະຊາ
ຊາດ ທ່ານ Bill Richardson ແລະປະທານບໍລິຫານ ບໍລິສັດ
Google ທ່ານ Eric Schmidt ໄດ້ເດີນທາງໄປເຖິງ ພຽງຢາງ
ເມືອງຫລວງຂອງເກົາຫລີເໜືອແລ້ວ ເພື່ອຢ້ຽມຢາມຢ່າງບໍ່ເປັນ
ທາງການ.
ກ່ອນໜ້າການໄປເຖິງຂອງທ່ານ ບໍ່ເທົ່າໃດຊົວໂມງ ໃນວັນຈັນມື້ນີ້ ທ່ານ Richardson ໄດ້ກ່າວຕໍ່ບັນດານັກຂ່າວທີ່ນະຄອນຫລວງປັກກິ່ງຂອງຈີນວ່າ ການເດີນທາງຂອງທ່ານ ມີຈຸດປະສົງທາງດ້ານມະນຸດສະທໍາ ແລະຄະນະຜູ້ແທນຂອງທ່ານ ຈະພົບປະກັບບັນດາຜູ້ນໍາຝ່າຍການເມືອງ ເສດຖະກິດ ແລະທະຫານ ຂອງເກົາຫລີເໜືອ.
ທ່ານ Richardson ກ່າວວ່າ ທ່ານມີແຜນທີ່ຈະສົນທະນາກັບ ບັນດາເຈົ້າໜ້າທີ່ເກົາຫລີເໜືອ ກ່ຽວກັບການຈັບກຸມຄົນເກົາຫລີ ສັນຊາດອາເມຣິກັນ
ທ່ານ Kenneth Bae ທີ່ກໍາລັງຖືກກັກຂັງຢູ່ໃນເກົາຫລີເໜືອ ໃນຂໍ້ຫາກໍ່ອາຊະຍາກໍາຕໍ່ຕ້ານລັດ ທີ່ບໍ່ມີການແຈ້ງໃຫ້ຊາບ.
ທ່ານ Richardson ຍັງກ່າວອີກວ່າ ທ່ານມີຄວາມເປັນຫ່ວງກ່ຽວກັບ ໂຄງການນິວເຄລຍ
ຂອງເກົາຫລີເໜືອ ແລະຫວັງວ່າ ການເດີນທາງຂອງທ່ານ ຈະຊ່ວຍຜັກດັນເກົາຫລີເໜືອ ໄປສູ່ອັນທີ່ທ່ານເອີ້ນວ່າ “ທິດທາງທີ່ຖືກຕ້ອງ.”
ກະຊວງການຕ່າງປະເທດ ສະຫະລັດ ໄດ້ຕິຕຽນການເດີນທາງຂອງທ່ານ Richadson ໂດຍກ່າວວ່າ ເວລານີ້ບໍ່ແມ່ນເວລາທີ່ເໝາະສົມສໍາລັບທ່ານ Richadson ທີ່ຈະເດີນທາງໄປເກົາຫລີເໜືອ. ການຢ້ຽມ ຢາມຄັ້ງນີ້ ມີຂື້ນຫລັງຈາກ ເກົາຫລີເໜືອໄດ້ທໍາການທົດລອງ
ຍິງລູກສອນໄຟລະຍະຍາວ ຊຶ່ງເປັນການແຜ້ວທາງ ໄປສູ່ການທົດລອງນິວເຄລຍ ອີກເປັນ
ຄັ້ງທີ່ສາມ ທີ່ອາດຈະມີຂຶ້ນໄດ້ນັ້ນ.