ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເຈົ້າຟ້າຊາຍ ໂສຣິຍາວົງ ສະຫວ່າງ ສະຫວັນ ນະຄົດແລ້ວ ຮວມພະຊົນມາຍຸໄດ້ 81 ພັນສາ


ສົມເດັດເຈົ້າຟ້າຊາຍ ໂສຣິຍາວົງ ສະຫວ່າງ ອົງຜູ້ສຳເລັດ
ຣາຊະການແຜ່ນດິນ ຕາງພະເນດພະກັນ ພະບາດສົມເດັດ
ພະເຈົ້າມະຫາຊີວິດ ແລະປະທານຣາຊະວົງ ລ້ານຊ້າງຮົ່ມຂາວ
ສົມເດັດເຈົ້າຟ້າຊາຍ ໂສຣິຍາວົງ ສະຫວ່າງ ອົງຜູ້ສຳເລັດ ຣາຊະການແຜ່ນດິນ ຕາງພະເນດພະກັນ ພະບາດສົມເດັດ ພະເຈົ້າມະຫາຊີວິດ ແລະປະທານຣາຊະວົງ ລ້ານຊ້າງຮົ່ມຂາວ

ສົມເດັດເຈົ້າຟ້າຊາຍ ໂສຣິຍາວົງ ສະຫວ່າງ ອົງຜູ້ສຳເລັດຣາຊະການແຜ່ນດິນ ຕາງພະ
ເນດພະກັນ ພະບາດສົມເດັດພະເຈົ້າມະຫາຊີວິດແລະປະທານແຫ່ງພະຍາດຕິວົງ ຣາ
ຊະວົງລ້ານຊ້າງຮົ່ມຂາວ ສະເດັດສະຫວັນນະຄົດ ໃນວັນທີ 2 ມັງກອນ ຜ່ານມານີ້ ຮວມ
ພະຊົນມາຍຸ ໄດ້ 81 ພັນສາ.

ສົມເດັດເຈົ້າຟ້າຊາຍ ໂສຣິຍາວົງ ສະຫວ່າງ ຊຶ່ງເປັນພະຣາຊະໂອຣົດອົງນ້ອຍສຸດ ຂອງ
ພະເຈົ້າສີສະຫວ່າງວັດທະນາ ສະເດັດສະຫວັນນະຄົດ ຢູ່ທີ່ໂຮງພະຍາບານ ອອງຣີີ-ມົງ
ດອກ ໃນເມືອງເກຣໄຕ ປະເທດຝຣັ່ງ.

ສົມເດັດເຈົ້າຟ້າຊາຍໂສຣິຍະວົງ ສະຫວ່າງ ຊົງອະພິເສກສົມຣົດກັບເຈົ້າຍິງດາລາວັນ
ໃນປີ 1965 ແລະມີພະຣາຊະໂອຣົດ ແລະທິດາດ້ວຍກັນ 4 ພະອົງ.

ພິທີເຄົາຣົບພະບໍຣົມມະສົບຂອງສົມເດັດເຈົ້າຟ້າຊາຍໂສຣິຍະວົງ ສະຫວ່າງຈະໄດ້ຈັດ
ຂຶ້ນໃນວັນອາທິດ ທີ 7 ມັງກອນ ທີ່ວັດເວລຸວະນາຣາມເລີ້ມແຕ່ເວລາ 4 ໂມງແລງເປັນ
ຕົ້ນໄປ.

ສ່ວນພິທີຖວາຍພະເພີງ ຈະໄດ້ຈັດຂຶ້ນໃນວັນອັງຄານ ທີ 9 ມັງກອນ ປີ 2018 ທີ່ສຸສານ
ເກຣມາໂຕຮຽມ ເດິ ວາລັງຕົງ (Crematorium de Valenton) ປະເທດຝຣັ່ງ.

XS
SM
MD
LG