ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ເຈົ້າຊາຍ ຊາລສ໌ ແຫ່ງຣາຊະອານາຈັກ ອັງກິດ ຕິດໄວຣັສໂຄໂຣນາ


ເຈົ້າຊາຍ ຊາລສ໌ ແຫ່ງຣາຊະອານາຈັກ ອັງກິດ.
ເຈົ້າຊາຍ ຊາລສ໌ ແຫ່ງຣາຊະອານາຈັກ ອັງກິດ.

ເຈົ້າຊາຍ ຊາລສ໌ ຂອງ ອັງກິດ, ຜູ້ທີ່ຈະໄດ້ສືບທອດບັນລັງເປັນເຈົ້າຊີວິດນັ້ນ, ຖືກກວດ
ພົບຕິດເຊື້ອໄວຣັສໂຄໂຣນາ. ພະຣາຊະວັງ ບັກຄິງແຮມ ໄດ້ປະກາດ ໃນວັນພຸດວານນີ້,
ໂດຍກ່າວຕື່ມວ່າ ເຈົ້າຊາຍທີ່ມີອາຍຸ 71 ປີນັ້ນ ມີອາການ ບໍ່ແຮງ ແລະ ອີກຢ່າງນຶ່ງກໍມີສຸ
ຂະພາບແຂງແຮງດີ. ເຈົ້າຊີວິດໃນອະນາຄົດດັ່ງ ກ່າວແມ່ນກຳລັງແຍກປ່ຽວໂຕເອງຢູ່ຫໍປາສາດ ບາລມໍໂຣລ ໃນປະເທດ ສກັອດແລນ ພ້ອມກັບເຈົ້າຍິງ ຄາມີລາ ທີ່ເປັນພັນລະຍາ
ຂອງເພິ່ນ.

ທີ່ຢູ່ຢ່າງເປັນທາງການຂອງເຈົ້າຊາຍໃນນະຄອນຫຼວງ ລອນດອນ ຊື່ວ່າ Clarence
House ນັ້ນໄດ້ອອກຖະແຫຼງການສະບັບນຶ່ງເວົ້າວ່າ ມັນເປັນໄປ ບໍ່ໄດ້ທີ່ຈະສືບໃຫ້ຮູ້
ແນ່ວ່າ ເພິ່ນໄດ້ຕິດໄວຣັສມາຈາກໄສ ເນື່ອງຈາກເພິ່ນໄດ້ ມີການພົວພັນກັບຄົນຈຳນວນ
ຫຼາຍ ໃນບົດບາດສັງຄົມຂອງເພິ່ນໃນລະຫວ່າງ ສອງສາມອາທິດທີ່ຜ່ານມາ.

ເຈົ້າຊາຍ ຊາລສ໌ ໄດ້ພົບກັບລາຊິນີ ເອລິຊາເບັດ ຜູ້ເປັນພະມານດາໃນວັນທີ 9 ມີນາ
ທີ່ຜ່ານມາ. ເພິ່ນໄດ້ເດີນທາງອອກຈາກນະຄອນຫຼວງ ລອນດອນ ເພື່ອໄປພັກ ຢູ່ຫໍປາ
ສາດ ວິນເຊີ ພ້ອມກັບສາມີ ເຈົ້າຊາຍ ຟີລິບ.

ຜູ້ນຊ່ຽວຊານຄອບຄົວຣາຊະວົງ ທ່ານ ຣິເຈີດ ຟິດສວິລລຽມສ໌ ໄດ້ກ່າວຕໍ່ວີໂອ ເອ ວ່າ
“ວັນທີສຳລັບການຕິດໄວຣັສ ແລະ ເລີ່ມມີອາການແມ່ນຄາດວ່າຈະເປັນ ວັນທີ 13 ມີ
ນາ, ແລະ ເທົ່າທີ່ຮູ້ຈັກນັ້ນ, ພະລາຊິນີແມ່ນມີສຸຂະພາບແຂງແຮງ ເປັນຢ່າງດີ.”

ພະລາຊິນີໄດ້ອອກຖະແຫຼງການສະບັບນຶ່ງ ກ່ຽວກັບ ການລະບາດຂອງໄວຣັສ ໂຄໂຣ
ນາໃນອາທິດທີ່ຜ່ານມາ, ເວົ້າວ່າ “ພວກເຮົາມີໜ້າທີ່ໆສຳຄັນຕ້ອງເຮັດໃນ ຖານະເປັນ
ບຸກຄົນນຶ່ງ ໃນມື້ນີ້ ແລະ ໃນຫຼາຍວັນ, ຫຼາຍອາທິດ ແລະ ເດືອນ ຂ້າງໜ້າ.”

ທ່ານ ຟິດສວິລລຽມສ໌ ໄດ້ກ່າວຕື່ມວ່າ ມັນໄດ້ມີການຮຽກຮ້ອງຈາກປະຊາຊົນ ໃຫ້ພາ
ກັນສົ່ງກຳລັງໃຈເຖິງຄອບຄົວຣາຊະວົງຫຼາຍຂຶ້ນ. ໂດຍທີ່ປະເທດ ອັງກິດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG